ກ່າວຄໍາເຫັນທີ່ການພົບປະ, ທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ສະຫະພັນລັດເຊຍ ຂອບໃຈການເອົາໃຈໃສ່ ແລະຄໍາອວຍພອນອັນດີງາມຂອງຄະນະສະຖານທູດລາວ, ທ່ານເນັ້ນໜັກວ່າ ເລື່ອງສອງຝ່າຍຢ້ືຢາມຖາມຂ່າວ, ຮ່ວມມ່ວນຊື່ນເນື່ອງໃນໂອກາດບຸນປີໃໝ່ໄດ້ກາຍເປັນມູນເຊື້ອອັນດີງາມໃນແຕ່ລະປີແລ້ວ, ສະແດງອາລົມຈິດທີ່ສະໜິດຕິດພັນ, ສັດຊື່ບໍລິສຸດລະຫວ່າງສອງປະເທດ. ທ່ານ ດັ້ງມິງຄອຍ ໄດ້ຫວນຄືນຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ຢືນຢັນວ່ານີ້ແມ່ນຂີດໝາຍສໍາຄັນ, ເປີດອອກໄລຍະພັດທະນາໃໝ່ຂອງປະເທດ. ເລື່ອງການນໍາຂັ້ນສູງຂອງລາວ ໄດ້ມີການຢ້ຽມຢາມຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ສໍາເລັດຜົນຢ່າງຈົບງາມແມ່ນພິສູດໃຫ້ເຫັນຢ່າງມີຊີວິດຊີວານໍ້າໃຈມິດຕະພາບ, ຄວາມສາມັກຄີລະຫວ່າງຫວຽດນາມ-ລາວ ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ.

leftcenterrightdel
ທ່ານ ດ້ັງມິງຄອຍ ຂອບໃຈຄະນະສະຖານທູດລາວ ມາອວຍພອນເຕັດ. ພາບ: vov.vn
leftcenterrightdel
ທ່ານ ດ້ັງມິງຄອຍ ພ້ອມກັບທ່ານ ສີພັນດອນ ອ້ອຍບົວບຸດດີ ເອກອັກຄະລັດຖະທູດ ລາວ ແລະພັນລະຍາ. ພາບ: vov.vn

ສ່ວນທ່ານ ສີພັນດອນ ອ້ອຍບົວບຸດດີ ເອກອັກຄະລັດຖະທູດ ຢືນຢັນວ່າ ບຸນປີໃໝ່ປະຈໍາຊາດແມ່ນວັນບຸນທີ່ສັກສິດ ແລະສໍາຄັນທີ່ສຸດຂອງຊາວຫວຽດນາມ, ບໍ່ພຽງແຕ່ເປັນຂີດໝາຍເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ເທົ່ານັ້ນ ຫາກຍັງແມ່ນສັນຍາລັກຂອງຊີວິດການເປັນຢູ່ທາງດ້ານຈິດໃຈ, ນໍ້າໃຈຮັກບ້ານເກີດເມືອງນອນ, ຄວາມເຄົາລົບນັບຖືບັນພະບຸລຸດ ແລະຈິດໃຈສາມັກຄີຊົນຊາດ. ທ່ານ ສີພັນດອນ ອ້ອຍບົວບຸດດີ ຕີລາຄາວ່າປີ 2026 ມີຄວາມໝາຍສໍາຄັນພິເສດເມື່ອສອງປະເທດຫາກໍ່ຈັດຕັ້ງກອງປະຊຸມໃຫຍ່ຂອງພັກ ສໍາເລັດຜົນ, ຜ່ານນ້ັນສະແດງຄວາມໄວ້ເນື້ອເຊື່ອໃຈສອງພັກ, ສອງລັດ ແລະປະຊາຊົນສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດບັນດາເປົ້າໝາຍພັດທະນາໃນໄລຍະໃໝ່ຢ່າງມີໄຊ.

ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ພົບປະແລກປ່ຽນວັດທະນະທໍາ, ຊິມອາຫານ, ສ້າງຂຶ້ນບັນຍາກາດທີ່ອົບອຸ່ນ, ຜ່ານນັ້ນ ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ, ສັດຊື່ບໍລິສຸດ ແລະຍືນຍົງລະຫວ່າງຫວຽດນາມ ແລະລາວ.

ໂດຍ: ໄຊນີດາ