ທີ່ການຕ້ອນຮັບ, ການນໍາສອງກົມກອງ ໄດ້ແຈ້ງໃຫ້ກັນຊາບໂດຍສັງເຂບກ່ຽວກັບໝາກຜົນພົ້ນເດັ່ນໃນການປະຕິບັດໜ້າທີ່ດ້ານປ້ອງກັນຊາດ, ການທະຫານທ້ອງຖິ່ນໃນໄລຍະຜ່ານມາ; ພ້ອມທັງແລກປ່ຽນບາງເນື້ອໃນ ເພື່ອແນໃສ່ເພີ່ມທະວີການສົມທົບກັນ, ແບ່ງປັນປະສົບການໃນການຝຶກອົບຮົມ, ກ່ຽມພ້ອມສູ້ຮົບ ແລະກໍ່ສ້າງກົມກອງທີ່ໝັ້ນຄົງເຂັ້ມແຂງຮອບດ້ານ.

leftcenterrightdel
ກອງພົນທີ 5, ກອງທັບປະຊາຊົນລາວ ອວຍພອນບຸນປີໃໝ່ກອງບັນຊາການທະຫານແຂວງແຄງຮວ່າ. ພາບ: baokhanhhoa.vn

ທ່ານພັນເອກ ບຸນສົມ ອິນທະລາ ໄດ້ຊົມເຊີຍບັນດາໝາກຜົນທີ່ພົ້ນເດັ່ນຂອງກອງບັນຊາການທະຫານແຂວງແຄງຮວ່າ ແລະສົ່ງຄໍາອວຍພອນປີໃໝ່ອັນດີງາມມາຍັງພະນັກງານ, ນັກຮົບກຳລັງປະກອບອາວຸດແຂວງ. ພ້ອມທັງຫວັງວ່າ ໃນໄລຍະຈະມາເຖິງ, ສອງກົມກອງຈະສືບຕໍ່ເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມື, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ - ລາວ ໃຫ້ນັບມື້ນັບພັດທະນາຢ່າງແໜ້ນແຟ້ນ.

ທ່ານພົນຈັດຕະວາ ຫງວຽນຕຸຍ ໄດ້ຂອບໃຈຕໍ່ນໍ້າໃຈອັນດີງານຂອງຄະນະ; ພ້ອມທັງຢືນຢັນວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຮັກສາ ແລະເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ມິດຕະພາບແບບພິເສດ ຫວຽດນາມ - ລາວ ໃນສະພາບການໃໝ່.

ໂດຍ: ຈາງຫງວຽນ