leftcenterrightdel
ທ່ານນາງ ນາລີ ສີສຸລິດ ພັນລະຍາຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ມອບຂອງຂວັນໃຫ້ແກ່ຄົນພິການ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ໄດ້ສະແດງຄວາມເປັນກຽດທີ່ໄດ້ເຂົ້າຮ່ວມລາຍການມອບຂອງຂວັນບຸນເຕັດແຫ່ງຄວາມຮັກແພງ ປີມະເມຍ 2026 ຢູ່ວັດເຟິດຕິກ  ໃນຊຸມມື້ຕົ້ນປີໃໝ່. ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ  ໄດ້ອວຍພອນປີໃໝ່ພະສົງສຳມະເນນສອງປະເທດ, ບັນດາການນຳ, ແຂກຜູ້ມີກຽດ, ປະຊາຊົນໝົດທຸກຄົນ ຈົ່ງມີສຸຂະພາບເຂັ້ມແຂງ, ຢູ່ດີນີແຮງ, ມີຄວາມຜາສຸກ, ປະສົບຜົນສໍາເລັດ.

leftcenterrightdel
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ກ່າວຄໍາເຫັນທີ່ລາຍການ. ພາບ: ສໍານັກຂ່າວສານຫວຽດນາມ

ແບ່ງປັນກ່ຽວກັບຄວາມໝາຍຂອງລາຍການມອບຂອງຂວັນບຸນເຕັດແຫ່ງຄວາມຮັກແພງ ປີມະເມຍ 2026, ພະອາຈານ ທິກມິງກວາງ ເຈົ້າອາວາດວັດເຟິດຕິກ  ຢືນຢັນວ່າ ລາຍການແມ່ນການເຄື່ອນໄຫວແນໃສ່ຮັດແໜ້ນສາຍພົວພັນມິດຕະພາບແບບພິເສດຫວຽດນາມ - ລາວ. ພະອາຈານ ທິກມິງກວາງ ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ກັບຄວາມເອົາໃຈໃສ່ຂອງການນຳສອງປະເທດ, ສະຖານທູດຫວຽດນາມ ປະຈຳ ລາວ, ບັນດາອົງການ, ຜູ້ໃຈບຸນໃຈກຸສົນໄດ້ຮ່ວມແຮງຮ່ວມໃຈຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍນີ້ໃນຍາມຕົ້ນປີໃໝ່. ຂອງຂວັນພູດຕ່າງໆດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຈິດໃຈຮັກແພງຊ່ວຍເຫຼືອກັນ, ເປັນພະຍານຫຼັກຖານສະແດງໃຫ້ເຫັນມູນເຊື້ອມະນຸດສະທຳອັນດີງາມຂອງທັງສອງຊາດ.

leftcenterrightdel
ຜູ້ແທນສອງປະເທດ ມອບຂອງຂວັນໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກໃນລາຍການ. ພາບ: ສໍານັກຂ່າວສານຫວຽດນາມ

ພະອາຈານ ທິກມິງກວາງ  ຖືວ່າ ດ້ວຍການເຂົ້າຮ່ວມຂອງທ່ານນາງ ນາລີ ສີສຸລິດ ພັນລະຍາຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ພ້ອມດ້ວຍຜູ້ຕາງໜ້າຄະນະກຳມະການສູນກາງແນວລາວສ້າງຊາດ,  ລາຍການມອບຂອງຂວັນບຸນເຕັດແຫ່ງຄວາມຮັກແພງ ປີມະເມຍ 2026 ບໍ່ພຽງແຕ່ແຜ່ຂະຫຍາຍຈຸດຄວາມງາມດ້ານວັດທະນະທຳທີ່ເປັນມູນເຊື້ອ “ອຸ້ມຊູຊ່ວຍເຫຼືອກັນ” ຂອງຊາວຫວຽດນາມ ອາໄສຢູ່ລາວ ເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນ ຈິດໃຈເມດຕາກະລຸນາຂອງພຸດທະສາສະໜາທີ່ຕິດພັນກັບຄວາມຮັບຜິດຊອບຮັບໃຊ້ສັງຄົມ,  ຜ່ານນັ້ນຊ່ວຍຮັດແໜ້ນສາຍພົວພັນມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ.

ໂດຍ: ທູຈາງ