ໃນສະພາບການທີ່ຫວຽດນາມ ປະຕິບັດນະໂຍບາຍ "ການທູດໄມ້ໄຜ່" ທີ່ມີຄວາມນີ້ມນວນແຕ່ໝັ້ນຄົງ, ເລື່ອງທ່ານ ໂຕເລິມ ເລືອກໄປຢ້ຽມຢາມທາງລັດຖະກິດຢູ່ລາວ ແມ່ນມີຄວາມໝາຍຍຸດທະສາດອັກເລິກເຊິ່ງ. ນີ້ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ນະໂຍບາຍຖືເປັນສໍາຄັນບ້ານໃກ້ເຮືອນຄຽງຂອງຫວຽດນາມ.

ສາຍພົວພັນລະຫວ່າງຫວຽດນາມ ແລະລາວ ບໍ່ໄດ້ເລີ່ມຕົ້ນດ້ວຍເອກະສານທີ່ໄດ້ລົງນາມໃນເຈ້ຍເທົ່ານັ້ນ, ແຕ່ໄດ້ເລີ່ມຕົ້ນມາຈາກຂຸມຄອງໃນຊຸມເດືອນປີສົງຄາມທີ່ດຸເດືອດ. ໃນສົງຄາມຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນ ແລະຈັກກະພັດສອງຄັ້ງ, ທະຫານອາສາສະໝັກຫວຽດນາມ ແລະທະຫານປະເທດລາວ ໄດ້ຮ່ວມຂຸມຄອງອັນດຽວກັນ, ພ້ອມກັນເສຍສະຫຼະໃນແນວຮົບອັນດຽວກັນ. ເລືອດຂອງຊາວຫວຽດນາມ ໄດ້ຊຶມຊັບໄປທົ່ວແຜ່ນດິນລາວ ແລະກົງກັນຂ້າມ. ເສັ້ນທາງໂຮ່ຈີມິນ ອະພິນິຫານ, ເຊິ່ງເປັນເສັ້ນທາງທີ່ສຳຄັນຂອງສົງຄາມຕໍ່ສູ້ທີ່ຢູ່ລຽບຕາມລວງຍາວຂອງປະເທດລາວ ເປັນພະຍານຫຼັກຖານທີ່ຊັດເຈນທີ່ສຸດກ່ຽວກັບການເສຍສະຫຼະອັນຍິ່ງໃຫຍ່ທີ່ປະຊາຊົນລາວ ໄດ້ສະຫຼະໃຫ້ຫວຽດນາມ.

leftcenterrightdel
ວັນທີ 2 ທັນວາ, ທ່ານ ໂຕເລິມ ເລຂາທິການໃຫຍ່, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນ ເຂົ້າຮ່ວມພິທີເປີດການນໍາໃຊ້ສວນສາທາລະນະມິດຕະພາບລາວ-ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ພາຍຫຼັງ ປີ 1975, ສາຍພົວພັນນັ້ນບໍ່ໄດ້ຈາງຫາຍ, ແຕ່ໄດ້ຫັນໄປເປັນສົນທິສັນຍາມິດຕະພາບ ແລະການຮ່ວມມື (ປີ 1977), ສ້າງພື້ນຖານນິຕິກຳທີ່ໜັກແໜ້ນໃຫ້ແກ່ການຮ່ວມມືຮອບດ້ານ. ຈາກການຊ່ວຍເຫຼືອກັນປົດປ່ອຍຊາດ, ສອງປະເທດໄດ້ໄປຊ່ວຍເຫຼືອກັນລົບລ້າງຄວາມອຶດຫິວ ແລະຫຼຸດຜ່ອນຄວາມທຸກຍາກ, ສ້າງພື້ນຖານໂຄງລ່າງ ແລະບໍາລຸງສ້າງຊັບພະຍາກອນມະນຸດ. ໃນປັດຈຸບັນ, ສາຍພົວພັນດັ່ງກ່າວໄດ້ຮັບການຍົກລະດັບຂຶ້ນສູ່ລະດັບສູງສຸດ. ບໍ່ພຽງແຕ່ແມ່ນອາລົມຈິດເທົ່ານັ້ນ, ແຕ່ມັນແມ່ນຄວາມສະໜິດຕິດພັນກັບຜົນປະໂຫຍດທາງດ້ານເສດຖະກິດ, ການເມືອງ ແລະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້.

ຈຸດພົ້ນເດັ່ນທີ່ສຳຄັນເປັນພິເສດ, ນັ້ນແມ່ນການຮ່ວມມືຢ່າງແໜ້ນແຟ້ນດ້ານການປ້ອງກັນຊາດ. ດ້ວຍເສັ້ນຊາຍແດນຍາວກວ່າ 2.300 ກິໂລແມັດ ຍາວຢຽດຜ່ານ 9 ແຂວງຂອງຫວຽດນາມ ແລະ 10 ແຂວງຂອງລາວ, ຄວາມສະຫງົບຊາຍແດນແມ່ນບັນຫາເປັນຕາຍ. ໂດຍມີຄວາມແຕກຕ່າງກັບເສັ້ນຊາຍແດນທີ່ມີຄວາມເຄັ່ງຕຶງໃນໂລກ, ຊາຍແດນຫວຽດນາມ-ລາວ ແມ່ນແບບຢ່າງແຫ່ງຊາຍແດນສັນຕິພາບ. ກໍາລັງທະຫານຊາຍແດນຂອງສອງປະເທດ ບໍ່ພຽງແຕ່ “ເບິ່ງກັນຜ່ານກ້ອງສ່ອງ” ເທົ່ານັ້ນ, ຫາກຍັງຈັບມືກັນໃນແຕ່ລະມື້ຢ່າງແທ້ຈິງ. ສອງຝ່າຍໄດ້ດໍາເນີນການລາດຕະເວນສອງຝ່າຍ: ກົນໄກນີ້ໄດ້ປະຕິບັດຢ່າງເປັນປະຈໍາ ແລະເຂົ້າສູ່ລວງເລິກ. ບັນດາກອງລາດຕະເວນຮ່ວມໄດ້ພ້ອມກັນກວດກາຫຼັກໝາຍຊາຍແດນ, ຊາຍແດນ ແລະສໍາຄັນໄປກວ່ານັ້ນແມ່ນຕໍ່ສູ້ກັບອາດຊະຍາກໍາຂ້າມຊາດ. ຊາຍແດນທາງທິດຕາເວັນຕົກສ່ຽງເໜືອ ແລະຕອນເໜືອທາງພາກກາງ ແມ່ນ "ຈຸດເຄັ່ງຮ້ອນ" ຂອງອາດຊະຍາກຳຢາເສບຕິດຈາກເຂດ "ສາມຫຼ່ຽມຄໍາ". ການສົມທົບກັນສືບຄວາມລັບ, ປິດລ້ອມຈັບອາດຊະຍາກຳລະຫວ່າງກອງບັນຊາການທະຫານຊາຍແດນຫວຽດນາມ ກັບປ້ອງກັນຄວາມສະຫງົບ ແລະກອງທັບລາວ ແມ່ນປັດໄຈຫຼັກແຫຼ່ງເພື່ອສະກັດກັ້ນ "ບໍ່ໃຫ້ຢາເສບຕິດ" ແຜ່ລາມເຂົ້າມາໃນປະເທດ. ທະຫານຊາຍແດນຫວຽດນາມ ຍັງມີບົດບາດເປັນ "ທ່ານໝໍ" ແລະ "ຄູສອນ" ໃຫ້ແກ່ປະຊາຊົນຢູ່ບ້ານລາວ ທີ່ຕິດກັບຊາຍແດນອີກດ້ວຍ.

ໂຄງການຕ່າງໆຄື:  "ຊ່ວຍນ້ອງໄປໂຮງຮຽນ - ລູກຮັກຂອງຄ້າຍທະຫານຊາຍແດນ" ໄດ້ຮັບເບິ່ງແຍງດູແລເດັກນ້ອຍລາວທີ່ດ້ອຍໂອກາດໄດ້ສ້າງ "ຂອບອ້ອມໃນໃຈປະຊາຊົນ" ທີ່ເຂັ້ມແຂງກວ່າຮົ້ວກຳແພງຊີມັງທັງໝົດ.

leftcenterrightdel
ຄ້າຍທະຫານຊາຍແດນກວາງເຍິມ ທະຫານຫານຊາຍແດນນະຄອນເຫວ້, ດຳເນີນການລາດຕະເວນສອງຝ່າຍກັບກອງຮ້ອຍປ້ອງກັນຊາຍແດນ 514, ກອງບັນຊາການທະຫານແຂວງສາລະວັນ. ພາບ: ຫວໍຕຽນ

ການຢ້ຽມຢາມຂອງທ່ານ ໂຕເລິມ ບັນລຸໄດ້ໝາກຜົນຢ່າງແທດຈິງ, ໄດ້ຂ້າມຜ່ານກອບພິທີການ, ສຸມໃສ່ແກ້ໄຂບັນຫາເສດຖະກິດເພື່ອໃຫ້ສົມກັບສາຍພົວພັນທາງການເມືອງ: ທັງສອງຝ່າຍໄດ້ເຫັນດີເປັນເອກະພາບສູງສຸດກ່ຽວກັບການຍູ້ໄວໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມຍຸດທະສາດ. ໜ້າໃສ່ໃຈທີ່ສຸດແມ່ນໂຄງການເສັ້ນທາງດ່ວນຮ່າໂນ້ຍ-ວຽງຈັນ ແລະເສ້ັນທາງລົດໄຟຫວູງອ໊າງ-ວຽງຈັນ. ນີ້ແມ່ນ “ຄວາມໄຝ່ຝັນ” ຂອງປະເທດລາວ ທີ່ບໍ່ມີຊາຍແດນຕິດກັບທະເລ, ເຮັດໃຫ້ລາວ ຈາກປະເທດທີ່ຖືກປິດກັ້ນຈາກທະວີບກາຍເປັນປະເທດທີ່ມີການເຊື່ອມຕໍ່ກັບທະວີບຜ່ານປະຕູທະເລຂອງຫວຽດນາມ. ບັນດາຂໍ້ຕົກລົງຊື້ຂາຍໄຟຟ້າຈາກລາວໄປຫວຽດນາມ ໄດ້ຮັບການຊຸກຍູ້ຢ່າງແຂງແຮງ. ລາວ ມີຄວາມສາມາດບົ່ມຊ້ອນດ້ານເຂື່ອນໄຟຟ້າ ແລະໄຟຟ້າແຮງລົມທີ່ກວ້າງໃຫຍ່ໄພສານ, ໃນຂະນະນັ້ນ ຫວຽດນາມ ກຳລັງມີຄວາມຕ້ອງການພະລັງງານເຂົ້າໃນການຫັນເປັນອຸດສາຫະກໍາ. ການນໍາສອງປະເທດໄດ້ຮັບຟັງໂດຍກົງ ແລະຊ້ີນໍາແກ້ໄຂຂໍ້ຕິດຂັດໃຫ້ບັນດາໂຄງການລົງທຶນຂອງຫວຽດນາມ ຢູ່ລາວ, ຢືນຢັນຄວາມຕັດສິນໃຈນໍາວົງເງິນການຄ້າສອງສົ້ນໃຫ້ເຕີບໂຕແຕ່ 10-15% ໃນແຕ່ລະປີ.

ການຢ້ຽມຢາມລາວ ຂອງທ່ານ ໂຕເລິມ ບໍ່ພຽງແຕ່ເປັນເຫດການທາງການທູດເທົ່ານັ້ນ, ຫາກຍັງເປັນການເດີນທາງເພື່ອສ້າງກຳລັງແຮງໃຫ້ແກ່ອະນາຄົດອີກດ້ວຍ. ໃນໂລກທີ່ເຕັມໄປດ້ວຍຄວາມແບ່ງແຍກ ແລະຄວາມສົງໄສ, ສາຍພົວພັນລະຫວ່າງຫວຽດນາມ - ລາວ ຍັງໝັ້ນຄົງ ຄືກັບສາຍພູຫຼວງທີ່ໃຫຍ່ໂຕມະໂຫຖານ, ແມ່ນພະຍານຫຼັກຖານທີ່ພິສູດໃຫ້ເຫັນ: ນໍ້າໃຈມິດຕະພາບທີ່ຈິງໃຈ, ສັດຊື່ບໍລິສຸດຍັງຍືນຍົງຄົງຕົວຢູ່ ແລະແມ່ນກຳລັງແຮງທີ່ມີຄວາມນີ້ມນວນແຫ່ງໄຊຊະນະ. ປະຈຸບັນ, ອາລົມຈິດຄວາມຮັກແພງອັນເລິກເຊິ່ງນັ້ນພວມໄດ້ຫັນເປັນເສັ້ນທາງຄວາມໄວສູງ, ເປັນກະແສໄຟຟ້າສ່ອງແສງສະຫວ່າງໃຫ້ບ້ານຕ່າງໆ ແລະເປັນການຈັບມືທີ່ໜ້າເຊື່ອຖືໃນການປົກປ້ອງສັນຕິພາບຢູ່ຊາຍແດນຂອງປະເທດ.

ໂດຍ: ໄຊນີດາ