ນັ້ນແມ່ນຍ້ອນມີວິສາຫະກິດຫວຽດນາມ ທີ່ໝັ້ນໃຈຕົນເອງລົງທຶນຢູ່ຕ່າງປະເທດມາເປັນເວລາ 20 ປີ, ສາມາດບັນລຸຜົນງານອັນຍິ່ງໃຫຍ່, ພິສູດໃຫ້ເຫັນວິໄສທັດ, ຄຸນທາດ, ຄວາມສາມາດຈິນຕະນາການ, ຄວາມສາມາດກະທໍາ, ຄຸນສົມບັດຂອງຄົນຫວຽດນາມ. ນັ້ນບໍ່ພຽງແຕ່ແມ່ນການລົງທຶນທີ່ປະສົບຜົນສໍາເລັດທາງດ້ານເສດຖະກິດເທົ່ານັ້ນ ຫາກຍັງມີຄວາມເລິກເຊິ່ງເຖິງຖອງທີ່ສຸດ ເພື່ອປົກປັກຮັກສາປະເທດຊາດ ແຕ່ຫົວທີ, ແຕ່ໄກອີກດ້ວຍ.

leftcenterrightdel
Viettel ນຳໜ້າ 7 ໃນຈໍານວນ 10 ຕະຫຼາດລົງທຶນສາກົນ. ພາບ: ກຸ່ມບໍລິສັດ Viettel ສະໜອງ.

ຢູ່ບັນດາປະເທດ ທີ່ Viettel ລົງທຶນ, ຈາກການນໍາຈົນຮອດປະຊາຊົນ ລ້ວນແຕ່ຮັກແພງ, ຍ້ອງຍໍສັນລະເສີນ Viettel ຍ້ອນຄຸນນະພາບບໍລິການດີ ແລະນະໂຍບາຍມະນຸດສະທໍາ. ສໍາລັບ Viettel, ເຕັກໂນໂລຊີ ບໍ່ພຽງແຕ່ຮັບໃຊ້ໃຫ້ແກ່ກຸ່ມຄົນຈໍານວນໜ້ອຍເທົ່ານັ້ນ ຫາກຍັງຮັບໃຊ້ໃຫ້ໝົດທຸກຄົນ.

20 ປີກ່ອນນີ້, Viettel ເປັນພຽງວິສາຫະກິດຂະໜາດນ້ອຍ ທີ່ກ້າລົງທຶນຢູ່ຕ່າງປະເທດ, ແກ່ງແຍ້ງຢ່າງເທົ່າທຽມກັບບໍລິສັດໂທລະຄົມມະນາຄົມຊັ້ນນໍາຂອງໂລກ. ຜົນສໍາເລັດຂອງ Viettel ເປັນພະຍານຫຼັກຖານທີ່ມີຊີວິດຊີວາ, ສ້າງແຮງຈູງໃຈໃຫ້ແກ່ວິສາຫະກິດ, ໃຫ້ຊາວຫວຽດນາມ ມີຄວາມໝັ້ນໃຈລົງທຶນຢູ່ຕ່າງປະເທດ ຕື່ມອີກ. ຈາກນັ້ນສະແດງໃຫ້ເຫັນກໍາລັງແຮງດ້ານການເງິນ, ກໍາລັງແຮງດ້ານເຕັກໂນໂລຊີບໍ່ໄດ້ເປັນຕົວກໍານົດຄວາມສໍາເລັດ. ຖ້າມີຍຸດທະສາດລົງທຶນທີ່ຖືກຕ້ອງ, ມີວິທີເຮັດຖືກຕ້ອງ, ເອົາຊະນະໃຈຊາວທ້ອງຖິ່ນເດີມບັນດາວິສາຫະກິດຫວຽດນາມ ສາມາດປະສົບຜົນສໍາເລັດຢູ່ຕະຫຼາດສາກົນໄດ້.

ຜົນສໍາເລັດຂອງ Viettel ໄດ້ຍົກສູງພາບພົດຂອງຫວຽດນາມ ໃນສາຍຕາຂອງເພື່ອນມິດສາກົນ. ມັນໄດ້ສົ່ງສານທີ່ລໍ້າຄ່າ ເຊິ່ງບໍ່ສາມາດວັດແທກໄດ້, ນັ້ນແມ່ນການບືນຕົວຂຶ້ນຂອງວິສາຫະກິດຫວຽດນາມ, ຂອງປະເທດຫວຽດນາມ ໂດຍບໍ່ເຫັນແກ່ຕົວ ແຕ່ໄດ້ນຳເອົາຄຸນຄ່າໄປແຜ່ຂະຫຍາຍ, ພ້ອມກັນການພັດທະນາແບບຍືນຍົງ, ເພື່ອວົງຄະນາຍາດ.

ໂດຍ: ໄຊຊະນະ