ບັ້ນເຄື່ອນໄຫວໂມງໜ່ວຍໂລກ ປີ 2026: ປະຢັດໄຟຟ້າໄດ້ 463.000 kWh
ຕາມຂໍ້ມູນຈາກບໍລິສັດບໍລິຫານລະບົບໄຟຟ້າ ແລະຕະຫຼາດໄຟຟ້າແຫ່ງຊາດ (NSMO), ພາຍຫຼັງ 1 ຊົ່ວໂມງມອດໄຟຕອບສະໜອງບັ້ນເຄື່ອນໄຫວໂມງໜ່ວຍໂລກປີ 2026 (ແຕ່ 20 ໂມງ 30 ນາທີ ຫາ 21 ໂມງ 30 ນາທີຂອງວັນທີ 28 ມີນາ 2026), ທົ່ວປະເທດປະຢັດໄຟຟ້າໄດ້ 463.000 kWh.
ໝາກຜົນດັ່ງກ່າວຈະສືບຕໍ່ຢັ້ງຢືນປະສິດທິຜົນແຜ່ຂະຫຍາຍຂອງບັ້ນເຄື່ອນໄຫວໂມງໜ່ວຍໂລກຫວຽດນາມ, ບໍ່ພຽງແຕ່ຢຸດຢູ່ເຫດການທີ່ມີລັກສະນະເປັນສັນຍາລັກເທົ່ານັ້ນຫາກຍັງມີການຫັນປ່ຽນສະຕິຄວາມຮັບຮູ້ກາຍເປັນການກະທຳລະອຽດໃນໝູ່ມະຫາຊົນເທື່ອລະກ້າວອີກດ້ວຍ. ຜ່ານການຜັນຂະຫຍາຍມາຫຼາຍປີ, ບັ້ນເຄື່ອນໄຫວດັ່ງກ່າວໄດ້ປະກອບສ່ວນສ້າງຄວາມຊິນເຄີຍໃນການນຳໃຊ້ພະລັງງານຢ່າງປະຢັດ ແລະມີປະສິດທິຜົນ; ພ້ອມດຽວກັນນັ້ນຍົກສູງສະຕິຄວາມຮັບຮູ້ປົກປັກຮັກສາສິ່ງແວດລ້ອມ ແລະຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ບັ້ນເຄື່ອນໄຫວໂມງໜ່ວຍໂລກແມ່ນເຫດການປະຈຳປີທີ່ມີຂອບຂະໜາດທົ່ວໂລກ, ໂດຍໄດ້ລິເລີ່ມແຕ່ປີ 2007, ມາຮອດປັດຈຸບັນໄດ້ດຶງດູດການເຂົ້າຮ່ວມຂອງເກືອບ 200 ປະເທດ ແລະເຂດແຄວ້ນ. ປີ 2026 ສ້າງຂີດໝາຍປີທີ 18 ທີ່ ຫວຽດນາມ ເຂົ້າຮ່ວມຕອບສະໜອງບັ້ນເຄື່ອນໄຫວດັ່ງກ່າວ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ