ເຫດການດັ່ງກ່າວໂດຍສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ Fukuoka ສົມທົບກັບບັນດາສະມາຄົມຊາວຫວຽດນາມ ອາໄສຢູ່ Kyushu ຈັດຕັ້ງ, ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງບົດບາດເຊື່ອມຕໍ່ຂອງອົງການຕາງໜ້າກັບປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

leftcenterrightdel
ທ່ານນາງ ຈິ້ງທິມາຍເຟືອງ ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈຳ Fukuoka ກ່າວຄໍາເຫັນທີ່ເຫດການ. ພາບ: vovworld.vn

ຈຸດພົ້ນເດັ່ນຂອງເວທີປາໄສແມ່ນການເຊື່ອມຕໍ່ລະຫວ່າງເນື້ອໃນການປຶກສາຫາລືກັບບັນດາການກໍານົດທິດໃຫຍ່ຂອງຫວຽດນາມ, ໃນນັ້ນມີບົດບາດຂອງຊາວໜຸ່ມໃນການປະຕິບັດມະຕິ ເລກທີ 57 ວ່າດ້ວຍການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະການຫັນປ່ຽນດີຈີຕອນແຫ່ງຊາດ. ຄຽງຂ້າງນັ້ນ, ເນື້ອໃນກ່ຽວກັບວັດທະນະທຳ ແລະພາສາຫວຽດນາມ ກໍ່ໄດ້ຮັບການເຕື້ອງເຖິງພ້ອມກັບຂໍ້ສະຫຼຸບ 12, ກໍານົດທິດການພັດທະນາວັດທະນະທຳຕາມເນື້ອໃນຈິດໃຈຂອງມະຕິເລກທີ 80, ໂດຍເນັ້ນໜັກເຖິງບົດບາດຂອງວັດທະນະທຳ ເປັນພື້ນຖານຈິດໃຈ ແລະເປັນການເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ໃນທົ່ວໂລກ.

ທ່ານນາງ ຈິ້ງທິມາຍເຟືອງ ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈຳ Fukuoka ໄດ້ເນັ້ນໜັກເຖິງບົດບາດໃຈກາງຂອງຊາວໜຸ່ມໃນໄລຍະການພັດທະນາໃໝ່ຂອງປະເທດ. ທ່ານນາງ ເວົ້າວ່າ: “ຂ້າພະເຈົ້າເຊື່ອໝັ້ນວ່າ ຜ່ານໂຄງການນີ້, ມີແນວຄວາມຄິດ, ການກະທຳທີ່ລະອຽດ, ແທດຈິງຫຼາຍຢ່າງໄດ້ຮັບການຜັນຂະຫຍາຍໂດຍຊາວໜຸ່ມຫວຽດນາມ ທີ່ Kyushu ໃນໄລຍະຈະມາເຖິງ, ປະກອບສ່ວນເຂົ້າໃນການສະໜິດຕິດພັນ, ປະກອບສ່ວນເຂົ້າໃນການພັດທະນາຂອງ Fukuoka ກໍ່ຄືໃນການພັດທະນາການພົວພັນ ຫວຽດນາມ-ຍີ່ປຸ່ນ ແລະບ້ານເກີດເມືອງນອນ”.

ໂດຍ: ຈາງຫງວຽນ