ສູນການເງິນສາກົນນະຄອນໂຮ່ຈີມິນ ສືບຕໍ່ຮັບຮູ້ວ່າມີບາດກ້າວເດີນໜ້າສົນໃຈໃນຕາຕະລາງຈັດອັນດັບທົ່ວໂລກ, ໃນສະພາບການແກ່ງແຍ້ງລະຫວ່າງສູນການເງິນທີ່ນັບມື້ນັບສູງ.

leftcenterrightdel
ນະຄອນໂຮ່ຈີມິນ ລອດເຂົ້າທອັບ 15 ສູນການເງິນທີ່ມີຄວາມຫວັງທົ່ວໂລກ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມຕາຕະລາງຈັດອັນດັບ Global Financial Centres Index 2026 (GFCI 39) ຫາກໍ່ປະກາດຫວ່າງແລ້ວນີ້, ນະຄອນໂຮ່ຈີມິນ ບັນລຸອັນດັບ 84/120 ສູນການເງິນທົ່ວໂລກ, ເພີ່ມຂຶ້ນ 11 ອັນດັບເມື່ອທຽບໃສ່ກັບປີກາຍ, ເຖິງວ່າເພີ່ມຂຶ້ນເລັກນ້ອຍພຽງ 1 ຄະແນນ. ນີ້ແມ່ນໜຶ່ງໃນລະດັບດັດປັບແຮງທີ່ສຸດຂອງກຸ່ມບັນດາສູນການເງິນລະດັບກາງ. ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ປະຈຸບັນ, ນະຄອນໂຮ່ຈີມິນ ຢືນອັນດັບ 3, ຖັດຈາກສິງກະໂປ ແລະ Kuala Lumpur (ມາເລເຊຍ). ສິ່ງເຫຼົ່ານີ້ສະແດງໃຫ້ເຫັນທີ່ຕັ້ງນັບມື້ນັບຈະແຈ້ງຂອງນະຄອນໂຮ່ຈີມິນ ໃນເຄືອຂ່າຍການເງິນພາກພື້ນ.

ໂດຍ: ໄຊນີດາ