ຍົກສູງປະສິດທິຜົນວຽກງານການທູດປະຊາຊົນລະຫວ່າງສອງປະເທດ ຫວຽດນາມ ແລະກໍາປູເຈຍ
ກປ.ອອນໄລ - ຕອນບ່າຍວັນທີ 28 ມີນາ, ທີ່ແຂວງເຊີນລາ, ສູນກາງສະມາຄົມມິດຕະພາບ ຫວຽດນາມ-ກໍາປູເຈຍ ໄດ້ຈັດກອງປະຊຸມຄະນະບໍລິຫານງານສູນກາງສະມາຄົມ ຄັ້ງທີ 5 ສະໄໝທີ V, ອາຍຸການ 2021-2026 ເພື່ອສະຫຼຸບ, ຕີລາຄາຜົນການເຄື່ອນໄຫວຂອງສະມາຄົມ ປີ 2025 ແລະວາງອອກ ທິດທາງ, ໜ້າທີ່ ປີ 2026. ສະຫາຍ ນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ຫວຽດນາມ-ກໍາປູເຈຍ ເປັນ ປະທານກອງປະຊຸມ.
ປີ 2025, ສະມາຄົມ ສຸມໃສ່ປັບປຸງການຈັດຕັ້ງ, ກໍ່ສ້າງຖັນແຖວພະນັກງານທີ່ມີຄຸນສົມບັດສິນທໍາ, ມີຄວາມຮູ້ຄວາມສາມາດ; ເອົາໃຈໃສ່ຂະຫຍາຍສະມາຊິກສະມາຄົມ, ໂດຍສະເພາະແມ່ນຢູ່ຮາກຖານ. ໃນເງື່ອນໄຂທີ່ຍັງປະສົບຄວາມຫຍຸ້ງຍາກ, ສະມາຄົມທຸກຂັ້ນ ຍັງຜັນຂະຫຍາຍປະຕິບັດການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ, ການທູດປະຊາຊົນ ແລະສະຫວັດດີການສັງຄົມ ຢ່າງມີປະສິດທິຜົນ, ປະກອບສ່ວນເພີ່ມທະວີການພົວພັນສາມັກຄີ, ການຮ່ວມມືຮອບດ້ານລະຫວ່າງປະຊາຊົນສອງປະເທດ ຫວຽດນາມ-ກໍາປູ ເຈຍ.
    |
 |
|
ບັນຍາກາດກອງປະຊຸມຄະນະບໍລິຫານງານສູນກາງສະມາຄົມມິດຕະພາບ ຫວຽດນາມ-ກໍາປູເຈຍ ຄັ້ງທີ 5 ສະໄໝທີ V, ອາຍຸການ 2021-2026. ພາບ: qdnd.vn |
ກ່າວຄໍາເຫັນຊີ້ນໍາ, ທ່ານນາງ ຫງວຽນທິແທັງ ຕີລາຄາສູງບັນດາໝາກຜົນທີ່ ບັນລຸໄດ້, ຢັ້ງຢືນບົດບາດເປັນຂົວຕໍ່ທີ່ໄວ້ເນື້ອເຊື່ອໃຈຂອງສະມາຄົມໃນການຮັດແໜ້ນກວ່າອີກການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດ.
ປີ 2026, ສະມາຄົມ ກໍານົດປັບປຸງການຈັດຕັ້ງ, ກະກຽມຈັດກອງປະຊຸມໃຫຍ່ອາຍຸການ 2026-2031; ກໍ່ສ້າງຖັນແຖວພະນັກງານໃຫ້ມີຄວາມໝັ້ນຄົງເຂັ້ມແຂງ, ຂະຫຍາຍສະມາຊິກສະມາຄົມ, ຍູ້ແຮງການທູດປະຊາຊົນ, ໜູນຊ່ວຍ ປະຊາຄົມ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການທ່ອງທ້ຽວ ຕິດພັນກັບການປັບປຸງນໍ້າໃຈມິດຕະພາບ. ສະມາຄົມເຫັນດີເປັນເອກະພາບ ຈະສືບຕໍ່ຍົກສູງປະສິດທິຜົນການເຄື່ອນ ໄຫວຈຸດສຸມ, ປະກອບສ່ວນປັບປຸງ, ຮັດແໜ້ນກວ່າອີກການພົວພັນມິດຕະພາບແບບຍືນຍົງລະຫວ່າງປະຊາຊົນສອງປະເທດໃນໄລຍະໃໝ່.
ໂດຍ: ກວຽດເຕິມ