ຫວຽດນາມ ຈະຮັບເງິນເກືອບ 72 ລ້ານໂດລາສະຫະລັດ (ປະມານ 1.900 ຕື້ດົ່ງ) ຈາກກອງທຶນດິນຟ້າອາກາດສີຂຽວ (GCF) ເພື່ອແກ້ໄຂສາຍເຫດເຮັດໃຫ້ປ່າຫາຍໄປ ແລະປ່າຖົດຖອຍ, ຊຸກຍູ້ການຄຸ້ມຄອງປ່າແບບຍືນຍົງ ແລະປົວແປງການທໍາມາຫາກິນຊຸມຊົນທ້ອງຖິ່ນບາງ ແຂວງພູສູງພາກເໜືອໃຫ້ດີຂຶ້ນ.

leftcenterrightdel
ຫວຽດນາມ ຮັບເງິນເກືອບ 72 ລ້ານໂດລາສະຫະລັດຈາກກອງທຶນດິນຟ້າອາກາດສີຂຽວໃຫ້ໂຄງການຫຼຸດຜ່ອນອາຍພິດປ່າ. ພາບ: ສໍານັກຂ່າວສານຫວຽດນາມ

ຕາມຂໍ້ມູນຈາກກົມປ່າໄມ້ ແລະກວດກາປ່າໄມ້ (ກະຊວງກະສິກໍາ ແລະສິ່ງແວດລ້ອມ) ໃນຕອນເຊົ້າວັນທີ 28 ມີນາ ໃຫ້ຮູ້ວ່າ ອົງການຮ່ວມມືສາກົນຍີ່ປຸ່ນ (JICA) ຫາອອກແຈ້ງການກ່ຽວກັບກອງທຶນດິນຟ້າອາກາດສີຂຽວໄດ້ອະນຸມັດຜ່ານຂໍ້ສະເໜີໂຄງການ “ຈ່າຍອີງໝາກຜົນການຫຼຸດຜ່ອນອາຍພິດຈາກການປ່າຫາຍໄປ ແລະປ່າຖົດຖອຍ; ອະນຸລັກຮັກສາ, ຄຸ້ມຄອງປ່າແບບຍືນຍົງ ແລະເພີ່ມທະວີປະລິມານກາກບອນປ່າ (REDD+) ຂອງຫວຽດນາມ ໃຫ້ໄລຍະໝາກຜົນປີ 2024”. ລວມຍອດງົບປະມານໃຊ້ຈ່າຍແມ່ນ 71 ລ້ານ 955.000 ໂດລາສະຫະລັດ (ເທົ່າກັບເກືອບ 1.900 ຕື້ດົ່ງ).

ປະຕິບັດໃນເວລາ 6 ປີ. ຫົວໜ່ວຍຮັບແມ່ນກະຊວງກະສິກໍາ ແລະສິ່ງແວດລ້ອມ ພ້ອມຄະນະກໍາມະການປະຊາຊົນບັນດາແຂວງຢູ່ເຂດ ຕາເວັນຕົກສ່ຽງເໜືອ ແລະຕາເວັນອອກສ່ຽງເໜືອ, ລວມມີ: ຝູເທາະ, ເຊີນລາ, ດ້ຽນບຽນ, ລາຍເຈົາ, ລາວກາຍ ແລະຕວຽນກວາງ. ເປົ້າໝາຍຕົ້ນຕໍຂອງໂຄງການນີ້ແມ່ນແກ້ໄຂບັນດາສາຍເຫດເຮັດໃຫ້ປ່າຫາຍໄປ ແລະປ່າຖົດຖອຍ, ຊຸກຍູ້ການຄຸ້ມຄອງປ່າແບບຍືນຍົງ ແລະປົວແປງການທໍາມາຫາກິນຊຸມຊົມທ້ອງຖິ່ນໃຫ້ດີຂື້ນ. ໂຄງການນໍາໃຊ້ກົນໄກ REDD+ ແມ່ນເຄື່ອງມືສາກົນສະໜອງການສ່ົງເສີມການເງິນໃຫ້ບັນດາປະເທດພວມພັດທະນາເພື່ອຫຼຸດຜ່ອນອາຍພິດເຮືອນແກ້ວຜ່ານຄວາມມານະພະຍາຍາມອະນຸລັກຮັກສາ ແລະປຸກຢ່າຄືນໃໝ່.

ໂດຍ: ໄຊນີດາ