leftcenterrightdel
ຮັບປະກັນການກວດພະຍາດໂຄວິດ-19 ຢູ່ດ່ານຕ່າງໆທີ່ນະຄອນໂຮ່ຈີມິນ. ພາບ: qdnd.vn.

ທ່ານນາງ Caitlin Wiesen ຫົວໜ້າຄະນະຜູ້ຕາງໜ້າອົງການ UNDP ປະຈໍາ ຫວຽດນາມ ເນັ້ນໜັກວ່າ ຫວຽດນາມໄດ້ພິສູດໃຫ້ໂລກເຫັນວ່າ ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມໄວ້ວາງໃຈຂອງປະຊາຊົນແມ່ນລູກກະແຈແຫ່ງຄວາມສໍາເລັດໃນການຮັບມືກັບພະຍາດຂອງລັດຖະບານ. ປີ 2022 ໃກ້ຈະມາຮອດແລ້ວແຕ່ເຕັມໄປດ້ວຍສິ່ງທ້າທາຍຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຍ້ອນພະຍາດຍັງມີຢູ່ ແລະກໍາລັງລະບາດຢູ່ຫຼາຍປະເທດໃນໂລກ. ແຕ່ດ້ວຍຍຸດທະສາດສັກວັກຊິນກັນໂຄວິດ-19 ຢ່າງວ່ອງໄວຢູ່ຫວຽດນາມ ໃນຊຸມເດືອນປີມໍ່ໆມານີ້, ພ້ອມກັບການສະໜັບສະໜູນຂອງປະຊາຊົນ, ມາດຕະການຮັບມືຢ່າງວ່ອງໄວ ແລະມີໄຫວພິກຂອງລັດຖະບານ, ຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ຈະຜ່ານຜ່າສິ່ງທ້າທາຍຈາກພະຍາດນີ້ໄປໄດ້ ແລະຟື້ນຟູໂດຍໄວ”.

ໂດຍ: ເກື່ອງດັ້ງ