ສໍານັກຂ່າວສານສາກົນ Reuters ເຄີຍໃຫ້ຂໍ້ສັງເກດກ່ຽວກັບກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ວ່າ “ເດີນບົນເສັ້ນທາງເຊິ່ງນັກລົງທຶນຜູ້ອື່ນໆມີຄວາມຄຶດຢ້ານ” ເມື່ອເລືອກລົງທຶນຢູ່ຕະຫຼາດທີ່ທຸກຍາກຕ່າງໆຄື Haiti, Burundi ຫຼື ໂມຊໍາບິກ. ເລື່ອງລາວຕ່າງໆຢູ່ Haiti ປີ 2010 ແມ່ນຫຼັກຖານພະຍານຢ່າງຈະແຈ້ງໃຫ້ແກ່ການເລືອກທີ່ແຕກຕ່າງ.
ໃນຈຸດເວລານັ້ນ, ເກີດແຜ່ນດິນໄຫວໄດ້ເຮັດໃຫ້ມີຜູ້ຊີວິດ 300.000 ກວ່າຄົນ, ທໍາລາຍພື້ນຖານໂຄງລ່າງຢ່າງໃຫຍ່ຫຼວງ ແລະເຮັດໃຫ້ປະເທດທຸກຍາກທີ່ສຸດຢູ່ທະວີບອາເມລິກາ ເກືອບລົ້ມລະລາຍ. ນັກລົງທຶນສາກົນຫຼາຍຄົນໄດ້ຖອນຕົວອອກຈາກ Haiti ຢ່າງໄວວາເພື່ອຮັບປະກັນທຶນທອນ ແລະຊັບສິນ.
ຫຼາຍຫຼັງການປະຊຸມຕີລາຄາສະພາບການຫຼາຍຄັ້ງ, ເຖິງວ່າ Viettel ໃນຂະນະນ້ັນ ຍັງບໍ່ທັນມີພື້ນຖານໂຄງລ່າງຢູ່ປະເທດນີ້, ຍັງຕັດສິນໃຈສືບຕໍ່ລົງທຶນຄືດັ່ງຄໍາໝັ້ນສັນຍາທີ່ໄວ້ໃຫ້ກ່ອນນັ້ນ. ພຽງຫຼັງໄພພິບັດ 3 ມື້, ບຸກຄະລາກອນຄົນທໍາອິດຂອງ Viettel ໄດ້ມີໜ້າຢູ່ທີ່ນີ້ ເພື່ອເລີ່ມກໍ່ສ້າງຕາໜ່າງໂທລະຄົມມະນາຄົມ.
    |
 |
|
Viettel ນໍາສັນຍານໂທລະຄົມມະນາຄົມໄປຍັງເຂດຫ່າງໄກສອກຫຼີກທີ່ສຸດ, ຢູ່ຕະຫຼາດທີ່ມີຄວາມທຸກຍາກທີ່ສຸດ. ພາບ: ກຸ່ມບໍລິສັດ Viettel ສະໜອງ |
Haiti ພຽງແຕ່ເປັນໜຶ່ງໃນຫຼາຍແຫ່ງທີ່ເລີ່ມຕົ້ນຂຶ້ນຄືແບບນັ້ນ. ເປັນແຫ່ງທີ່ບໍ່ມີໃຜຢາກມາແຕ່ກາຍເປັນຂີດໝາຍໃນໄລຍະທາງ 20 ປີຂອງ Viettel ທີ່ນໍາເອົາພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະເຕັກໂນໂລຢີຫວຽດນາມ ອອກສູ່ໂລກ.
20 ປີໄປຍັງເຂດທີ່ບໍ່ມີໃຜຄິດເຖິງ
ສອງທົດສະວັດກ່ອນນີ້, ເມື່ອ Viettel ຫາກໍ່ກ້າວເຂົ້າສູ່ຕະຫຼາດມືຖືພາຍໃນປະເທດໄດ້ບໍ່ດົນ, ເລື່ອງຄິດເຖິງການລົງທຶນຢູ່ຕ່າງປະເທດກັບຫຼາຍຄົນ ຍັງແມ່ນການຕັດສິນໃຈທີ່ສ່ຽງໄພ. ໃນຂະນະນັ້ນ, Viettel ຍັງບໍ່ແມ່ນວິສາຫະກິດໂທລະຄົມມະນາຄົມແຖວໜ້າຢູ່ຫວຽດນາມ ແລະເຄື່ອງໝາຍ ການຄ້າເບິ່ງຄືວ່າຕະຫຼາດສາກົນເກືອບບໍ່ຮູ້ຈັກ.
ເຖິງຢ່າງໃດກໍ່ຕາມ, ຄະນະການນໍາ Viettel ໄດ້ກໍານົດວິໄສທັດໄລຍະຍາວ: ຖ້າຢາກເຕີບໃຫຍ່ຢ່າງແທ້ຈິງ, ວິສາຫະກິດຕ້ອງກ້າວເຂົ້າສູ່ຕະຫຼາດທົ່ວໂລກ. ທ່ານ ດ່າວຊວນຫວູ ຮອງຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ ແບ່ງປັນວ່າ: “Viettel ເຂົ້າໃຈວ່າ ວິສາຫະກິດໜຶ່ງບໍ່ສາມາດລໍຖ້າຈົນເຖິງຍາມທີ່ມີຄວາມເຂັ້ມແຂງ, ປອດໄພແລ້ວ ຈຶ່ງຄິດເຖິງການອອກສູ່ຕ່າງປະເທດໄດ້. ຖ້າຢາກໄປໄກກວ່າຕ້ອງໄປແຕ່ຕອນຍັງຂາດເຂີນ. ຖ້າຢາກເປັນມືອາຊີບກວ່າຕ້ອງແກ່ງແຍ້ງຢູ່ລະດັບທົ່ວໂລກ. ຖ້າຢາກບຸກທະລຸກວ່າຕ້ອງກ້າຫານຜ່ານຂີດຈໍາກັດຂອງຕົນ”.
ວິໄສທັດນັ້ນໄດ້ເຫັນເປັນລະອຽດໃນວັນທີ 24 ມີນາ 2006, ເມື່ອຄະນະຄຸ້ມຄອງໂຄງການລົງທຶນຢູ່ຕ່າງປະເທດ-ອົງການທຳອິດຂອງບໍລິສັດໃຫຍ່ລົງທຶນສາກົນ Viettel - ໄດ້ສ້າງຕັ້ງຂຶ້ນດ້ວຍບຸກຄະລາກອນພຽງແຕ່ 6 ຄົນ ເພື່ອຜັນຂະຫຍາຍຕະຫຼາດແຫ່ງທໍາອິດຢູ່ກໍາປູເຈຍ.
ຈາກການເລີ່ມຕ້ົນນັ້ນ, Viette ໄດ້ເປີດກວ້າງອອກສູ່ຫຼາຍປະເທດ, ຄື: ລາວ, Haiti, ໂມຊໍາບິກ, ຕີມໍ ແລັດເຕີ, Burundi, Tanzania, ເປຣູ, ມຽນມາ ແລະຫຼັງຈາກນັ້ນແມ່ນອາເມລິກາ. ພາຍຫຼັງເກືອບສອງທົດສະວັດ, Viettel ໄດ້ສ້າງຕັ້ງລະບົບ 11 ບໍລິສັດຕະຫຼາດຮັບໃຊ້ປະຊາຊົນປະມານ 600 ລ້ານຄົນ. ຢູ່ຫຼາຍແຫ່ງ, ວິສາຫະກິດຕ້ອງແກ່ງແຍ້ງກັບບັນດາກຸ່ມບໍລິສັດໂທລະຄົມມະນາຄົມໃຫຍ່ ຄື: Vodafone, Telefonica, Orange ຫຼື Digicel.
    |
 |
|
Viettel ນຳໜ້າ 7 ໃນຈໍານວນ 10 ຕະຫຼາດລົງທຶນສາກົນ. ພາບ: ກຸ່ມບໍລິສັດ Viettel ສະໜອງ |
ເຖິງຢ່າງໃດກໍ່ຕາມ, Viettel ບໍ່ພຽງແຕ່ເຂົ້າຮ່ວມຂະບວນການເທົ່ານັ້ນ ຫາກຍັງບືນຕົວຂຶ້ນນໍາໜ້າຢູ່ຕະຫຼາດຫຼາຍແຫ່ງຢ່າງວ່ອງໄວ. ຢູ່ກໍາປູເຈຍ, ເຄື່ອງໝາຍການຄ້າ Metfone ໃຊ້ເວລາ ພຽງແຕ່2 ປີເພື່ອກາຍເປັນບໍລິສັດເຄືອຂ່າຍອິນເຕີແນັດອັນດັບ 1. ຢູ່ Burundi, Lumitel ໃຊ້ເວລາບືນຕົວນຳໜ້າຕະຫຼາດພຽງ 6 ເດືອນ. ມາຮອດປະຈຸບັນ, Viettel ຮັກສາທີ່ຕັ້ງອັນດັບ 1 ຢູ່ 7 ປະເທດ.
ຢູ່ຕະຫຼາດໃດກໍ່ຕາມ, Viettel ກໍ່ປະຕິບັດຕາມທິດສະດີປັດຊະຍາທີ່ລື້ງເຄີຍ: ພື້ນຖານໂຄງລ່າງຕ້ອງໄປກ່ອນ ແລະຕ້ອງສາມາດເຊື່ອມຕໍ່ໄດ້ກັບຄົນຈໍານວນຫຼາຍ. ອີງໃສ່ສິ່ງນັ້ນ, ໂທລະຄົມມະນາຄົມຢູ່ຫຼາຍປະເທດຈຶ່ງໄດ້ຫັນປ່ຽນຈາກບໍລິການທີ່ຫຼູຫຼາກາຍມາເປັນຄວາມຕ້ອງການທີ່ຈໍາເປັນ. ສາຍກາບໃຍແກ້ວໄປຜ່ານປ່າ Amazon ຢູ່ ເປຣູ, ສະຖານີສົ່ງສັນຍານຢູ່ບ້ານທຸກຍາກ ຢູ່ ໂມຊໍາບິກ, Tanzania ຫຼືຕາໜ່າງໂທລະຄົມມະນາຄົມໄດ້ກໍ່ສ້າງຢູ່ Haiti ພາຍຫຼັງໄພພິບັດ-ທັງໝົດເຫຼົ່ານັ້ນ ລ້ວນແຕ່ສະແດງອອກໃຫ້ເຫັນກ່ຽວກັບວິທີທີ່ Viettel ເລືອກເອົາບ່ອນທີ່ທຸກຍາກທີ່ສຸດເພື່ອເລີ່ມຕົ້ນ.
ບໍ່ພຽງແຕ່ສ້າງພື້ນຖານໂຄງລ່າງ, Viettel ຍັງພັດທະນາເຄື່ອງໝາຍການຄ້າທ້ອງຖິ່ນຢູ່ແຕ່ລະປະເທດແທນໃຫ້ແກ່ການໃສ່ຊື່ດຽວກັນ.
ໃນການຢ້ຽມຢາມ Metfone (Viettel ກໍາປູເຈຍ) ໃນເດືອນ ກໍລະກົດ 2024, ທ່ານ ໂຕເລິມ ເລຂາທິການໃຫຍ່ ໃນຍາມນັ້ນຍັງເປັນປະທານປະເທດ, ຕີລາຄາວ່າ: “ຖ້າຫາກວິສາຫະກິດໃດໜຶ່ງຂອງຫວຽດນາມ ລົງທຶນອອກສູ່ຕ່າງປະເທດ ຄື Viettel ແມ່ນບໍ່ມີສິ່ງໃດຕ້ອງເປັນຫ່ວງ. ບັນດາສະຫາຍໄດ້ຍົກສູງຮູບພາບ, ຍົກສູງທີ່ຕັ້ງຂອງຫວຽດນາມ”.
ກ້າວເດີນບໍ່ຢຸດ
ພາຍຫຼັງ 20 ປີ, ການລົງທຶນສາກົນໄດ້ກາຍເປັນໜຶ່ງໃນບັນດາເສົາຄໍ້າຍຸດທະສາດຂອງ Viettel. ລາຍຮັບຈາກຕະຫຼາດຕ່າງປະເທດສາມາດຮັກສາການເຕີບໂຕກວ່າ 20% ໃນຫຼາຍປີ. ການເຄື່ອນໄຫວຂອງ Viettel ຢູ່ບັນດາປະເທດໄດ້ສ້າງວຽກເຮັດງານທໍາໃຫ້ແຮງງານປະມານ 700.000 ຄົນ.
ຕາມການນໍາ Viettel ແລ້ວ, ສະສົມທຶນຄືນຂອງບັນດາໂຄງການລົງທຶນສາກົນບັນລຸໄດ້ປະມານ 92% ແລະຄາດຄະເນວ່າຈະປະຕິບັດສໍາເລັດ 100% ໃນຮອບ 2 ປີຈະມາເຖິງ. ປະຈຸບັນ, ຈໍານວນເບີໂທລະສັບຂອງ Viettel ຢູ່ຕ່າງປະເທດໄດ້ລື່ນກາຍຂອບຂະໜາດເບີໂທລະສັບໃນປະເທດ. ແຕ່ກັບ Viettel, ຜົນສໍາເລັດໃຫຍ່ສຸດບໍ່ພຽງແຕ່ນອນຢູ່ໃນຕົວເລກຕ່າງໆນັ້ນ. ສິ່ງທີ່ສໍາຄັນກວ່າແມ່ນການປ່ຽນແປງເຊິ່ງໂທລະຄົມມະນາຄົມ ແລະເຕັກໂນໂລຢີ ໄດ້ນຳມາໃຫ້ແກ່ການດໍາລົງຊີວິດຢູ່ປະເທດທີ່ Viettel ປະກົດຕົວ.
ຢູ່ເຂດຊົນນະບົດ ຫຼືເຂດທີ່ຢູ່ຫ່າງໄກກ່ອນນີ້, ເລື່ອງການຕິດຕໍ່ສື່ສານເຄີຍແມ່ນສິ່ງທີ່ຟຸມເຟືອຍ. ເມື່ອເຄືອຂ່າຍໂທລະຄົມມະນາໄດ້ກໍ່ສ້າງຂຶ້ນ, ປະຊາຊົນສາມາດເຂົ້າເຖິງຂໍ້ມູນ, ການບໍລິການດ້ານການເງິນ, ການສຶກສາ ແລະໂອກາດເສດຖະກິດໃໝ່. ຈາກບັນດາຊິມທໍາອິດ, ບັນດາບໍລິສັດຕະຫຼາດຂອງ Viettel ໄດ້ພັດທະນາການບໍລິການດີຈີຕອນຫຼາຍສິ່ງຫຼາຍຢ່າງ ເພື່ອຮັບໃຊ້ວິວັດການຫັນປ່ຽນດີຈີຕອນຢູ່ປະເທດຕ່າງໆຕື່ມອີກ. ໃນສະພາບການແກ່ງແຍ້ງທົ່ວໂລກໃນການປ່ຽນແປງໃໝ່, ທ່າແຮງຂອງວິສາຫະກິດໂທລະຄົມມະນາຄົມຄື ໃນປະຈຸບັນແມ່ນບໍ່ພຽງແຕ່ນອນຢູ່ລາຄາ ຫຼືເຂດມີສັນຍານເທົ່ານັ້ນ ຫາກຍັງຢູ່ທັງຄວາມສາມາດເປັນເຈົ້າຂອງເຕັກໂນໂລຢີ, ພື້ນຖານໂຄງລ່າງດີຈີຕອນ ແລະຂໍ້ມູນ.
    |
 |
|
Viettel ຍາມໃດກໍ່ເລືອກເອົາບ່ອນທີ່ທຸກຍາກເພື່ອເລີ່ມຕົ້ນທຸລະກິດ. ພາບ: ກຸ່ມບໍລິສັດ Viettel ສະໜອງ |
ທ່ານ ດ່າວຊວນຫວູ ຮອງຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ເນັ້ນໜັກວ່າ “ຖ້າຫາກ 20 ປີກ່ອນນີ້, Viettel ເລີ່ມຕົ້ນດ້ວຍນິຍາມ “ການລົງທຶນອອກສູ່ຕ່າງປະເທດ” ນັ້ນ, ໃນປະຈຸບັນ ພຶດຕິກໍາຕົວຈິງໄດ້ວາງອອກສູງກວ່າ: Viettel ຕ້ອງຫັນປ່ຽນຢ່າງແຂງແຮງໄປສູ່ໄລຍະດໍາເນີນ ທຸລະກິດທົ່ວໂລກ”.
ຕາມພົນຕີ ດ່າວດຶກຖັງ ກໍາມະການສູນກາງພັກ, ປະທານ ທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ແລ້ວ, ໃນໄລຍະຈະມາເຖິງ, Viettel ໄດ້ຕັ້ງເປົ້າໝາຍສືບຕໍ່ເປີດກວ້າງຂົງເຂດພັດທະນາທົ່ວໂລກ, ບໍ່ພຽງແຕ່ໃນຂົງເຂດໂທລະຄົມມະນາຄົມເທົ່ານັ້ນ ຫາກຍັງໄປສູ່ເຂດເຕັກໂນໂລຢີດີຈີຕອນ, ອຸດສາຫະກໍາເຕັກໂນໂລຢີສູງສອງຟັງຊັນ, ການຄ້າເອເລັກໂຕນິກ ແລະ logistics. ກຸ່ມບໍລິສັດມຸ່ງໄປເຖິງການຮັກສາລະດັບເຕີບໂຕໜ້ອຍສຸດແມ່ນ 20% ຢູ່ແຕ່ລະປະເທດ, ພ້ອມທັງເຂົ້າເຖິງຕະຫຼາດພັດທະນາ ແລະສິ່ງທ້າທາຍຫຼາຍຢ່າງກວ່າຄືຢູ່ທະວີບເອີລົບ ແລະທະວີບອາເມລິກາ.
“ຄຽງຂ້າງກັນນັ້ນ, Viettel ກໍ່ກໍານົດເອົາການບໍາລຸງສ້າງຖັນແຖວບຸກຄະລາກອນໃຫ້ມີກຳລັງຄວາມສາມາດທົ່ວໂລກ, ທັງຮັບໃຊ້ການພັດທະນາຂອງກຸ່ມບໍລິສັດ, ທັງປະກອບສ່ວນໃຫ້ກອງທັບ ແລະປະເທດ. Viettel ພ້ອມທີ່ຈະແບ່ງປັນບົດຮຽນ ເພື່ອໃຫ້ວິສາຫະກິດຫວຽດນາມ ແຫ່ງຕ່າງໆ ກ້າລົງທຶນຢູ່ຕ່າງປະເທດ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຈິດໃຈ ແລະຄຸນທາດຂອງຊາວຫວຽດນາມ, ວິສາຫະກິດຫວຽດນາມ ສາມາດປະຕິບັດສໍາເລັດຢູ່ຕະຫຼາດສາກົນ”, ທ່ານພົນຕີ ດ່າວດຶກຖັງ ໄດ້ເນ້ັນໜັກ.
ໂດຍ: ໄຊນີດາ