leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາທາງໄກ. ພາບ: ສໍານັກຂ່າວສານຫວຽດນາມ.

ເຂົ້າຮ່ວມກອງປະຊຸມສໍາມະນາມີຜູ້ຕາງໜ້າຂອງ 31 ພັກການເມືອງທີ່ມາຈາກ 23 ປະເທດ ແລະທ່ານ Ban Ki-Moon ປະທານສະຖາບັນເຕີບໂຕຂຽວທົ່ວໂລກ, ອາດີດເລຂາທິການໃຫຍ່ ສປຊ. ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານນາງ ຫວຽນທິຮວ່າງເວິນ ໄດ້ແບ່ງປັນບົດຮຽນ, ນະໂຍບາຍ ແລະຄວາມມານະພະຍາຍາມຮ່ວມມືກັບສາກົນຂອງຫວຽດນາມ ໃນການປ້ອງກັນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນມີຄໍາໝັ້ນສັນຍາຫວ່າງແລ້ວນີ້ຢູ່ COP26 ກ່ຽວກັບ Net Zero ໃນປີ 2050, ຕີລາຄາສູງຄວາມມານະພະຍາຍາມຂອງ ICAPP ໃນການຈັດຕັ້ງກອງປະຊຸມກ່ຽວກັບຫົວຂໍ້ສໍາຄັນນີ້, ພ້ອມທັງຢ້ັງຢືນວ່າ ພັກກອມມູນຸດຫວຽດນາມ ກຽມພ້ອມສົມທົບ, ຮ່ວມມືກັບບັນດາພັກການເມືອງໃນອາຊີດ້ວຍຄວາມມານະພະຍາຍາມແກ້ໄຂບັນດາບັນຫາການປ່ຽນແປງຂອງດິນຟ້າອາກາດຢູ່ພາກພື້ນ ແລະໃນໂລກ.

ໂດຍ: ໄຊນີດາ