leftcenterrightdel
ພາບ​ປະ​ກອບ: baochinhphu.vn

ລັດ​ຖະ​ບານຫວຽດ​ນາມ ຫາ​ກໍ່​ປະ​ກາດ​ໃຊ້​ແຜນ​ການ​ຜັນ​ຂະ​ຫຍາຍການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ປັນ​ຍາ​ປະ​ດິດ. ເປົ້າ​ໝາຍຂອງ​ແຜນ​ການ​ເລັ່ງ​ໃສ່​ການ​ກຳ​ນົດ​ລະ​ອຽດ​ບັນ​ດາ​ເນື້ອ​ໃນ​ວຽກ​ງານ, ​ກຳ​ນົດເວ​ລາ, ຄວາມ​ຄືບ​ໜ້າ​ປະ​ຕິ​ບັດ​ສຳ​ເລັດ ແລະຄວາມ​ຮັບ​ຜິດ​ຊອບ​ຂອງ​ອົງ​ການ, ສຳ​ນັກ​ງານ​ທີ່​ກ່ຽວ​ຂ້ອງ​ໃນ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ປັນ​ຍາ​ປະ​ດິດ.

ຈຸດ​ສຸມ​ຂອງ​ແຜນ​ການ​ກະ​ທຳ​ໄລ​ຍະ 2026-2027 ແມ່ນ​ສ້າງຕັ້ງກອງ​ທຶນ​ພັດ​ທ​ະ​ນາປັນ​ຍາ​ປະ​ດິ​ດ​ແຫ່ງ​ຊາດ. ການ​ກຳ​ເນີດ​ຂອງກອງ​ທຶນ​ ໄດ້​ຮັບ​ຄວາມ​ຄາດ​ຫວັງ​ຈະ​ສ້າງ​ແຫຼ່ງ​ກຳ​ລັງ​ການ​ເງິນ​ແບ​ບ​ຍືນ​ຍົງ, ເພີ່ມ​ກຳ​ລັງ​ແຮງ​ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ຄົ້ນ​ຄ​ວ້າ​ລວງ​ເລິກ, ທົດ​ລອງ​ຮູບ​ແບບ​ໃໝ່ ແລະພິ​ເສດ​ແມ່ນໜູນ​ຊ່ວຍ​ປະ​ຊາ​ຄົມ​ວິ​ສ​າ​ຫະ​ກິດ Startup.

ພ້ອມ​ກັ​ບ​ແຫຼ່ງ​ກຳ​ລັງ​ການ​ເງິນ, ພື້ນ​ຖານ​ໂຄງ​ລ່າງດີ​ຈີ​ຕອນ​ໄດ້​ກຳ​ນົດ​ແມ່ນ​ກະ​ດູກ​ສັນຫຼັງຂອງ​ລະ​ບົບ​ນິ​ເວດ​ປັນ​ຍາ​ປະ​ດິດ. ບັນ​ດາ​ສູ​ນ​ນີ້​ຈະ​ໄດ້​ຕັ້ງ​ຢູ່​ບັນ​ດາ​ເຂດ​ເຕັກ​ໂນ​ໂລ​ຢີ​ສູງ, ເຂດ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ ແລະສູນ​ນະ​ວັດ​ຕະ​ກໍາ, ສ້າງ​ບັນ​ດາ​ຂົ້ວ​ເຕີບ​ໂຕ​ດຶງ​ດູດ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ