ນາຍົກລັດຖະມົນຕີ ຟ້າມມິງຈິງ: ເປົ້າໝາຍການເຕີບໂຕບັນລຸລະດັບສອງຕົວເລກບໍ່ປ່ຽນແປງ
ຕອນເຊົ້າວັນທີ 4 ເມສາ ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານກອງປະຊຸມທາງໄກຂອງລັດຖະບານ ກັບທ້ອງຖິ່ນ. ກອງປະຊຸມແນໃສ່ຕີລາຄາສະພາບການພັດທະນາເສດຖະກິດສັງຄົມຂອງໄຕມາດ I ປີ 2026, ວາງອອກບັນດາໜ້າທີ່, ມາດຕະການຈຸດສຸມໃຫ້ແກ່ໄຕມາດທີ II ແລະໃນໄລຍະຈະມາເຖິງ.
    |
 |
|
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: vov.vn |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ເປົ້າໝາຍການເຕີບໂຕບັນລຸລະດັບສອງຕົວເລກບໍ່ປ່ຽນແປງ, ຄວນມີມາດຕະການ ເພື່ອຊຸກຍູ້ບັນດາກຳລັງໜູນການເຕີບໂຕ, ເປັນຕົ້ນແມ່ນການບໍລິໂພກ, ການສົ່ງອອກ; ບັນດາມາດຕະການເພື່ອໃຫ້ການເຕີບໂຕຢູ່ລະດັບສູງ, ທັງຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ; ຮັບປະກັນຄວາມໝັ້ນຄົງດ້ານພະລັງງານໃນສະເພາະໜ້າ ແລະຍາວນານ…
ຢູ່ກອງປະຊຸມບັນດາຜູ້ແທນ ໄດ້ຮັບຟັງບົດລາຍງານກ່ຽວກັບສະພາບການເສດຖະກິດ-ສັງຄົມເດືອນມີນາ ແລະໄຕມາດທີ I ປີ 2026, ສະພາບການຈັດແບ່ງ, ປ່ອຍເງິນລົງທຶນພາກລັດ ແລະ ປະຕິບັດໂຄງການເປົ້າໝາຍແຫ່ງຊາດ; ບົດລາຍງານວຽກງານຊີ້ນຳ, ບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ ເດືອນມີນາ ແລະໄຕມາດທີ I ປີ 2026, ໜ້າທີ່ຈຳນວນໜຶ່ງທີ່ຄວນໄດ້ຮັບການສຸມໃສ່ຊີ້ນຳໃນເດືອນເມສາ ແລະໃນໄລຍະຈະມາເຖິງ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ