leftcenterrightdel
ໂຮງງານກັ່ນຕອງນ້ຳມັນ ງີເຊີນ. ພາບປະກອບ: ສໍານັກຂ່າວສານຫວຽດນາມ

ໃນການໂອ້ລົມກັບນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ຣົມ, ທ່ານ Andrea Fais ບັນນາທິການໃຫຍ່ວາລະສານ  “Scenari Internazionali” ຕັ້ງຢູ່ນະຄອນ Perugia, ພາກກາງອີຕາລີ, ໄດ້ຕີລາຄາສູງກຳນົດທິດຍຸດທະສາດຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດຂອງຫວຽດນາມ.

ຕາມທ່ານ Andrea Fais ແລ້ວ, ຫວຽດນາມ ໄດ້ຫັນຈາກຈິນຕະນາການຮັບປະກັນການສະໜອງພະລັງງານໄປສູ່ຮູບແບບຄວາມໝັ້ນຄົງດ້ານພະລັງງານແບບເປັນເຈົ້າການ, ມີໄຫວພິບ, ຫຼາຍຮູບຫຼາຍແບບ ແລະຍືນຍົງ, ຊຸກຍູ້ການພັດທະນາພະລັງງານທົດແທນ, ຍົກສູງປະສິດທິຜົນນຳໃຊ້ພະລັງງານ ແລະຕະຫຼາດພະລັງງານແກ້ງແຍ້ງ, ປອດໃສແນໃສ່ຕອບສະໜອງຄຳຮຽກຮ້ອງຕ້ອງການພັດທະນາໄວ ແລະເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງໃນສັງກາດໃໝ່.

ດ້ວຍເລື່ອງຫວຽດນາມ ໄດ້ວາງອອກບັນດາເປົ້າໝາຍລະອຽດເຊັ່ນ ມຸ່ງໄປເຖິງການກາຍເປັນພື້ນຖານເສດຖະກິດມີລາຍຮັບສູງໃນປີ 2045, ຈຸດເວລາສະເຫຼີມສະຫຼອງວັນສະຖາປະນາປະເທດຄົບຮອບ 100 ປີ, ທ່ານ Fais ຖືວ່າ ຫວຽດນາມ ຈະຕ້ອງມານະພະຍາຍາມຜ່ານຜ່າຫຼາຍສິ່ງທ້າທາຍ, ໃນນັ້ນມີການຫັນປ່ຽນພະລັງງານ ແລະລະບົບນິເວດ.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ