leftcenterrightdel
ນັກຮຽນໂຮງຮຽນປະຖົມ - ມັດທະຍົມຕອນຕົ້ນປາຮາງ ໂບກທຸງ ແລະດອກໄມ້ ເພື່ອຕ້ອນຮັບລັດຖະມົນຕີສອງທ່ານ. ພາບ: qdnd.vn

ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ສ່ວນຄະນະຜູ້ແທນລາວ ນໍາໂດຍທ່ານ ຈັນສະໝອນ ຈັນຍາລາດ, ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ຮັບຜ້າແດງຈາກນັກຮຽນໂຮງຮຽນປະຖົມ - ມັດທະຍົມຕອນຕົ້ນປາຮາງ. ພາບ: qdnd.vn
leftcenterrightdel
ລັດຖະມົນຕີສອງທ່ານ ຖ່າຍຮູບກັບນັກຮຽນໂຮງຮຽນປະຖົມ - ມັດທະຍົມຕອນຕົ້ນປາຮາງ. ພາບ: qdnd.vn

ທ່ານພົນເອກ ຟານວັນຢາງ ໄດ້ສະແດງຄວາມສະເທືອນໃຈເມື່ອໄດ້ຮັບຊໍ່ດອກໄມ້ສົດ ແລະຜ້າແດງຈາກນັກຮຽນໂຮງຮຽນປະຖົມ - ມັດທະຍົມຕອນຕົ້ນ ປາຮາງ. ທ່ານພົນເອກ ຟານວັນຢາງ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ເຫັນນັກຮຽນມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ຫ້າວຫັນ, ໄດ້ຮັບການຮຽນຮູ້ ແລະເຕີບໃຫຍ່ໃນສະພາບແວດລ້ອມທີ່ເຕັມໄປດ້ວຍຄວາມຮັກແພງ ແລະຄວາມເອົາໃຈໃສ່; ການນຳທ້ອງຖິ່ນ ແລະຄະນະອຳນວຍການໂຮງຮຽນໄດ້ເອົາໃຈໃສ່, ຖືເປັນສໍາຄັນການໂຄສະນາ, ສຶກສາອົບຮົມໃຫ້ນັກຮຽນຮັບຮູ້ກ່ຽວກັບສາຍພົວພັນສາມັກຄີແບບພິເສດ ຫວຽດນາມ-ລາວ; ຄູອາຈານ ແລະນັກຮຽນຂອງໂຮງຮຽນ ຍາມໃດກໍ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານພູມສັນຖານ, ສະພາບອາກາດ, ພື້ນຖານວັດຖຸ ເພື່ອແຜ່ຂະຫຍາຍຄວາມຮູ້, ຫວ່ານເມັດພືດໃນອະນາຄົດ.

leftcenterrightdel
ຜູ້ແທນສອງປະເທດ ຢ້ຽມຢາມໂຮງຮຽນປະຖົມ - ມັດທະຍົມຕອນຕົ້ນປາຮາງ. ພາບ: qdnd.vn
leftcenterrightdel
ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ ຄວາມສາມັກຄີແບບພິເສດ ຫວຽດນາມ-ລາວ ເປັນຊັບສົມບັດອັນລໍ້າຄ່າຂອງປະຊາຊົນສອງປະເທດ ເຊິ່ງລຸ້ນໜຸ່ມຂອງສອງປະເທດ, ໃນນັ້ນມີນັກຮຽນໂຮງຮຽນປະຖົມ - ມັດທະຍົມຕອນຕົ້ນປາຮາງ ຈະສືບຕໍ່ເພີ່ມພູນຄູນສ້າງ, ຮັກສາ. ພາບ: qdnd.vn

ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ແຂວງຫົວພັນ ເວົ້າລວມ ແລະເມືອງສົບເບົາ ເວົ້າສະເພາະແມ່ນດິນແດນທີ່ອຸດົມສົມບູນໄປດ້ວຍມູນເຊື້ອວິລະຊົນປະຕິວັດ, ມີສະຕິປັນຍາ, ກ້າຫານໃນການຕໍ່ສູ້, ດຸໝັ່ນ, ມີຫົວຄິດປະດິດສ້າງໃນການອອກແຮງງານທຳການຜະລິດ, ໂອບອ້ອມອາລີ, ມີຄວາມເມດຕາປານີໃນຊີວິດຊຸມຊົນ. ໃນຜືນແຜ່ນດິນແຫ່ງນີ້, ກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ ໄດ້ຄຽງບ່າຄຽງໄລ່ຕໍ່ສູ້ຕ້ານລ່າເມືອງຂຶ້ນ, ຈັກກະພັດຮຸກຮານ, ຍາດເອົາເອກະລາດແຫ່ງຊາດ, ເສລີພາບ ແລະຄວາມຜາສຸກມາໃຫ້ປະຊາຊົນແຕ່ລະປະເທດ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ມອບທຶນການສຶກສາໃຫ້ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ. ພາບ: qdnd.vn

ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ຫວຽດນາມ ແລະລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ດື່ມນໍ້າຈາກແມ່ນໍ້າຂອງດຽວກັນ, ພ້ອມກັນອີງຫຼັງໃສ່ສາຍພູຫຼວງທີ່ໃຫຍ່ໂຕມະໂຫຖານ. ຜ່ານໄລຍະປະຫວັດສາດ, ການພົວພັນອັນບໍລິສຸດຜຸດຜ່ອງລະຫວ່າງ ຫວຽດນາມ-ລາວ ທີ່ປະທານໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ໄດ້ກໍ່ຕັ້ງ, ເພີ່ມພູນຄູນສ້າງນັ້ນໄດ້ພັດທະນາຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ. ຄວາມສາມັກຄີແບບພິເສດ ແລະຫາຍາກນີ້ເປັນຊັບສົມບັດອັນລໍ້າຄ່າຂອງປະຊາຊົນສອງປະເທດເຊິ່ງລຸ້ນໜຸ່ມຂອງສອງປະເທດ, ໃນນັ້ນມີນັກຮຽນຂອງໂຮງຮຽນປະຖົມ - ມັດທະຍົມຕອນຕົ້ນ ປາຮາງ ຈະສືບຕໍ່ຮັກສາ ແລະເພີ່ມພູນຄູນສ້າງ, ເຮັດໃຫ້ມູນເຊື້ອຄວາມສາມັກຄີສະໜິດແໜ້ນລະຫວ່າງ ຫວຽດນາມ-ລາວ ຮຸ່ງເຮືອງເຫຼືອງເຫຼື້ອມຂຶ້ນກວ່າອີກ.

ໂດຍ: ຈາງຫງວຽນ