ຄົບຊຸດ, ມີແບບມີແຜນຈາກສະໜາມຝຶກຊ້ອມ
ຕິດຕາມການແຂ່ງຂັນ, ພວກຂ້າພະເຈົ້າ ເຫັນວ່າລະບົບສະໜາມຝຶກຊ້ອມຂອງບັນດາກົມກອງທີ່ຂຶ້ນກັບທະຫານເຂດ 3 ໄດ້ກໍ່ສ້າງຢ່າງມີແບບມີແຜນ ແລະໄດ້ ຮັບການປັບປຸງ, ສ້ອມແປງຄືນຢ່າງລະອຽດ. ເພື່ອກະກຽມໃຫ້ແກ່ການອົບຮົມຫັດແອບປີ 2026, ກອງພັນໃຫຍ່ 43, ກອງພົນ 395 ໄດ້ລົງທຶນຫຼາຍຮ້ອຍລ້ານດົ່ງ ພ້ອມກັບແຮງງານເຮັດວຽກຫຼາຍພັນວັນເພື່ອສ້ອມແປງສະໜາມຝຶກຊ້ອມ. ໂດຍຕັ້ງທັບຢູ່ບໍລິເວນເນີນພູ, ດິນສ່ວນຫຼາຍແມ່ນດິນດາກ, ຫີນແຂງ, ແຕ່ກອງພັນໃຫຍ່ 43 ເປັນໜຶ່ງໃນບັນດາກົມກອງນໍາໜ້າໃນທະຫານເຂດ 3 ກ່ຽວກັບວຽກງານຮັບປະກັນສະໜາມຝຶກຊ້ອມ. ລະບົບສະໜາມຝຶກຊ້ອມຂອງກອງພັນໃຫຍ່ ໄດ້ຈັດສັນຢ່າງເປັນລະບົບ ແລະເອກະພາບ, ຮັບປະກັນຄວາມຄົບຖ້ວນຈົນຮອດຂັ້ນກອງຮ້ອຍທະຫານຮາບ ແລະສະໜາມຝຶກຊ້ອມສໍາລັບລົງເລິກຂະແໜງ, ຄື: ສື່ສານ, ປືນໃຫຍ່, ປ້ອງກັນອາກາດ, ຊ່າງແສງ, ສືບຂ່າວ... ບໍ່ພຽງແຕ່ຮັບປະກັນຖືກຕາມຂະໜາດ, ມາດຕະຖານສະໜາມຝຶກຊ້ອມຕາມຂໍ້ກໍານົດເທົ່ານັ້ນ, ກອງພັນໃຫຍ່ 43 ຍັງໄດ້ລົງທຶນກໍ່ສ້າງ, ປັບປຸງລະບົບໄປມາ, ປ້າຍໂຄສະນາ ຢູ່ສະໜາມຝຶກຊ້ອມອີກດ້ວຍ. ຕົ້ນປີ 2026, ທາງກົມກອງ ໄດ້ເຮັດສໍາເລັດເສັ້ນທາງຢູ່ໃນສະໜາມຝຶກຊ້ອມ ຍາວ 800 ແມັດ ດ້ວຍການເທເບຕົງ 220 ແມັດກ້ອນ.
    |
 |
|
ທະຫານເຂດ 3 ຈັດຕັ້ງການໃຫ້ຄະແນນຂໍ້ລິເລີ່ມ, ດັດແປງຂອງບັນດາກົມກອງ. ພາບ: ຟ້າມກວຽດ |
ໃນເງື່ອນໄຂເນື້ອທີ່ດິນມີຈໍາກັດ, ລະດັບການຫັນເປັນຕົວເມືອງໄວ, ເພື່ອຮັບປະກັນໃຫ້ສະໜາມຝຶກຊ້ອມເປັນລະບົບເອກະພາບ, ໄດ້ຮັບການລົງທຶນຢ່າງມີ ແບບມີແຜນ, ກອງບັນຊາການທະຫານນະຄອນຫາຍຟ່ອງ ໄດ້ເປັນເຈົ້າການໃນການເປັນເສນາທິການໃຫ້ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ ຮັບຮອງ ເອົາແຜນນະໂຍບາຍ, ປະກາດໃຊ້ແຜນການລົງທຶນກໍ່ສ້າງສະໜາມຝຶກຊ້ອມ. ທ່ານພັນເອກພິເສດ ຟ້າມຮົ່ງຖວດ ຮອງຫົວໜ້າການທະຫານ, ຫົວໜ້າເສນາທິ ການກອງບັນຊາການທະຫານນະຄອນຫາຍຟ່ອງ ໃຫ້ຮູ້ວ່າ: ໃນໄລຍະ 2026-2030, ກອງບັນຊາການທະຫານນະຄອນສະເໜີ, ຂໍແຜນນະໂຍບາຍກໍ່ສ້າງທາງເຂົ້າສະໜາມຍິງປືນ, ສະໜາມໂຍນໝາກແຕກ, ສະໜາມຍິງເປົ້າໝາຍເທິງອາກາດ ໃຫ້ແກ່ກອງພັນໃຫຍ່ 50; ຍົກລະດັບການກໍ່ສ້າງສະໜາມຍິງປືນຂອງກອງບັນຊາການປ້ອງກັນເຂດ 2 - ກິງໂມນ; ກໍ່ສ້າງສະໜາມອົບຮົມຫັດແອບສັງລວມຂອງກອງບັນຊາການປ້ອງກັນ ເຂດ 1 - ຢາວຽນ...
ເພື່ອຮັບປະກັນຄວາມຄົບຊຸດຂອງສະໜາມຝຶກຊ້ອມໃນເງື່ອນໄຂເນື້ອທີ່ດິນມີຈໍາກັດ, ບັນດາກົມກອງ ທີ່ຂຶ້ນກັບທະຫານເຂດ 3 ຍັງໄດ້ເປັນເຈົ້າການສົມທົບກັບ ບັນດາກົມກອງເພື່ອນ ແລະປະຕິບັດວຽກງານຂົນຂວາຍປະຊາຊົນເປັນຢ່າງດີ, ຢືມດິນຂອງປະຊາຊົນໃນບໍລິເວນ ເພື່ອເຮັດເປັນສະໜາມຝຶກຊ້ອມ. ກ່ອນວັນເປີດການອົບຮົມຫັດແອບໃນປີນີ້, 100% ກົມກອງ ທີ່ຂຶ້ນກັບທະຫານເຂດ 3 ໄດ້ຮັບປະກັນມີສະໜາມຝຶກຊ້ອມ ຢ່າງຄົບຖ້ວນ.
ແຜ່ຂະຫຍາຍຂະບວນການເສີມຂະຫຍາຍການປະດິດສ້າງ
ຈຸດພົ້ນເດັ່ນໃນວຽກງານກະກຽມໃຫ້ແກ່ການອົບຮົມຫັດແອບຂອງທະຫານເຂດ 3 ປີ 2026 ແມ່ນບັນດາກົມກອງ ລ້ວນແຕ່ເອົາໃຈໃສ່ລົງທຶນສ້າງຂໍ້ລິເລີ່ມ, ດັດແປງ ເພື່ອຮັບໃຊ້ການອົບຮົມຫັດແອບ ດ້ວຍຈໍານວນ 800 ກວ່າຂໍ້ລິເລີ່ມ, ດັດແປງທີ່ໄດ້ປະຕິບັດ, ໃນນັ້ນມີຂໍ້ລິເລີ່ມ 326 ຂໍ້ ໄດ້ເຂົ້າຮ່ວມແຂ່ງຂັນລະດັບທະຫານເຂດ. ຜົນປະກົດວ່າ, 100 ກວ່າຂໍ້ລິເລີ່ມທີ່ມີຄຸນລັກສະນະຫຼາຍຢ່າງ, ມີຄຸນຄ່າດ້ານວິທະຍາສາດ ແລະສາມາດນໍາໃຊ້ເປັນຢ່າງດີໃນການອົບຮົມຫັດແອບ, ຄະນະຈັດຕັ້ງການແຂ່ງຂັນໄດ້ຕີລາຄາສູງ. ພິເສດແມ່ນໃນການນໍາໃຊ້ເຕັກໂລຊີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນກາຍເປັນທ່າອ່ຽງລວມໃນການເສີມຂໍ້ລິເລີ່ມ, ດັດແປງຂອງບັນດາກົມກອງ.
    |
 |
|
ຄະນະກໍາມະການ ໃຫ້ຄະແນນສະໜາມຝຶກຊ້ອມຂອງກອງພັນໃຫຍ່ທີ 2, ກອງພົນ 395, ທະຫານເຂດ 3. ພາບ: ຟ້າມກວຽດ |
ຜ່ານການຊອກຮູ້ ພວກຂ້າພະເຈົ້າ ເຫັນວ່າ ບັນດາຂໍ້ລິເລີ່ມ, ການດັດແປງຂອງບັນດາອົງການ, ກົມກອງທີ່ຂຶ້ນກັບທະຫານເຂດ 3 ມີປະສິດທິພາບສູງ, ຄ່າໃຊ້ຈ່າຍຕໍ່າ, ນໍາໃຊ້ວັດສະດຸທີ່ມີຢູ່ແລ້ວ, ສາມາດແກ້ໄຂຄວາມຫຍຸ້ງຍາກ ໃນວຽກງານອົບຮົມຫັດແອບໄດ້.
ບໍ່ພຽງແຕ່ຮັບປະກັນດ້ານສະໜາມຝຶກຊ້ອມ, ສະໜາມຫັດແອບ ແລະມີຫຼາຍຂໍ້ລິເລີ່ມທີ່ເປັນປະໂຫຍດຮັບໃຊ້ແກ່ການອົບຮົມຫັດແອບເປັນຢ່າງດີເທົ່ານັ້ນ, ຜ່ານການແຂ່ງຂັນວຽກງານກະກຽມໃຫ້ແກ່ການອົບຮົມຫັດແອບ ປີ 2026 ຍັງສະແດງໃຫ້ເຫັນວ່າ ບັນດາກົມກອງທີ່ຂຶ້ນກັບທະຫານເຂດ 3 ໄດ້ເຮັດວຽກງານຝຶກອົບຮົມພະນັກງານ, ຮ່າງເອກະສານ, ເນື້ອໃນບົດສອນ, ຮັບປະກັນພະລາທິການ-ເຕັກນິກໃຫ້ແກ່ໜ້າທີ່ອົບຮົມຫັດແອບໄດ້ເປັນຢ່າງດີ. ທ່ານພົນຈັດຕະວາ ຫງວຽນດຶກຢຸ້ງ ຮອງຜູ້ບັນຊາການ, ຫົວໜ້າເສນາທິການທະຫານເຂດ 3 ໃຫ້ຮູ້ວ່າ: “ບັນດາກົມກອງ ໄດ້ແກ້ໄຂຂໍ້ຈໍາກັດໃນວຽກງານກະກຽມໃຫ້ແກ່ການອົບຮົມຫັດແອບຂອງຊຸມປີກ່ອນຢ່າງເຖິງຖອງ, ຫຼາຍກົມກອງ ມີບາດກ້າວບຸກທະລຸ. ວຽກງານກະກຽມການອົບຮົມຫັດແອບ ປີ 2026 ແມ່ນບັນດາກົມກອງໃນທົ່ວທະຫານເຂດ ໄດ້ຜັນຂະຫຍາຍຢ່າງຄົບຊຸດ, ໜັກແໜ້ນ, ຖືກຕາມແຜນການ. ລະບົບສະໜາມຝຶກຊ້ອມ ໄດ້ຮັບການສ້ອມແປງ, ຍົກລະດັບ; ອຸປະກອນການສອນ ໄດ້ຮັບການເພີ່ມເຕີມ, ດັດແປງໃຫ້ຕິດແທດກັບຕົວຈິງຂອງການສູ້ຮົບ. ຖັນແຖວພະນັກງານທຸກຂັ້ນ ໄດ້ຮັບການຝຶກອົບຮົມ, ບໍາລຸງສ້າງ ຢ່າງເປັນລະບົບ ແລະເປັນເອກະພາບທາງດ້ານເນື້ອໃນ, ວິທີການ, ຮັບປະກັນໃຫ້ແກ່ວຽກງານອົບຮົມຫັດແອບ ປີ 2026 ມີຄວາມປອດໄພ ແລະປະສົບຜົນສໍາເລັດຢ່າງຈົບງາມ”...
ໂດຍ: ໄຊຊະນະ