ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ມາຮອດ ມົດສະກູ, ເລີ່ມຕົ້ນການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ
ກປ.ອອນໄລ - ຕອນບ່າຍວັນທີ 22 ມີນາ (ຕາມເວລາທ້ອງຖິ່ນ), ເຮືອບິນນໍາສົ່ງທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ມາຮອດຢູ່ສະໜາມບິນ Vnukovo 2, ນະຄອນຫຼວງ ມົດສະກູ, ເລີ່ມຕົ້ນການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການໃນລະຫວ່າງວັນທີ 22 ຫາວັນທີ 25 ມີນາ, ຕາມຄໍາເຊື້ອເຊີນຂອງທ່ານ Mikhail Mishustin ນາຍົກລັດຖະມົນຕີສະຫະພັນລັດເຊຍ.
ພິທີຕ້ອນຮັບທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ໄດ້ຈັດຕ້ັງຢ່າງສົມກຽດຢູ່ສະໜາມບິນສາກົນ, ນໍາໂດຍທ່ານ Rudenko Andrey ຮອງລັດຖະມົນຕີກະຊວງການຕ່າງປະເທດ ເປັນປະທານພິທີ.
    |
 |
|
ພິທີຕ້ອນຮັບທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການໄດ້ຈັດຕ້ັງຢ່າງສົມກຽດຢູ່ສະໜາມບິນສາກົນ Vnukovo 2, ໂດຍທ່ານ Rudenko Andrey ຮອງລັດຖະມົນຕີກະຊວງການຕ່າງປະເທດສະຫະພັນລັດເຊຍ ເປັນປະທານພິທີ. ພາບ: ສໍານັກຂ່າວສານຫວຽດນາມ |
ຂໍ່ານັບຮັບຕ້ອນທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບລະຫວ່າງສອງປະເທດພັດທະນາຢ່າງແຂງແຮງກວ່າໃນໄລຍະຈະມາເຖິງ.
ການພົວພັນດ້ານການເມືອງຫວຽດນາມ-ສະຫະພັນລັດເຊຍ ມີຄວາມໄວ້ເນື້ອເຊື່ອໃຈສູງ ແລະໄດ້ປັບປຸງຢ່າງບໍ່ຢຸດຢັ້ງ. ການແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງສອງປະເທດໄດ້ດໍາເນີນຢ່າງເປັນປະຈໍາ, ສ້າງກໍາລັງຂັບເຄື່ອນຢ່າງແຂງແຮງໃຫ້ການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ. ປີ 2025, ຫວຽດນາມ ແລະສະຫະພັນລັດເຊຍ ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພົນການຕ່າງປະເທດດ້ວຍການເຄື່ອນໄຫວຕັ້ງໜ້າ, ແທດຈິງຫຼາຍຢ່າງ, ໃນນັ້ນມີການຮັບຮອງເອົາຖະແຫຼງການຮ່ວມວ່າດ້ວຍການກໍານົດທິດໃຫຍ່ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ ໃນໄລຍະການຮ່ວມມືໃໝ່, ເນື່ອງໃນໂອກາດທ່ານ ໂຕເລິມ ເລຂາທິການໃຫຍ່ ຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການ ແລະເຂົ້າຮ່ວມພິທີສວນສະໜາມສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນການສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່.
ການຢ້ຽມຢາມ ສະຫະພັນລັດເຊຍ ຢ່າງເປັນທາງການຂອງທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ແມ່ນບາດກ້າວຫັນຖະແຫຼງການຮ່ວມ ແລະແນວທາງການທູດເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາເປັນລະອຽດ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບຂອງຫວຽດນາມ ໄດ້ຍົກອອກຢ່າງຈະແຈ້ງຢູ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ...
ໂດຍ: ໄຊນີດາ