ເປີດສາກການເຄື່ອນໄຫວພົບປະແລກປ່ຽນທີ່ມີຄວາມໝາຍ ຢູ່ ສປ ຈີນ, ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ ຕົງ ຈຸ່ນ ພ້ອມດ້ວຍຄະນະຜູ້ແທນສອງປະເທດ ໄດ້ໄປຢ້ຽມຢາມກອງຮ້ອຍທະຫານຊາຍແດນດົງຊິງ.

ກອງຮ້ອຍທະຫານຊາຍແດນ ດົງຊິງ ໄດ້ຮັບການສ້າງຕັ້ງໃນເດືອນກັນຍາ ປີ 1969, ຮັບຜິດຊອບຄຸ້ມຄອງ ແລະຄວບຄຸມເສັ້ນຊາຍແດນ ທີ່ມີລວງຍາວປະມານ 30 ກິໂລແມັດ. ຄ້າຍທະຫານຂອງກອງຮ້ອຍທະຫານຊາຍແດນ ດົງຊິງ ມີເນື້ອທີ່ປະມານ 46.700 ຕາແມັດ, ປະກອບດ້ວຍ  4 ອາຄານຄ້າຍທະຫານ, ໄດ້ຮັບການບັນຈຸ 3 ໝວດທະຫານ. ນອກຈາກນັ້ນຍັງໄດ້ຮັບການກໍ່ສ້າງພື້ນຖານໂຄງລ່າງ, ຄື: ສະໜາມຝຶກແອບຍຸດທະວິທີ ແລະ ສະໜາມຝຶກແອບກໍາລັງກາຍ.

ນະທີ່ນີ້, ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ ຕົງ ຈຸ່ນ ໄດ້ພ້ອມກັນປູກຕົ້ນໄມ້ມິດຕະພາບ, ຊົມການແຂ່ງຂັນກິລາມິດຕະພາບ. ເນື່ອງໃນໂອກາດນີ້, ທ່ານພົນເອກ ຟານວັນຢາງ ໄດ້ມອບຂອງຂວັນຂອງກະຊວງປ້ອງກັນປະເທດຫວຽດນາມ ໃຫ້ແກ່ກອງຮ້ອຍທະຫານຊາຍແດນ ດົງຊິງ.

leftcenterrightdel
 
leftcenterrightdel
ລັດຖະມົນຕີກະຊວງປ້ອງກັນປະເທດ ສອງປະເທດ ປູກຕົ້ນໄມ້ມິດຕະພາບ ທີ່ກອງຮ້ອຍທະຫານຊາຍແດນ Dongxing. ພາບ: qdnd.vn
leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
ທ່ານພົນເອກ ຟານວັນຢາງ ຢ້ຽມຢາມກົມກອງ ແລະໂອ້ລົມກັບພະນັກງານ, ນັກຮົບກອງຮ້ອຍທະຫານຊາຍແດນ ດົງຊິງ. ພາບ: qdnd.vn
leftcenterrightdel
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນຂອງກະຊວງປ້ອງກັນປະເທດຫວຽດນາມ ໃຫ້ແກ່ກອງຮ້ອຍທະຫານຊາຍແດນ ດົງຊິງ. ພາບ: qdnd.vn
leftcenterrightdel
ລັດຖະມົນຕີກະຊວງປ້ອງກັນປະເທດ ສອງປະເທດ ຖ່າຍຮູບເປັນທີ່ລະນຶກພ້ອມກັບພະນັກງານ, ນັກຮົບກອງຮ້ອຍທະຫານຊາຍແດນ ດົງຊິງ. ພາບ: qdnd.vn
leftcenterrightdel
ສອງຝ່າຍແຂ່ງຂັນກິລາມິດຕະພາບ. ພາບ: qdnd.vn

ໂດຍ: ທູຈາງ