leftcenterrightdel
 
leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ ຕົງ ຈຸ່ນ ພ້ອມດ້ວຍຄະນະຜູ້ແທນສອງປະເທດ ມາທ່າກໍາປັ່ນ ຝາງແຈງ. ພາບ: qdnd.vn
leftcenterrightdel
ສອງລັດຖະມົນຕີກະຊວງປ້ອງກັນປະເທດ ໄປຢ້ຽມຢາມເຂດວາງສະແດງຮູບພາບກ່ຽວກັບການລາດຕະເວນຮ່ວມໃນເມື່ອກ່ອນຂອງທະຫານເຮືອສອງປະເທດ. ພາບ: qdnd.vn

ພາຍຫຼັງມາຮອດທ່າກໍາປັ່ນ ຝາງແຈງ, ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ ຕົງ ຈຸ່ນ ໄດ້ໄປຢ້ຽມຢາມເຂດວາງສະແດງຮູບພາບກ່ຽວກັບການລາດຕະເວນຮ່ວມໃນເມື່ອກ່ອນຂອງທະຫານເຮືອສອງປະເທດ; ຢ້ຽມຊົມກໍາປັ່ນ 568 ຂອງທະຫານເຮືອຈີນ, ກຳປັ່ນ 015 ຂອງທະຫານເຮືອຫວຽດນາມ ແລະຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈຜູ້ບັນຊາການ, ນາຍທະຫານ, ລູກເຮືອສອງຝ່າຍ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ກວດແຖວກຽດຕິຍົດຢູ່ກໍາປັ່ນ 568 ຂອງທະຫານເຮືອຈີນ. ພາບ: qdnd.vn
leftcenterrightdel
 
leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ ຕົງ ຈຸ່ນ ພ້ອມດ້ວຍຄະນະຜູ້ແທນສອງປະເທດ ໄປຢ້ຽມຢາມກໍາປັ່ນ 568 ຂອງທະຫານເຮືອຈີນ. ພາບ: qdnd.vn

ລາຍງານຕໍ່ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ ຕົງ ຈຸ່ນ, ຜູ້ບັນຊາການສອງກອງກຳປັ່ນ ໃຫ້ຮູ້ວ່າ, ຢູ່ທ່າກໍາປັ່ນ ຝາງແຈງ, ນາຍທະຫານ, ລູກເຮືອສອງປະເທດໄດ້ປະຕິບັດສໍາເລັດເນື້ອໃນການພົບປະແລກປ່ຽນວັດທະນະທໍາ, ກິລາ ແລະຈັດຕັ້ງການປະສານສົມທົບໜ້າທີ່ການລາດຕະເວນຮ່ວມ. ໃນການລາດຕະເວນຮ່ວມ, ການຝຶກແອບຮ່ວມຄັ້ງນີ້, ທະຫານເຮືອຫວຽດນາມ ໄດ້ນຳໃຊ້ກອງກຳປັ່ນ 015, 012; ທະຫານເຮືອຈີນ ນຳໃຊ້ກອງກຳປັ່ນ 568, 627. ສອງຝ່າຍຈະປະຕິບັດການລາດຕະເວນຢູ່ 8 ເສັ້ນທາງ, ໂດຍໄປຜ່ານ 9 ຈຸດ, ມີໄລຍະທາງ 247 ໄມທະເລ, ໃຊ້ເວລາທັງໝົດ 28 ຊົ່ວໂມງ. ພາຫະນະ ແລະອຸປະກອນເຕັກນິກຂອງ 2 ກອງກໍາປັ່ນ ເຄື່ອນໄຫວເປັນຢ່າງດີ; ນາຍທະຫານ, ລູກເຮືອສອງຝ່າຍໄດ້ຊາບຊຶມຢ່າງເລິກເຊິ່ງ ແລະພ້ອມແລ້ວທີ່ຈະປະຕິບັດໜ້າທີ່.

leftcenterrightdel
ສອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະຄະນະຜູ້ແທນສອງປະເທດ ຮັບຟັງການລາຍງານຂອງຜູ້ບັນຊາການ 2 ກອງກໍາປັ່ນ ກ່ຽວກັບວຽກງານກະກຽມຈັດຕັ້ງການລາດຕະເວນຮ່ວມ. ພາບ: qdnd.vn
leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານພົນໂທ ຕົງ ຈຸ່ນ ພ້ອມດ້ວຍຄະນະຜູ້ແທນຖ່າຍຮູບເປັນທີ່ລະນຶກຢູ່ກຳປັ່ນ 015. ພາບ: qdnd.vn

ກອງກຳປັ່ນທະຫານເຮືອຂອງຫວຽດນາມ ແລະຈີນ ຈະປະຕິບັດຫົວຂໍ້, ຄື: ການເຄື່ອນໄຫວຮູບແຖວ, ໜູນຊ່ວຍໃນການເດີນທະເລ, ຕ້ານໂຈນສະຫຼັດ (ມີການຍິງລູກປືນແທ້ດ້ວຍອາວຸດເບົາ), ຊອກຫາກູ້ໄພ, ຕໍ່ສູ້ປ້ອງກັນກໍາປັ່ນ...

ພາຍຫຼັງຜູ້ບັນຊາການ 2 ກອງກໍາປັ່ນ ໄດ້ຂໍຄຳສັ່ງໃຫ້ອອກຈາກທ່າກໍາປັ່ນ ແລະໄດ້ຮັບຄວາມເຫັນດີຈາກລັດຖະມົນຕີກະຊວງປ້ອງກັນປະເທດ ສອງປະເທດ, ກໍາປັ່ນທະຫານເຮືອຂອງຫວຽດນາມ ແລະຈີນ ໄດ້ຜັນຂະຫຍາຍຮູບແຖວອອກຈາກທ່າກໍາປັ່ນ ຝາງແຈງ, ເລີ່ມປະຕິບັດໜ້າທີ່ລາດຕະເວນຮ່ວມ ຢູ່ເຂດທະເລອ່າວພາກເໜືອ. 

ໂດຍ: ເຈິ່ນຮວ່ຽນ