ການປະທະກັນຢູ່ອາຊີຕາເວັນຕົກພວມສ້າງຜົນກະທົບຈາກພາຍນອກພໍສົມຄວນສໍາລັບຕະຫຼາດພະລັງງານທົ່ວໂລກ, ເຮັດໃຫ້ຕະຫຼາດຕົກຢູ່ໃນສະພາບການກໍານົດລາຄາຕາມປັດໄຈພູມສາດການເມືອງ, ໃນນ້ັນຄວາມໝັ້ນຄົງແຫຼ່ງສະໜອງກາຍເປັນປັດໄຈຫຼັກແຫຼ່ງ. ເຖິງຢ່າງໃດກໍ່ຕາມ, ສໍາລັບຫວຽດນາມ, ນີ້ຍັງແມ່ນສິ່ງກີດຂວາງທີ່ມີລັກສະນະຮອບວຽນ ແລະສາມາດຄວບຄຸມໄດ້.
    |
 |
|
ທ່ານ Shan Saeed ຫົວໜ້ານັກທຸລະກິດທົ່ວໂລກ. ພາບ: ສໍານັກຂ່າວສານຫວຽດນາມ |
ນີ້ແມ່ນຂໍ້ສັງກາດຂອງທ່ານ Shan Saeed ຫົວໜ້ານັກທຸລະກິດທົ່ວໂລກສັງກັດ IQI Global (ມາເລເຊຍ) ໃນການແລກປ່ຽນຫວ່າງແລ້ວນີ້ກັບນັກຂ່າວສໍານັກຂ່າວສານຫວຽດນາມ ຢູ່ ກົວລາລຳເປີ, ປະເທດມາເລເຊຍ. ຕາມທ່ານ Shan Saeed ແລ້ວ, ດ້ວຍລາຄານໍ້າມັນ Brent ຢູ່ລະດັບປະມານ 112 ໂດລາສະຫະລັດຕໍ່ຖັງ, ຕະຫຼາດພວມສ່ອງແສງໃຫ້ເຫັນບ້ວງຄ່າໃຊ້ຈ່າຍທີ່ມີຄວາມສ່ຽງ, ມີລັກສະນະໂຄງປະກອບກ່ຽວຂ້ອງເຖິງຊ່ອງແຄບທະເລ Hormuz - ເຊິ່ງເປັນຈຸດຜ່ານສຳລັບການຂົນສົ່ງນ້ຳມັນ ແລະແກັດທຳມະຊາດແຫຼວ (LNG) ທົ່ວໂລກປະມານ 20%. ບໍ່ວ່າການເຄື່ອນໄຫວໃດຢຸດສະງັກຢູ່ຈຸດນີ້ລ້ວນແຕ່ກະຕຸ້ນຕໍ່ການກຳນົດລາຄາຄວາມສ່ຽງດ້ານພະລັງງານໃນທົ່ວໂລກຄືນໃໝ່.
ນັກຊ່ຽວຊານ Shan Saeed ຍົກອອກແຜນການພື້ນຖານໂດຍຊີ້ໃຫ້ຮູ້ວ່າ ລາຄານໍ້າມັນ Brent ຈະເໜັງຕີງຢູ່ໃນລະຫວ່າງ 100-120 ໂດລາສະຫະລັດຕໍ່ຖັງ ແລະອາດຈະລື່ນກາຍ 150 ໂດລາສະຫະລັດ ຕໍ່ຖັງຖ້າຫາກຄວາມເຄັ່ງຕຶງສືບຕໍ່ເພີ່ມຂຶ້ນ. ໃນຂະນະນັ້ນ, ຕະຫຼາດແກັດເຜົາໄໝ້ສືບຕໍ່ຮັດແໜ້ນດ້ານໂຄງປະກອບ. ປະຈຸບັນ, ລາຄາ LNG ຢູ່ທະວີບອາຊີ ແມ່ນຢູ່ໃນລະດັບ 25 ໂດລາສະຫະລັດຕໍ່ mmBtu, ເພີ່ມຂຶ້ນ 68% ເມື່ອທຽບໃສ່ຕົ້ນປີ 2026, ສ່ອງແສງໃຫ້ເຫັນຜົນກະທົບລວມຂອງການຂາດວັກຂາດຕອນແຫຼ່ງສະໜອງຈາກປະເທດກາຕ້າ, ເລື່ອງຫັນສິນຄ້າໄປຍັງເອີລົບ, ພ້ອມກັບການຈໍາກັດກ່ຽວກັບການເຮັດໃຫ້ເປັນທາດແຫຼວ ແລະຄວາມສາມາດໃນການຂົນສ່ົງອີກດ້ວຍ.
ກ່ຽວກັບມະຫາພາກ, ນ້ຳມັນເຊື້ອໄຟພວມຜ່ານວິວັດການກໍານົດລາຄາຄວາມສ່ຽງດ້ານພູມສາດການເມືອງທີ່ມີລັກສະນະຍືນຍົງຄືນໃໝ່, ໃນຂະນະນັ້ນ, ແກັດເຜົາໄໝ້ໄດ້ປະເຊີນໜ້າກັບສະພາບການຮັດແໜ້ນຍ້ອນການຈໍາກັດແຫຼ່ງສະໜອງ ແລະບັນຫາການຮັດກຸມດ້ານໂລຈິດສະຕິກ. ນີ້ໄດ້ຕີລາຄາວ່າ ແມ່ນການຫັນປ່ຽນທີ່ມີລັກສະນະໂຄງປະກອບ, ບໍ່ພຽງແຕ່ແມ່ນການຜັນແປຕາມຮອບວຽນ.
ຕາມທ່ານ Shan Saeed ແລ້ວ, ຫວຽດນາມ ອາດຈະທົນກັບແຮງກົດດັນດ້ານເງິນເຟີ້ຍ້ອນຄ່າໃຊ້ຈ່າຍເພີ່ມຂຶ້ນໃນໄລຍະສັ້ນ, ເປັນຕົ້ນແມ່ນຜ່ານຊ່ອງທາງຕ່າງໆ, ຄື: ການຂົນສົ່ງ, ໂລຢິກສະຕິກ ແລະຄ່າໃຊ້ຈ່າຍສົ້ນເຂົ້າຂອງອຸດສາຫະກໍາ. ອັດຕາເງິນເຟີ້ອາດຈະເພີ່ມຂຶ້ນປະມານ 4%, ແຕ່ກໍ່ຍັງຢູ່ໃນການຄວບຄຸມຂອງກອບນະໂຍບາຍທີ່ພວມນໍາໃຊ້.
    |
 |
|
ລາຄານ້ຳມັນເຊື້ອໄດ້ຕິດຢູ່ປ້ຳນໍ້າມັນແຫ່ງໜຶ່ງຢູ່ ລອນດອນ, ປະເທດອັງກິດ. ພາບ: ສໍານັກຂ່າວສານຫວຽດນາມ |
ເຖິງຢ່າງໃດກໍ່ຕາມ, ພື້ນຖານເສດຖະກິດຫວຽດນາມ ຍັງໄດ້ຮັບການຕີລາຄາວ່າ ມີພື້ນຖານມະຫາພາກທີ່ໝັ້ນຄົງ ແລະສາມາດທົນທານໄດ້ດີໃນກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຢູ່ອາຊີ. ປັດໄຈໜູນຊ່ວຍຕ່າງໆລວມມີ ການເຕີບໂຕ GDP ປີ 2025 ບັນລຸ 8,02%, ອັດຕາເງິນເຟີ້ ຢູ່ໃນລະດັບ 3,31%, ຍອດວົງເງິນການຄ້າລື່ນກາຍ 930 ຕື້ໂດລາສະຫະລັດ, ມູນຄ່າສ່ວນເກີນດ້ານການຄ້າປະມານ 20 ຕື້ໂດລາສະຫະລັດ ແລະມູນຄ່າສ່ວນເກີນດ້ານເງິນຕາຕ່າງປະເທດບັນລຸ 85,4 ຕື້ໂດລາສະຫະລັດ.
ກ່ຽວກັບພະລັງງານ, ຫວຽດນາມ ຍັງມີຂໍ້ຈຳກັດແຕ່ກໍ່ຢູ່ໃນລະດັບຄວບຄຸມໄດ້. ປີ 2025, ຫວຽດນາມ ນໍາເຂົ້ານ້ຳມັນດິບປະມານ 14,2 ລ້ານໂຕນ, ກັບກູເວດ ແມ່ນຄູ່ຮ່ວມມືຍຸດທະສາດແຖວໜ້າ, ໃນຂະນະນັ້ນປະລິມານການຜະລິດຢູ່ພາຍໃນປະເທດມີທ່າຫຼຸດລົງ, ມີການເໜັງຕີງຢູ່ໃນລະຫວ່າງ 5,8-8 ລ້ານໂຕນຕໍ່ປີໃນໄລຍະ 2026-2030.
ເຖິງຢ່າງໃດກໍ່ຕາມ, ແຮງກົດດັນຕ່າງໆນີ້ບໍ່ສາມາດເຮັດໃຫ້ການເຕີບໂຕໄລຍະຍາວປ່ຽນແປງໄດ້. ຫວຽດນາມ ສືບຕໍ່ຮັບຜົນປະໂຫຍດຈາກການເຕີບໂຕສົ່ງອອກສອງຕົວເລກໃນຕົ້ນປີ 2026, ກະແສເງິນລົງທຶນ FDI ທີ່ມີມູນຄ່າສູງເຂົ້າຂົງເຂດຕ່າງໆ ຄືເອເລັກໂຕນິກ, ເຄິ່ງຊັກນໍາໄຟຟ້າ ແລະການຜະລິດທີ່ກ້າວໜ້າ, ພ້ອມກັບການເຂົ້າຮ່ວມວິວັດການສ້າງໂຄງປະກອບຕ່ອງໂສ້ສະໜອງທົ່ວໂລກຄືນໃໝ່ຢ່າງເລິກເຊິ່ງກວ່າ.
ຄຽງຂ້າງກັນນັ້ນ, ນະໂຍບາຍພວມໄດ້ປັບປຸງຕາມທິດດຸ່ນດ່ຽງໂຄງປະກອບພະລັງງານ, ເປີດກວ້າງການນໍາເຂົ້າ LNG ແລະພະລັງງານທາດແຫຼວ ຄືນໃໝ່, ພ້ອມທັງຊຸກຍູ້ພະລັງງານທົດແທນ, ມຸ່ງໄປເຖິງເປົ້າໝາຍກວມເອົາປະມານ 30% ໂຄງປະກອບພະລັງງານໃນປີ 2030.
ຕາມການຕີລາຄາຂອງນັກຊ່ຽວຊານ, ໃນສະພາບການຜັນແປຂອງພະລັງງານເພີ່ມຂຶ້ນ, ຫວຽດນາມ ພວມຫັນປ່ຽນຈາກທີ່ຕັ້ງຍອມຮັບລາຄາໄປສູ່ການມີຄວາມທົນທານສູງ. ຜົນກະທົບໃນປະຈຸບັນ ບໍ່ແມ່ນແຮງຕ້ານການເຕີບໂຕ, ແຕ່ມັນແມ່ນທາດສົ່ງເສີມໃຫ້ຄວາມໝັ້ນຄົງດ້ານພະລັງງານ, ຍົກສູງອຸດສາຫະກໍາ ແລະປັບປຸງສະມັດຕະພາບໃຫ້ດີຂຶ້ນ.
ນັກຊ່ຽວຊານ Shan Saeed ໃຫ້ຮູ້ວ່າ ຫວຽດນາມ ຕ້ອງເດີນຕາມວິທີເຂົ້າເຖິງນະໂຍບາຍຢ່າງລະມັດລະວັງ, ສອດຄ່ອງກັບຕະຫຼາດ ແລະມີວິໄສທັດໄລຍະຍາວ ແລະມີຄວາມສົມດູນລະຫວ່າງສະຖຽນລະພາບໄລຍະສັ້ນ ແລະການປະຕິຮູບໂຄງປະກອບ.
ລະອຽດ, ຕ້ອງຜັນຂະຫຍາຍມາດຕະການແຮເຊື້ອເພີງຢ່າງມີຈຸດປະສົງ ແລະເຄື່ອງມືປີການເງິນທີ່ເໝາະສົມເພື່ອແນໃສ່ຈໍາກັດຜົນກະທົບແຜ່ກະຈາຍຂອງເງິນເຟີ້, ພ້ອມທັງ ຮັກສາລະບຽບດ້ານລາຄາ; ຫັນແຫຼ່ງສະໜອງເປັນຫຼາຍຮູບຫຼາຍແບບ, ຫຼຸດຜ່ອນການອີງໃສ່ການຂົນສົ່ງທີ່ກ່ຽວຂ້ອງເຖິງຊ່ອງແຄບທະເລ Hormuz; ເປີດກວ້າງການແຮນໍ້າມັນຍຸດທະສາດ ແລະຍົກສູງລັກສະນະໄຫວພິບຂອງລະບົບກັ່ນຕອງ ແລະເກັບຮັກສານ້ຳມັນ.
ຄຽງຂ້າງກັນນັ້ນ, ຕ້ອງຍູ້ແຮງການຍົກສູງການນໍາໃຊ້ພະລັງງານ, ຫຼຸດຄວາມເຂັ້ມພະລັງງານໃນການຜະລິດລົງ; ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຮັກສາຄວາມຫວັງກ່ຽວກັບອັດຕາເງິນເຟີ້ ແລະອັດຕາແລກປ່ຽນ; ພ້ອມທັງໝູນໃຊ້ລະບອບລະບຽບການຮ່ວມມືຕ່າງໆກັບກອງທຶນເງິນຕາສາກົນ (IMF), ທະນາຄານໂລກ (WB) ແລະທະນາຄານພັດທະນາອາຊີ (ADB) ເພື່ອເພີ່ມທະວີຄວາມສາມາດຕ້ານທານດ້ານການເງິນ ແລະໜູນຊ່ວຍການຫັນປ່ຽນພະລັງງານ.
ນອກຈາກນັ້ນ, ການເພີ່ມທະວີການຮ່ວມມືກັບບັນດາປະເທດຜະລິດນ້ຳມັນເຊື້ອໄຟກໍ່ຖືວ່າແມ່ນປັດໄຈສໍາຄັນເພື່ອແນໃສ່ຮັບປະກັນແຫຼ່ງສະໜອງທີ່ໝັ້ນຄົງ.
ໂດຍ: ໄຊນີດາ