ທ່ານພົນໂທ ຕົງ ຈຸ່ນ ເປັນປະທານພິທີຕ້ອນຮັບທ່ານພົນເອກ ຟານວັນຢາງ ແລະຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມງານພົບປະແລກປ່ຽນ ຢູ່ ຈີນ
ກປ.ອອນໄລ - ພິທີຕ້ອນຮັບ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ດ່ານສາກົນ ດົງຊິງ ຂອງ ສປ ຈີນ.
ຕອນເຊົ້າວັນທີ 19 ມີນາ, ທ່ານພົນໂທ ຕົງ ຈຸ່ນ ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ເປັນປະທານພິທີຕ້ອນຮັບທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະຄະນະຜູ້ແທນຫວຽດນາມ ໄປຍັງ ຈີນ ເຂົ້າຮ່ວມບັນດາກິດຈະກຳເຄື່ອນໄຫວໃນຂອບເຂດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ເຂດຊາຍແດນຫວຽດນາມ - ຈີນ ຄັ້ງທີ 10. ພິທີຕ້ອນຮັບໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ດ່ານສາກົນສາກົນ ດົງຊິງ ຂອງ ສປ ຈີນ.
ດັ່ງລຸ່ມນີ້ແມ່ນຮູບພາບທີ່ພິທີຕ້ອນຮັບ:
ໂດຍ: ແສງເດືອນ