* ທີ່ການຕ້ອນຮັບທ່ານນາງ Touch Sopharath ເອກອັກຄະລັດຖະທູດກໍາປູເຈຍ, ທ່ານ ເລືອງເກື່ອງ ຊົມເຊີຍເລື່ອງເອກອັກຄະລັດຖະທູດ ມາຮັບໜ້າທີ່ການທູດຢູ່ ສສຫວຽດນາມ. ສະເໜີທ່ານນາງ Touch Sopharath ໃນອາຍຸການ ຈະສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງຫວຽດນາມ, ທ່ານປະທານປະເທດ ເນັ້ນໜັກວ່າ ການປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະໃນທຸກຊ່ອງທາງພັກ, ລັດ; ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສ້າງຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ. ສອງຝ່າຍຄວນຍູ້ແຮງການເຊື່ອມຕໍ່ເສດຖະກິດຕາມທິດຮອບດ້ານ, ຍືນຍົງ, ຖືນີ້ແມ່ນກຳລັງໜູນທີ່ສຳຄັນຂອງການພົວພັນສອງຝ່າຍ; ເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ພື້ນຖານໂຄງລ່າງ, ການເງິນ; ສູ້ຊົນນຳວົງເງິນການຄ້າສອງຝ່າຍ ໃຫ້ບັນລຸ 20 ຕື້ໂດລາສະຫະລັດ ໂດຍໄວ. ທ່ານປະທານປະເທດ ສະເໜີສອງຝ່າຍເພີ່ມທະວີການໂຄສະນາ, ສຶກສາອົບຮົມກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ; ຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຊາຍແດນ; ປະສານສົມທົບກັນຈັດຕັ້້ງບັນດາກິດຈະກຳສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ກຳປູເຈຍ ຢ່າງສົມກຽດ, ແທດຈິງ, ຜ່ານນັ້ນສືບຕໍ່ເພີ່ມພູນຄູນສ້າງຄຸນຄ່າການພົວພັນສອງປະເທດ.

leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານນາງ Touch Sopharath ເອກອັກຄະລັດຖະທູດກໍາປູເຈຍ ປະຈໍາ ຫວຽດນາມ. ພາບ: ນາມແອັງ
leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະທ່ານນາງ Touch Sopharath ເອກອັກຄະລັດຖະທູດກໍາປູເຈຍ ປະຈໍາ ຫວຽດນາມ ພ້ອມກັບຜູ້ແທນ. ພາບ: ນາມແອັງ

ທ່ານນາງ Touch Sopharath ສະແດງຄວາມຂອບອົກຂອບໃຈຫວຽດນາມ ທີ່ໄດ້ຊ່ວຍເຫຼືອກຳປູເຈຍ ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ ໃນເມື່ອກ່ອນ ກໍ່ຄືໃນກິດຈະການສ້າງສາ, ພັດທະນາປະເທດໃນປະຈຸບັນ; ຫວຽດນາມ ໜູນຊ່ວຍທຶນການສຶກສາ, ອຳນວຍຄວາມສະດວກໃຫ້ນັກສຶກສາ ກຳປູເຈຍ ຮ່ຳຮຽນຢູ່ ຫວຽດນາມ; ສອງຝ່າຍຍາມໃດກໍ່ສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນ ແລະຫັນ ໃນເວທີພາກພື້ນ ແລະສາກົນ.

* ຊົມເຊີຍເລື່ອງທ່ານ Thamer Mohammed al-Gosaibi ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ຊາອຸດິ ອາຣາເບຍ ປະຈໍາ ຫວຽດນາມ, ທ່ານປະທານປະເທດ ສະເໜີເອກອັກຄະລັດຖະທູດ ສົມທົບກັນຊຸກຍູ້ບັນດາມາດຕະການ ເພື່ອໃຫ້ສອງປະເທດຍົກລະດັບການພົວພັນຕ່າງປະເທດຂຶ້ນເປັນລະດັບຍຸດທະສາດໂດຍໄວ; ສືບຕໍ່ເປີດກວ້າງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພິເສດແມ່ນອຸດສາຫະກຳປ້ອງກັນຊາດ. ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບ ຊາອຸດິ ອາຣາເບຍ ແລະບັນດາຄູ່ຮ່ວມມືພາຍໃນ ແລະນອກພາກພື້ນ ເພື່ອຊອກຫາມາດຕະການສັນຕິພາບສຳລັບການປະທະກັນໃນປະຈຸບັນ, ກໍ່ຄືການປະທະກັນອື່ນໆໃນພາກພື້ນ; ປາດຖະໜາຢາກສົມທົບຢ່າງແໜ້ນແຟ້ນກັບ ຊາອຸດິ ອາຣາເບຍ ໃນປະຊາຄົມສັນຕິພາບ ເພື່ອກໍ່ສ້າງເຂດກາຢາ ຄືນໃໝ່.

leftcenterrightdel
 
leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Thamer Mohammed al-Gosaibi ເອກອັກຄະລັດຖະທູດ ຊາອຸດິ ອາຣາເບຍ ປະຈໍາ ຫວຽດນາມ. ພາບ: ນາມແອັງ

ທ່ານ Thamer Mohammed al-Gosaibi ຢັ້ງຢືນວ່າ ໃນອາຍຸການຂອງຕົນ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊູກຍູ້ການພົວພັນມິດຕະພາບ ແລະການຮ່ວມມືສອງຝ່າຍລະຫວ່າງຫວຽດນາມ ແລະຊາອຸດິ ອາຣາເບຍ.

* ຊົມເຊີຍ ທ່ານ Jean-Francois Harvey ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ໂດມິນິກາ ປະຈຳ ຫວຽດນາມ ຜູ້ທຳອິດ, ທ່ານປະທານປະເທດ ສະເໜີທ່ານເອກອັກຄະລັດຖະທູດ ຈະປະສານສົມທົບຢ່າງແໜ້ນແຟ້ນກັບຝ່າຍຫວຽດນາມ ເພີ່ມທະວີການພົວພັນສອງຝ່າຍກວ່າອີກ, ໂດຍສະເພາະແມ່ນການແລກປ່ຽນການຢ້ຽມຢາມ ແລະການພົບປະທຸກຂັ້ນ, ທຸກກະຊວງ, ຂະແໜງການ ແລະວິສາຫະກິດສອງປະເທດ. ທ່ານປະທານປະເທດ ຖືວ່າ ສອງຝ່າຍຄວນພິຈາລະນາຊຸກຍູ້ການສ້າງຂອບນິຕິກໍາ, ສົ່ງເສີມ ແລະອໍານວຍຄວາມສະດວກໃຫ້ປະຊາຄົມວິສາຫະກິດສອງຝ່າຍຊອກຫາກາລະໂອກາດດຳເນີນທຸລະກິດ, ລົງທຶນ; ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາອົງການຈັດຕັ້ງສາກົນ, ເວທີປາໄສຫຼາຍຝ່າຍ. ທ່ານປະທານປະເທດ ເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ຈະເປັນຂົວຕໍ່ທີ່ຕັ້ງໜ້າເພື່ອປັບປຸງ ແລະພັດທະນາການພົວພັນສອງຝ່າຍຫວຽດນາມ-ໂດມິນິກາ ກວ່າອີກ.

leftcenterrightdel
 
leftcenterrightdel
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ  Jean-Francois Harvey ເອກອັກຄະລັດຖະທູດ ໂດມິນິກາ  ປະຈຳ ຢູ່ຫວຽດນາມ

ທ່ານເອກອັກຄະລັດຖະທູດ ໂດມິນິກາ ໃຫ້ຄຳໝັ້ນສັນຍາວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ ແລະເປີດກວ້າງການພົວພັນກັບຫວຽດນາມ ໃນຂົງເຂດຕ່າງໆໃນຊຸມປີຈະມາເຖິງ.

ໂດຍ: ແສງເດືອນ