ນັກຂ່າວ: ຂໍຮຽນທ່ານ ສຈ Carl Thayer ທ່ານ ຕີລາຄາແນວໃດ ເມື່ອທ່ານພົນເອກ ຟານວັນຢາງ ເນັ້ນໜັກໃນບົດກ່າວປາໄສຂອງຕົນທີ່ການເຈລະຈາ Shangri-La ທີ່ຜ່ານມາວ່າ ຫວຽດນາມ ຫັນກອງທັບເປັນທັນສະໄໝ ເພື່ອປົກປັກຮັກສາປະເທດຊາດ?  

ສຈ Carl Thayer: ຫວຽດນາມ ໄດ້ດໍາເນີນການຫັນກອງທັບເປັນທັນສະໄໝນັບແຕ່ຊຸມປີ 90 ຂອງສະຕະວັດກ່ອນ ດ້ວຍບຸລິມະສິດແມ່ນສະຫງວນໃຫ້ແກ່ທະຫານເຮືອ ແລະປ້ອງກັນອາກາດ-ທະຫານອາກາດ. ຫວຽດນາມ ກໍ່ຮັກສາການແບ່ງປັນສະໝໍ່າສະເໝີປະມານ 2% GDP ໃຫ້ແກ່ງົບປະມານປ້ອງກັນຊາດ. ເວົ້າອີກຢ່າງໜຶ່ງ, ວິວັດການຫັນກອງທັບເປັນທັນສະໄໝຂອງຫວຽດນາມ ບໍ່ແມ່ນເລື່ອງໃໝ່. ໃນກວ່າ 1/4  ສະຕະວັດ, ຫວຽດນາມ ໄດ້ຊື້ກໍາປັ່ນລາດຕະເວນ, ກໍາປັ່ນລູກສອນໄຟບຸກໂຈມຕີ, ກໍາປັ່ນດໍານໍ້າທໍາມະດາ ຊັ້ນ Kilo, ເຮືອບິນສູ້ຮົບທັນສະໄໝ, ຄື: Su-27 ແລະ Su-30, ລູກສອນໄຟປ້ອງກັນຝັ່ງທະເລ Bastion,  ລູກສອນໄຟໜ້າດິນຕ້ານເທິງອາກາດ, ລູກສອນໄຟເທິງອາກາດຕ້ານເທິງອາກາດ ແລະລູກສອນໄຟດັບສູນເຮືອຮົບ...

ຈໍານວນອາວຸດທີ່ກ່າວມານີ້ແມ່ນພຽງພໍເພື່ອປົກປ້ອງຜົນປະໂຫຍດແຫ່ງຊາດຂອງຫວຽດນາມ ໃນການປ້ອງກັນຕົວ ແລະປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຢູ່ທະເລຕາເວັນອອກ. ເວົ້າອີກຢ່າງໜຶ່ງແມ່ນມັນສວມບົດບາດນາບຂູ່ຝ່າຍກົງກັນຂ້າມ.

leftcenterrightdel
ກໍາປັ່ນ 016 - ກວາງຈຸງ ອອກຈາກທ່າກໍາປັ່ນ Visakhapatnam (ອິນເດຍ) ເດີນທາງກັບຄືນປະເທດ, ພາຍຫຼັງເຂົ້າຮ່ວມການຝຶກຊ້ອມທະຫານເຮືອຫຼາຍຝ່າຍ MILAN ປີ 2022. ພາບ: ກິມແອວງ.

ນັກຂ່າວ: ຫວຽດນາມ ເປີດເຜີຍແຈ້ງໃຫ້ຊາບການຫັນກອງທັບເປັນທັນສະໄໝ ເພື່ອປ້ອງກັນຕົວໃນສະພາບການໃໝ່, ສຈ ຕີລາຄາແນວໃດກ່ຽວກັບແຜນການນີ້?

ສຈ Carl Thayer: ນັບແຕ່ປີ 2018 ມາຮອດປັດຈຸບັນ, ຫວຽດນາມ ໄດ້ຫຼຸດຜ່ອນການຊື້ອາວຸດການທະຫານຂະໜາດ “ໃຫຍ່”. ຂໍ້ມູນຈາກທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກ່ຽວກັບການຫັນກໍາລັງປະກອບອາວຸດເປັນທັນສະໄໝຢ່າງມີການຄັດເລືອກຂອງຫວຽດນາມ ບໍ່ໄດ້ກໍ່ຄວາມວິຕົກກັງວົນ. ການຫັນເປັນທັນສະໄໝແມ່ນວິວັດທະນາການທີ່ກໍາລັງດໍາເນີນໄປຢ່າງເປັນປົກກະຕິ.

ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນທີ່ການເຈລະຈາ Shangri-La ທີ່ຜ່ານມາ ພ້ອມກັບລັດຖະມົນຕີກະຊວງປ້ອງກັນປະເທດຂອງກໍາປູເຈຍ ແລະຟີລິບປີນ ເຊິ່ງທັງສອງທ່ານ ກໍ່ມີທັດສະນະທີ່ຄ້າຍຄືກັນກ່ຽວກັບການຫັນເປັນທັນສະໄໝ. ໃນຕົວຈິງ, ເນື້ອໃນບົດກ່າວປາໄສຂອງທ່ານລັດຖະມົນຕີ ຟານວັນຢາງ ໄດ້ເຮັດໃຫ້ເພີ່ມຄວາມໂປ່ງໃສ ແລະສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ.

ນັກຂ່າວ: ດ້ວຍອາວຸດ ແລະຍຸດໂທປະກອນຂອງຕົນ, ຫວຽດນາມ ຈະກາຍເປັນໄພນາບຂູ່ຕໍ່ກັບບໍ່ວ່າປະເທດໃດໃນພາກພື້ນບໍ່, ຂໍຮຽນທ່ານ ສຈ?

ສຈ Carl Thayer: ຫວຽດນາມ ບໍ່ມີອາວຸດບຸກໂຈມຕີໄລຍະໄກ ຫຼື ມີກໍາລັງຄວາມສາມາດເພື່ອຍິງ ຫຼື ຮັກສາກໍາລັງການທະຫານຂະໜາດໃຫຍ່ຢູ່ໃນໄລຍະທີ່ຫ່າງໄກຫວຽດນາມ. ຫວຽດນາມ ປະກອບສ່ວນເຂົ້າໃນສັນຕິພາບຢູ່ພາກພື້ນຕາມສອງວິທີ. ທີໜຶ່ງ, ຫວຽດນາມ ປະຕິບັດ “ການເພິ່ງຕົນເອງ, ກຸ້ມຕົນເອງ” - ອີງໃສ່ແຫຼ່ງກໍາລັງສະເພາະຂອງຕົນ - ເພື່ອກໍ່ສ້າງກໍາລັງແຮງປ້ອງກັນ. ທີສອງ, ຫວຽດນາມ ສວມບົດບາດເປັນເຈົ້າການ ແລະສ້າງສັນໃນກົນໄກກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ແລະບັນດາກົນໄກຮ່ວມມືສໍາຮອງຂອງມັນ, ຄື: ທະຫານອາກາດ, ທະຫານເຮືອ, ສືບຂ່າວ ແລະທະຫານບົກອາຊຽນ.

ນັກຂ່າວ: ທ່ານພົນເອກ ຟານວັນຢາງ ຢັ້ງຢືນຄືນໃໝ່ນະໂຍບາຍ “4 ບໍ່” ໃນບົດກ່າວປາໄສຂອງຕົນ. ນະໂຍບາຍນີ້ຊ່ວຍຮັບປະກັນສັນຕິພາບຢູ່ພາກພື້ນຄືແນວໃດ, ຂໍຮຽນທ່ານ ສາດສະດາຈານ?

ສຈ Carl Thayer: ມີ 2 ສ່ວນປະກອບໃນທ່າຮົບປ້ອງກັນຊາດຂອງປະເທດໜຶ່ງ: ຄວາມສາມາດ ແລະຈຸດປະສົງ. ຄໍາຖາມນີ້ໄດ້ຖາມຖືກປະເດັນ, ຖືກຈຸດປະສົງ. ຫວຽດນາມ ໄດ້ສະເໜີຕົວປື້ມປົກຂາວປ້ອງກັນຊາດ ຈໍານວນ 4 ເຫຼັ້ມ ນັບແຕ່ປີ 1998 ເປັນຕົ້ນມາ. ປື້ມປົກຂາວເຫຼົ່ານີ້ ຍາມໃດກໍ່ລວມມີນະໂຍບາຍ “3 ບໍ່”: ບໍ່ເຂົ້າຮ່ວມພັນທະມິດການທະຫານ; ບໍ່ຮ່ວມກຸ່ມກັບປະເທດນີ້ເພື່ອຕ້ານປະເທດອື່ນ; ບໍ່ໃຫ້ປະເທດອື່ນຕັ້ງຖານທັບ ຫຼື ນໍາໃຊ້ຜືນແຜ່ນດິນຂອງຫວຽດນາມ ເພື່ອຕ້ານຄືນປະເທດອື່ນ. ປື້ມປົກຂາວປ້ອງກັນຊາດ ປີ 2019 ຂອງຫວຽດນາມ ເພີ່ມເຕີມ ບໍ່ ທີສີ່ ນັ້ນແມ່ນ: ບໍ່ນໍາໃຊ້ກໍາລັງອາວຸດ ຫຼື ນາບຂູ່ນໍາໃຊ້ກໍາລັງອາວຸດເຂົ້າໃນການພົວພັນສາກົນ. ສິ່ງດັ່ງກ່າວນີ້ໄດ້ລະບຸໄວ້ໃນປືື້ມປົກຂາວປ້ອງກັນຊາດຂອງຫວຽດນາມ ປີ 2004. ນະໂຍບາຍ “4 ບໍ່” ຂອງຫວຽດນາມ ໄດ້ຍົກອອກການຮັບປະກັນໃຫ້ແກ່ບັນດາປະເທດອື່ນໃນພາກພື້ນເພາະວ່າ ຫວຽດນາມ ຍາມໃດກໍ່ມີສັດຈະຕໍ່ຄໍາເວົ້າຂອງຕົນດ້ວຍການກະທໍາຂອງຕົນ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ໄຊຊະນະ