ທີ່ການພົບປະ, ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ການຢ້ຽມຢາມຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ແມ່ນການຢ້ຽມຢາມຄັ້ງທໍາອິດຂອງການນໍາຂັ້ນສູງຫວຽດນາມ ໄປຍັງ ແຟງລັງ ນັບຕັ້ງແຕ່ສອງປະເທດສ້າງຕັ້ງການພົວພັນທາງການທູດປີ 1973. ເລື່ອງສອງຝ່າຍອອກຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງຂອບການພົວພັນຄູ່ຮ່ວມມືຍຸດທະສາດ ເນື່ອງໃນໂອກາດການຢ້ຽມຢາມ ແຟງລັງ ຢ່າງເປັນທາງການຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ສະແດງຄໍາໝັ້ນສັນຍາຊຸກຍູ້ການຮ່ວມມື, ພັດທະນາຮອບດ້ານ, ເລິກເຊິ່ງ, ກວ້າງຂວາງ, ສອດຄ່ອງກັບຜົນປະໂຫຍດ, ທ່າແຮງຂອງສອງຝ່າຍ.
ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມ ຢືດໝັ້ນນະໂຍບາຍປ້ອງກັນຊາດ “4 ບໍ່”. ຫວຽດນາມ ປາດຖະໜາຢາກເປີດກວ້າງການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ແລະຫຼາຍຝ່າຍ, ບົນພື້ນຖານຄວາມສະເໝີພາບ, ເຄົາລົບເຊິ່ງກັນ ແລະກັນເພື່ອຜົນປະໂຫຍດລວມ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ.
    |
 |
ທ່ານພົນເອກ ຟານວັນຢາງ ແລະທ່ານ Antti Hakkanen ລັດຖະມົນຕີກະຊວງປ້ອງກັນປະເທດແຟງລັງ. ພາບ: ທູຈາງ |
ທ່ານພົນເອກ ຟານວັນຢາງ ຫວັງວ່າ ແຟງລັງ ຈະສະໜັບສະໜູນຫຼັກການເຫັນດີເຫັນພ້ອມຂອງອາຊຽນ. ກ່ຽວກັບບັນຫາທະເລຕາເວັນອອກ, ຫວຽດນາມ ຫວັງວ່າ ແຟງລັງ ຈະສະໜັບສະໜູນຫຼັກການແກ້ໄຂການແກ່ງແຍ້ງໂດຍສັນຕິວິທີ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ ແລະຜົນປະໂຫຍດອັນຊອບທໍາຂອງບັນດາປະເທດ; ເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.
ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ ຫວຽດນາມ ພ້ອມທີ່ຈະບໍາລຸງສ້າງພາສາຫວຽດ ໃຫ້ນາຍທະຫານກອງທັບແຟງລັງ, ພ້ອມທັງເຊີນເຈົ້າໜ້າທີ່ອາວຸໂສກະຊວງປ້ອງກັນປະເທດແຟງລັງ ເຂົ້າຮ່ວມຊຸດບໍາລຸງສ້າງເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ຢູ່ຫວຽດນາມ.
ໃນຂົງເຂດອຸດສາຫະກໍາປ້ອງກັນຊາດ, ຫວຽດນາມ ຫວັງວ່າ ສອງຝ່າຍຈະຮ່ວມມືໃນພື້ນຖານທີ່ມີຜົນປະໂຫຍດໃຫ້ແກ່ສອງຝ່າຍ. ຂອບໃຈແຟງລັງ ໄດ້ຈັດສົ່ງວິສາຫະກິດເຂົ້າຮ່ວມວາງສະແດງຜະລິດຕະພັນຢູ່ງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 2024...
ທ່ານລັດຖະມົນຕີ Antti Hakkanen ຕີລາຄາສູງບົດບາດ, ທີ່ຕັ້ງ ແລະບັນດາຜົນງານ ເຊິ່ງຫວຽດນາມ ບັນລຸໄດ້ໃນການພັດທະນາເສດຖະກິດ-ສັງຄົມ. ເນັ້ນໜັກເຖິງຄວາມສຳຄັນພິເສດຂອງການຢ້ຽມຢາມ ແຟງລັງ ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ທ່ານລັດຖະມົນຕີ Antti Hakkanen ເຊື່ອໝັ້ນວ່າ ດ້ວຍການພັດທະນາອັນດີງາມ ແລະການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດນັບມື້ນັບພັດທະນາ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍຈະສືບຕໍ່ພັດທະນາ.
ໃນໄລຍະຈະມາເຖິງ, ເພື່ອສອດຄ່ອງກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ, ສອງຝ່າຍເຫັນດີເປັນເອກະພາບຄົ້ນຄວ້າ ແລະສົມທົບກັນຈັດຕັ້ງປະຕິບັດບັນດາເນື້ອໃນການຮ່ວມມື ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ; ອຸດສາຫະກໍາປ້ອງກັນຊາດ, ຮັກສາສັນຕິພາບ ສປຊ, ບໍາລຸງສ້າງ; ຄົ້ນຄວ້າສ້າງຕັ້ງກົນໄກທາບທາມ, ການພົບປະເຈລະຈາ; ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ສະໜັບສະໜູນ, ສົມທົບກັນໃນຂອບເຂດການຮ່ວມມືລະຫວ່າງຫວຽດນາມ ແລະອີຢູ.
ເນື່ອງໃນໂອກາດນີ້, ທ່ານພົນເອກ ຟານວັນຢາງ ໄດ້ເຊື້ອເຊີນທ່ານ Antti Hakkanen ລັດຖະມົນຕີກະຊວງປ້ອງກັນປະເທດແຟງລັງ ໄປຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນເວລາທີ່ເໝາະສົມ.
ໂດຍ: ໄຊນີດາ