ຕ້ອນຮັບກໍາປັ່ນ ມີຜູ້ຕາງໜ້າຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ກອງບັນຊາການທະຫານເຮືອເຂດ 2; ກອງບັນຊາການທະຫານເຂດ 7, ກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ, ເອກອັກຄະລັດຖະທູດນິວຊີແລນ ປະຈຳຫວຽດນາມ ແລະບັນດາອົງການທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ.

ການຢ້ຽມຢາມມິດຕະພາບນະຄອນໂຮ່ຈີມິນ ຂອງກຳປັ່ນທະຫານເຮືອ HMNZS Aotearoa ໄດ້ດໍາເນີນໄປໃນຊ່ວງເວລາພິເສດ ເມື່ອຫວຽດນາມ ແລະນິວຊີແລນ ສະເຫຼີມສະຫຼອງ 50 ປີ ແຫ່ງການພົວພັນທາງການທູດ. ການນຳສອງປະເທດ ຫາກໍ່ປະກາດຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນເດືອນກຸມພາ 2025.

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກທີ່ພິທີຕ້ອນຮັບກໍາປັ່ນ. ພາບ: qdnd.vn

ນີ້ແມ່ນໂອກາດເພື່ອໃຫ້ກະຊວງປ້ອງກັນປະເທດຫວຽດນາມ ແລະນິວຊີແລນ ເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດເລິກເຊິ່ງກວ່າອີກ, ພ້ອມທັງຊຸກຍູ້ການພົບປະແລກປ່ຽນມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງກໍາລັງທະຫານເຮືອສອງປະເທດ.

ໃນໄລຍະຢ້ຽມຢາມນະຄອນໂຮ່ຈີມິນ, ກຸ່ມບັນຊາກຳປັ່ນ ຈະເຂົ້າຢ້ຽມຂໍ່ານັບການນຳຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ, ກອງບັນຊາການທະຫານເຂດ 7 ແລະກອງບັນຊາການທະຫານເຮືອເຂດ 2; ຢ້ຽມຊົມບາງສະຖານທີ່ທ່ອງທ່ຽວຢູ່ນະຄອນ; ເຂົ້າຮ່ວມການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາ, ແຂ່ງຂັນກິລາ ແລະສົມທົບກັນປະຕິບັດກົດແຫ່ງການປະພຶດການປະເຊີນໜ້າໂດຍບັງເອີນຢູ່ທະເລ (CUES) ກັບທະຫານເຮືອປະຊາຊົນຫວຽດນາມ.

ກຳປັ່ນ HMNZS Aotearoa ມີໜ້າທີ່ໜູນຊ່ວຍດ້ານພະລາທິການໃຫ້ແກ່ທະຫານເຮືອນິວຊີແລນ ແລະປະຕິບັດກິດຈະກຳຊ່ວຍເຫຼືອດ້ານມະນຸດສະທຳ.

ນີ້ເປັນຄັ້ງທີສອງ ທີ່ກໍາປັ່ນ HMNZS Aotearoa ມາຢ້ຽມຢາມຫວຽດນາມ ໃນ 3 ປີຜ່ານມາ, ເຊິ່ງພິສູດໃຫ້ເຫັນຢ່າງຈະແຈ້ງກ່ຽວກັບການພົວພັນຮ່ວມມືດ້ານປ້ອງກັນຊາດ ນັບມື້ນັບແໜ້ນແຟ້ນລະຫວ່າງ ນິວຊີແລນ ແລະຫວຽດນາມ.

ໂດຍ: ຈາງຫງວຽນ