ຊຸກຍູ້ການຮ່ວມມືລະຫວ່າງສານປະຊາຊົນ ຫວຽດນາມ ແລະລາວ
ກປ.ອອນໄລ - ຕອນບ່າຍວັນທີ 28 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ເລມິງຈີ້ ເລຂາທິການສູນກາງພັກ, ປະທານສານປະຊາຊົນສູງສຸດຫວຽດນາມ ໄດ້ພົບປະສອງຝ່າຍກັບທ່ານນາງ ວຽງທອງ ສີພັນດອນ, ເລຂາທິການສູນກາງພັກ, ປະທານສານປະຊາຊົນສູງສຸດລາວ ທີ່ພວມຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.
ຍິນດີຕ້ອນຮັບຄະນະຜູ້ແທນສານປະຊາຊົນສູງສຸດລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ, ທ່ານ ເລມິງຈີ້ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ການຢ້ຽມຢາມໄດ້ປະກອບສ່ວນຊຸກຍູ້ກວ່າອີກການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ພ້ອມທັງເປີດທິດທາງຮ່ວມມືທີ່ແທດຈິງ, ມີປະສິດທິຜົນ ແລະເລິກເຊິ່ງກວ່າອີກໃນຂົງເຂດຕຸລາການລະຫວ່າງສອງປະເທດ.
    |
 |
|
ທ່ານ ເລມິງຈີ້ ເລຂາທິການສູນກາງພັກ, ປະທານສານປະຊາຊົນສູງສຸດຫວຽດນາມ ພົບປະສອງຝ່າຍກັບທ່ານນາງ ວຽງທອງ ສີພັນດອນ, ເລຂາທິການສູນກາງພັກ, ປະທານສານປະຊາຊົນສູງສຸດລາວ. ພາບ: ສໍານັກຂ່າວສານຫວຽດນາມ. |
ທີ່ການພົບປະສອງຝ່າຍລະຫວ່າງປະທານສານປະຊາຊົນສູງສຸດຂອງສອງປະເທດ, ສອງຝ່າຍໄດ້ທົບທວນຄືນຜົນການຮ່ວມມືລະຫວ່າງສານປະຊາຊົນສອງປະເທດໃນໄລຍະຜ່ານມາ, ແຈ້ງໃຫ້ຊາບກ່ຽວກັບການປະຕິຮູບດ້ານຕຸລາການຂອງແຕ່ລະປະເທດ; ພ້ອມທັງປຶກສາຫາລືກ່ຽວກັບການລົງນາມຂໍ້ຕົກລົງຮ່ວມມືລະຫວ່າງສານປະຊາຊົນສູງສຸດສອງປະເທດ (ລົງນາມເມື່ອປີ 2008) ຄືນໃໝ່ ແລະຍູ້ແຮງການຮ່ວມມືລະຫວ່າງສານປະຊາຊົນທ້ອງຖິ່ນ ພາຍຫຼັງຫວຽດນາມ ສັບຊ້ອນ, ປັບປຸງກົງຈັກການຈັດຕັ້ງຄືນໃໝ່. ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງສານປະຊາຊົນຂັ້ນຕ່າງໆ, ສົ່ງເສີມສ້າງຕັ້ງຊ່ອງແລກປ່ຽນທາງອອນລາຍເພື່ອແບ່ງປັນເອກະສານ, ບົດຮຽນປະສົບການ ແລະສົມທົບກັນແກ້ໄຂບັນດາກໍລະນີທີ່ມີປັດໄຈຂ້າມຊາຍແດນ.
ສິ້ນສຸດການພົບປະສອງຝ່າຍ, ທ່ານປະທານສານປະຊາຊົນສູງສຸດຫວຽດນາມ ໄດ້ມອບຄອມພິວເຕີໂນດບຸກຈໍານວນ 10 ໜ່ວຍ ໃຫ້ສານປະຊາຊົນສູງສຸດລາວ ແລະຢັ້ງຢືນວ່າ, ສານປະຊາຊົນສູງສຸດຫວຽດນາມ ຍາມໃດກໍ່ພ້ອມແລ້ວທີ່ຈະໜູນຊ່ວຍສານປະຊາຊົນສູງສຸດລາວ ໃນການແບ່ງປັນບົດຮຽນປະສົບການໃນການປະຕິຮູບດ້ານຕຸລາການ, ບຳລຸງສ້າງພະນັກງານ, ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະການຫັນເປັນດີຈີຕອນ.
ໂດຍ: ໄຊຊະນະ