ປັກກິ່ງ ໃຫ້ຮູ້ວ່າ ສອງປະເທດບັນລຸໄດ້ຄວາມເຫັນດີເຫັນພ້ອມເບື້ອງຕົ້ນກ່ຽວກັບບັນດາບັນຫາ, ລວມມີການຕໍ່ກຳນົດພາສີອາກອນ, fentanyl ແລະ ການຄວບຄຸມການສົ່ງອອກ. ທ່ານຮອງນາຍົກລັດຖະມົນຕີຈີນ He Lifeng ໄດ້ພົບປະກັບທ່ານລັດຖະມົນຕີການເງິນອາເມລິກາ Scott Bessent ແລະ ຜູ້ຕາງໜ້າທາງການຄ້າ Jamieson Greer ຢູ່ນອກກອງປະຊຸມສຸດຍອດອາຊຽນ ຢູ່ Kuala Lumpur.

leftcenterrightdel
ພາບປະກອບ: REUTERS

ຕາມຂໍ້ມູນໄດ້ຮັບຈາກຝ່າຍຈີນ ແລ້ວ, ສອງຝ່າຍໄດ້ແລກປ່ຽນທັດສະນະຢ່າງກົງໄປກົງມາ, ເລິກເຊິ່ງ ແລະ ມີລັກສະນະສ້າງສັນ ກ່ຽວກັບບັນດາບັນຫາເສດຖະກິດ - ການຄ້າສຳຄັນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ຈີນ ແລະອາເມລິກາ ເຫັນດີເປັນເອກະພາບຈະເສີມຂະຫຍາຍກົນໄກປຶກສາຫາລືເສດຖະກິດ - ການຄ້າສອງຝ່າຍ, ຮັກສາການຕິດຕໍ່ພົວພັນຢ່າງແໜ້ນແຟ້ນກ່ຽວກັບບັນດາຄວາມສົນໃຈຂອງກັນ, ຊຸກຍູ້ການພົວພັນເສດຖະກິດ-ການຄ້າ ຂອງສອງປະເທດໃຫ້ມີການພັດທະນາຢ່າງໂປ່ງໃສ, ມີສະຖຽນລະພາບ ແລະ ຍືນຍົງ.

ແຫຼ່ງຄັດຈາກ: vovworld.vn