leftcenterrightdel
 

leftcenterrightdel
ທ່ານ Atanas Dimitrov Zapryanov ລັດຖະມົນຕີກະຊວງປ້ອງກັນປະເທດບຸນກາຣີ ເປັນປະທານພິທີຕ້ອນຮັບ. ພາບ: ທູຈາງ

ທີ່ການພົບປະສອງຝ່າຍ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ 75 ປີຜ່ານມາ, ການພົວພັນມິດຕະພາບທີ່ເປັນມູນເຊື້ອຫວຽດນາມ-ບຸນກາຣີ, ການນໍາລຸ້ນຕ່າງໆສອງປະເທດ ຍາມໃດກໍ່ເຄົາລົບ ແລະເພີ່ມພູນຄູນສ້າງ. ຫວຽດນາມ ຍາມໃດກໍ່ເຄົາລົບ, ຈົດຈໍາການສະໜັບສະໜູນອັນລໍ້າຄ່າ ແລະໃຫຍ່ຫຼວງຂອງບຸນກາຣີ ທີ່ສະຫງວນໃຫ້ຫວຽດນາມ ໃນກິດຈະການຕໍ່ສູ້ຍາດເອົາເອກະລາດໃນເມື່ອກ່ອນ ກໍ່ຄືໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນປັດຈຸບັນ. ການຢ້ຽມຢາມ ບຸນກາຣີ ຢ່າງເປັນທາງການຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ມີຄວາມໝາຍພິເສດ, ແມ່ນການຢ້ຽມຢາມ ບຸນກາຣີ ຄັ້ງທໍາອິດຂອງຜູ້ນໍາໜ້າພັກກອມມູນິດຫວຽດນາມ ນັບແຕ່ເມື່ອ ປະທານໂຮ່ຈີມິນ ຢ້ຽມຢາມມິດຕະພາບຢ່າງເປັນທາງການບຸນກາຣີ ເມື່ອເດືອນ ສິງຫາ 1957, ປະກອບສ່ວນເຮັດໃຫ້ການພົວພັນມິດຕະພາບ ແລະເປີດໄລຍະຮ່ວມມືໃໝ່ລະຫວ່າງສອງປະເທດ, ສ້າງກໍາລັງໜູນຊຸກຍູ້ການພົວພັນສອງຝ່າຍໃນຂົງເຂດຕ່າງໆ, ໃນນັ້ນມີຂົງເຂດປ້ອງກັນຊາດ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ທີ່ການພົບປະສອງຝ່າຍ. ພາບ: ທູຈາງ

leftcenterrightdel
ທ່ານ Atanas Dimitrov Zapryanov ລັດຖະມົນຕີກະຊວງປ້ອງກັນປະເທດບຸນກາຣີ ທີ່ການພົບປະສອງຝ່າຍ. ພາບ: ທູຈາງ

ທ່ານ Atanas Dimitrov Zapryanov ຢືນຢັນວ່າ ບຸນກາຣີ ແລະຫວຽດນາມ ມີການພົວພັນທີ່ເປັນມູນເຊື້ອບົນພື້ນຖານເຄົາລົບເຊິ່ງກັນ ແລະກັນ; ເນັ້ນໜັກວ່ານີ້ແມ່ນພື້ນຖານອັນໜັກແໜ້ນເພື່ອໃຫ້ສອງປະເທດ ແລະສອງກະຊວງປ້ອງກັນປະເທດ ປັບປຸງ, ພັດທະນາການພົວພັນຮ່ວມມື; ສະແດງຄວາມປິຕິຊົມຊື່ນທີ່ໄດ້ພົບປະ ແລະພ້ອມກັບທ່ານພົນເອກ ຟານວັນຢາງ ແລກປ່ຽນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະຍົກອອກບັນດາຂໍ້ລິເລີ່ມ, ສະເໜີແນະຢ່າງລະອຽດເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ.

ບົນຈິດໃຈແລກປ່ຽນຢ່າງຈິງໃຈ, ກົງໄປກົງມາ, ສອງລັດຖະມົນຕີ ຕີລາຄາວ່າ, ໃນໄລຍະຜ່ານມາ, ການພົວພັນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ບຸນກາຣີ ບັນລຸໄດ້ບາງໝາກຜົນຢ່າງຕັ້ງໜ້າໃນບັນດາຂົງເຂດ, ຄື: ການແລກປ່ຽນຄະນະ, ພົບປະຂັ້ນສູງ; ແລກປ່ຽນຄະນະຢ້ຽມຢາມ, ຜັກຜ່ອນ; ບໍາລຸງສ້າງ; ອຸດສາຫະກໍາປ້ອງກັນຊາດ...

leftcenterrightdel
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: ທູຈາງ

ທ່ານພົນເອກ ຟານວັນຢາງ ສະເໜີກະຊວງປ້ອງກັນປະເທດ ບຸນກາຣີ ຄົ້ນຄວ້າຈັດສົ່ງທີ່ປຶກສາທູດປ້ອງກັນຊາດ ປະຈໍາຢູ່ ຫວຽດນາມ ໃນໄລຍະຈະມາເຖິງເພື່ອຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍກວ່າອີກ... ກະຊວງປ້ອງກັນປະເທດຫວຽດນາມ ພ້ອມທີ່ຈະຮັບນາຍທະຫານບຸນກາຣີ ໄປຮຽນພາສາຫວຽດ ແລະເຂົ້າຮ່ວມຊຸດຝຶກອົບຮົມເຈົ້າໜ້າທີ່ປ້ອງກັນຊາດຢູ່ຫວຽດນາມ.

leftcenterrightdel
 

leftcenterrightdel
ສອງລັດຖະມົນຕີ ລົງນາມໜັງສືເຈດຈໍານົງລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ກ່ຽວກັບການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ. ພາບ: ທູຈາງ

ເນື່ອງໃນໂອກາດນີ້, ທ່ານພົນເອກ ຟານວັນຢາງ ໄດ້ເຊື້ອເຊີນທ່ານລັດຖະມົນຕີກະຊວງປ້ອງກັນປະເທດບຸນກາຣີ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນປີ 2026 ຫຼື ໃນເວລາທີ່ເໝາະສົມກັບຕາຕະລາງປະຕິບັດງານຂອງສອງຝ່າຍ; ຂອບໃຈກະຊວງປ້ອງກັນປະເທດບຸນກາຣີ ໄດ້ຈັດສົ່ງຄະນະເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ປີ 2022, 2024 ແລະຫວັງວ່າ ບຸນກາຣີ ຈະສືບຕໍ່ຈັດສົ່ງຄະນະເຂົ້າຮ່ວມງານວາງສະແດງທີ່ຈັດຕັ້ງຄັ້ງຕໍ່ໄປ.

leftcenterrightdel
ທ່ານພົນຈັດຕະວາ ເຈິ່ນດິ່ງເທາະ ຫົວໜ້າກົມພະນັກງານ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຫຽດນາມ ແລະທ່ານນາງ Tatyana Aleksandrova ຜູ້ອໍານວຍການຝ່າຍບໍລິຫານສະໂມສອນກອງທັບ ແລະພັກຜ່ອນ, ກະຊວງປ້ອງກັນປະເທດບຸນກາຣີ, ເຊັນສາລະບານຂໍ້ຕົກລົງລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ກ່ຽວກັບການແລກປ່ຽນຄະນະຢ້ຽມຊົມ, ພັກຜ່ອນ. ພາບ: ທູຈາງ

ທ່ານ Atanas Dimitrov Zapryanov ສະແດງຄວາມເຫັນດີເປັນເອກະພາບສູງດ້ວຍຂໍ້ສັງເກດ, ການຕີລາຄາຂອງທ່ານພົນເອກ ຟານວັນຢາງ; ຢ້ັງຢືນວ່າ ກະຊວງປ້ອງກັນປະເທດບຸນກາຣີ ພ້ອມທີ່ຈະກັບກະຊວງປ້ອງກັນປະເທດຫວຽດນາມ ຊຸກຍູ້ການພົວພັນດ້ານປ້ອງກັນຊາດສອງຝ່າຍ,...

ສິ້ນສຸດການພົບປະສອງຝ່າຍ, ສອງລັດຖະມົນຕີ ໄດ້ລົງນາມໜັງສືເຈດຈໍານົງລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ກ່ຽວກັບການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ. ສອງຝ່າຍກໍ່ລົງນາມສາລະບານຂໍ້ຕົກລົງລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ກ່ຽວກັບການແລກປ່ຽນຄະນະຢ້ຽມຊົມ, ພັກຜ່ອນ.

ໂດຍ: ໄຊນີດາ