ພັກປະຊາທິປະໄຕສັງຄົມເຢຍລະມັນ ຖືເປັນສໍາຄັນການຮ່ວມມືດ້ານທິດສະດີ ກັບພັກກອມມູນິດຫວຽດນາມ
ກປ.ອອນໄລ - ວັນທີ 29 ຕຸລາ, ຢູ່ສໍານັກງານສູນກາງພັກ, ສະຫາຍ ຫງວຽນຊວນຖັ໊ງ, ກໍາມະການກົມການເມືອງ, ປະທານສະພາທິດສະດີສູນກາງ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໄດ້ຕາງໜ້າການນໍາພັກ, ລັດ ຕ້ອນຮັບຄະນະຜູ້ແທນພັກປະຊາທິປະໄຕສັງຄົມເຢຍລະມັນ (SPD) ນໍາໂດຍທ່ານ Achim Post ຮອງປະທານສະຫະພັນ SPD ທັງເປັນປະທານຮ່ວມ SPD ລັດ North Rhine-Westphalia ມາຢ້ຽມຢາມ, ເຮັດວຽກ ແລະເຂົ້າຮ່ວມການປຶກສາຫາລືທິດສະດີ ຄັ້ງທີ 10 ລະຫວ່າງພັກກອມມູນິດຫວຽດນາມ ກັບ SPD.
    |
 |
|
ສະຫາຍ ຫງວຽນຊວນຖັ໊ງ ຕ້ອນຮັບ ທ່ານ Achim Post. ພາບ: nhandan.vn |
ທີ່ການຕ້ອນຮັບ, ສະຫາຍ ຫງວຽນຊວນຖັ໊ງ ຢືນຢັນວ່າ ພັກກອມມູນິດຫວຽດນາມ ຖືເປັນສຳຄັນການແລກປ່ຽນດ້ານທິດສະດີ, ນະໂຍບາຍກັບບັນດາພັກການເມືອງທີ່ມີອິດທິພົນຊື່ສຽງໃນໂລກ, ໃນນັ້ນມີພັກ SPD; ເນັ້ນໜັກວ່າ ຫົວຂໍ້ ແລະເນື້ອໃນຂອງການປຶກສາຫາລືຄັ້ງນີ້ ມີຄວາມໝາຍສຳຄັນຍິ່ງໃນສະພາບການທີ່ພັກກອມມູນິດຫວຽດນາມ ພວມປະຕິບັດສຳເລັດບັນດາເອກະສານໃຫ້ສົມບູນແບບ ເພື່ອກະກຽມໃຫ້ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ຊ່ວຍຮັບຮູ້ການຫັນປ່ຽນຂອງສະຖານະການການເມືອງ, ຄວາມໝັ້ນຄົງ ແລະ ສີວິໄລຂອງມວນມະນຸດ, ປະກອບສ່ວນກຳນົດບັນດາບຸລິມະສິດຍຸດທະສາດ, ຍາດແຍ່ງກາລະໂອກາດ, ຜ່ານຜ່າສິ່ງທ້າທາຍ ເພື່ອພັດທະນາໃນໄລຍະປະຈຸບັນ; ເຊື່ອໝັ້ນວ່າ ການປຶກສາຫາລືຈະປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງສອງພັກໃຫ້ເລິກເຊິ່ງກ່ວາອີກ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ເຢຍລະມັນ ໃຫ້ພັດທະນາຢ່າງຮອບດ້ານ, ແທດຈິງ ແລະມີປະສິດທິຜົນ. ສະຫາຍ ຫງວຽນຊວນຖັ໊ງ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ ໃນໄລຍະຜ່ານມາ, ການກໍານົດທິດໃຫຍ່, ນະໂຍບາຍຊີ້ຂາດຍຸດທະສາດ ທີ່ພັກ, ລັດຫວຽດນາມ ໄດ້ປະກາດໃຊ້ ແລະຄວາມຕັດສິນໃຈປະຕິບັດ ເພື່ອບັນລຸເປົ້າໝາຍ 100 ປີແຫ່ງວັນສ້າງຕັ້ງພັກ ແລະ 100 ປີແຫ່ງວັນສະຖາປະນາປະເທດ.
    |
 |
|
ບັນຍາກາດທີ່ການຕ້ອນຮັບ. ພາບ: nhandan.vn |
ທ່ານ Achim Post ຕີລາຄາສູງບັນດາຜົນງານທີ່ຫວຽດນາມ ບັນລຸໄດ້ໃນກິດຈະການປ່ຽນແປງໃໝ່, ພັດທະນາເສດຖະກິດ-ສັງຄົມ ແລະເຊື່ອມໂຍງເຂົ້າກັບສາກົນ; ຢືນຢັນວ່າ SPD ຖືເປັນສຳຄັນການພົວພັນຮ່ວມມືດ້ານທິດສະດີ ກັບພັກກອມມູນິດຫວຽດນາມ, ຖືນີ້ແມ່ນໜຶ່ງໃນບັນດາກົນໄກປຶກສາຫາລືສຳຄັນ, ຊ່ວຍໃຫ້ສອງພັກແບ່ງປັນບົດຮຽນປະສົບການໃນການວາງແຜນນະໂຍບາຍ, ພັດທະນາແບບຍືນຍົງ, ຄວາມຍຸຕິທຳທາງສັງຄົມ ແລະຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ, ປະກອບສ່ວນຂຸດຄົ້ນຄວາມສາມາດບົ່ມຊ້ອນ ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດຢ່າງແຂງແຮງ.
ໂດຍ: ທູຈາງ