ຫວຽດນາມ ຕ້ອງຫຼີກລ່ຽງແຮ້ວລະດັບລາຍຮັບປານກາງ ເພື່ອກາຍເປັນປະເທດພັດທະນາໃນປີ 2045
ໃນຂອບເຂດກອງປະຊຸມສະໄໝສາມັນ ເທື່ອທີ 10, ສະພາແຫ່ງຊາດຫວຽດນາມ ຊຸດທີ 15, ຕອນເຊົ້າວັນທີ 30 ຕຸລາ, ບັນດາສະມາຊິກສະພາແຫ່ງຊາດ ສືບຕໍ່ປຶກສາຫາລືກ່ຽວກັບສະພາບການເສດຖະກິດ-ສັງຄົມ ແລະປະຕິບັດການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່.
    |
 |
|
ບັນຍາກາດທີ່ກອງປະຊຸມ. ພາບ: quochoi.vn |
ດ້ວຍເປົ້າໝາຍທີ່ຈະມາເຖິງ, ແມ່ນນຳ ຫວຽດນາມ ໃຫ້ກາຍເປັນປະເທດພັດທະນາໃນປີ 2045, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 20.000 - 25.000 USD/ປີ, ມີການພັດທະນາຢ່າງວ່ອງໄວ, ຍືນຍົງ. ເຖິງຢ່າງໃດກໍ່ຕາມ, ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ຫວຽດນາມ ຕ້ອງຜ່ານຜ່າສິ່ງທ້າທາຍຫຼາຍຢ່າງ, ໃນນັ້ນມີຄວາມສ່ຽງຖົດຖອຍ ແລະຕົກເຂົ້າສູ່ແຮ້ວລະດັບລາຍຮັບປານກາງ.
ທ່ານ ເຈືອງຈ້ອງເງັ້ຍ, ຄະນະສະມາຊິກສະພາແຫ່ງຊາດນະຄອນໂຮ່ຈີມິນ ຖືວ່າ: “ມາດຕະການແກ້ໄຂເພື່ອບໍ່ໃຫ້ຕົກໃນແຮ້ວລະດັບລາຍຮັບປານກາງແມ່ນຕ້ອງຫັນປ່ຽນວິທີການ ແລະຮູບແບບການເຕີບໂຕ, ກັບເສດຖະກິດພູມປັນຍາ, ເສດຖະກິດດີຈີຕອນ ແລະເສດຖະກິດສີຂຽວ, ເສດຖະກິດໝູນວຽນ. ເລື່ອງຫັນປ່ຽນວິທີການ ແລະຮູບແບບແມ່ນວຽກງານທີ່ທັງລະບົບຕ້ອງສຸມໃສ່ແກ້ໄຂນັບແຕ່ຕົ້ນອາຍຸການໃໝ່, ເພື່ອໃຫ້ທັງພື້ນຖານເສດຖະກິດຫັນປ່ຽນໄປສູ່ຮູບແບບການເຕີບໂຕໃໝ່ຢ່າງວ່ອງໄວ, ຖ້າບໍ່ດັ່ງນັ້ນ ພວກເຮົາຈະພາດໂອກາດເຂົ້າຮ່ວມກັບບັນດາປະເທດພັດທະນາໃນທົດສະວັດໃໝ່ຂອງມວນມະນຸດ”.
ແຫຼ່ງຄັດຈາກ: vovworld.vn