leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: vov.vn

ທີ່ກອງປະຊຸມສໍາມະນາ, ທ່ານ ຫງວຽນຊວນຖັງ, ກຳມະການກົມການເມືອງ, ປະທານສະພາທິດສະດີສູນກາງພັກກອມມູນິດຫວຽດນາມ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ຢັ້ງຢືນວ່າ ຫົວຂໍ້ຂອງກອງປະຊຸມສໍາມະນາໄດ້ສ່ອງແສງເຖິງຄວາມສົນໃຈລວມຂອງສອງພັກ, ສອງລັດທີ່ມີຕໍ່ການສັບຊ້ອນ, ປັບປຸງການຈັດຕັ້ງກົງຈັກຂອງລະບົບການເມືອງ ເຊິ່ງ ທັງຫວຽດນາມ ແລະລາວ ພວມດຳເນີນໃຫ້ສົມບູນແບບ ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການບຸກທະລຸພັດທະນາໃນໄລຍະໃໝ່. ກອງປະຊຸມສຳມະນາແມ່ນໂອກາດເພື່ອໃຫ້ສອງພັກພ້ອມກັນຄົ້ນຄວ້າ, ແບ່ງປັນບັນດາຜົນງານທາງດ້ານທິດສະດີ ແລະບົດຮຽນປະສົບການຕົວຈິງຂອງທັງສອງຝ່າຍກ່ຽວກັບການສ້າງລະບົບການເມືອງໃຫ້ກະທັດຮັດ, ສອດຄ່ອງກັບໄລຍະພັດທະນາໃໝ່ຢູ່ແຕ່ລະປະເທດ.

ທ່ານ ຫງວຽນຊວນຖັງ ເນັ້ນໜັກວ່າ: “ຂ້າພະເຈົ້າ ເຊື່ອໝັ້ນວ່າ, ດ້ວຍຈິດໃຈວິທະຍາສາດ, ຊອກຮູ້ຕົວຈິງ ແລະນ້ຳໃຈຖານສະຫາຍອ້າຍນ້ອງຜູກພັນກັນຢ່າງໜຽວແໜ້ນ, ພວກເຮົາ ຈະມີຫຼາຍບົດປະກອບຄຳເຫັນ, ປຶກສາຫາລືຢ່າງມີຄຸນນະພາບ, ປະກອບສ່ວນຢ່າງແທດຈິງໃຫ້ແກ່ໜ້າທີ່ທີ່ມີຄວາມສຳຄັນນີ້, ສ້າງຜົນສຳເລັດໃຫ້ແກ່ກອງປະຊຸມສຳມະນາ, ປະກອບສ່ວນຮັດແໜ້ນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ ໃຫ້ຫຼາຍກວ່າອີກ”.

ສ່ວນທ່ານ ກິແກ້ວ ໄຂຄຳພິທູນ, ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີລາວ ໄດ້ຕີລາຄາສູງຄະນະຈັດຕັ້ງກອງປະຊຸມສຳມະນາທິດສະດີລະຫວ່າງສອງພັກໃນຄັ້ງນີ້ທີ່ໄດ້ກຳນົດຫົວຂໍ້ທີ່ມີຄວາມໝາຍຄວາມສຳຄັນ, ມີລັກສະນະຈຳເປັນຮີບດ່ວນທາງດ້ານທິດສະດີ ແລະພຶດຕິກຳຕົວຈິງ, ປະກອບສ່ວນເສີມສ້າງຄັງສາງທິດສະດີຂອງແຕ່ລະພັກ ໃຫ້ມີຄວາມອຸດົມສົມບູນຂຶ້ນຕື່ມ.

ໂດຍ: ວິທະຍຸ​ກະຈາ​ຍສຽງ​ຫວຽດນາມ