ກອງບັນຊາການທະຫານນະຄອນໂຮ່ຈີມິນ: ພະນັກງານ ແລະນັກຮົບກວ່າ 500 ຄົນ ຊ່ວຍປະຊາຊົນຜ່ານຜ່ານ້ຳຂຶ້ນສູງ
ກປ.ອອນໄລ - ໃນວັນທີ 24 ແລະ 25 ຕຸລາ, ນ້ຳຂຶ້ນສູງ ພ້ອມຝົນຕົກໜັກເຮັດໃຫ້ເຂດຕ່ຳຫຼາຍແຫ່ງໃນນະຄອນໂຮ່ຈີມິນ ຖືກນ້ຳຖ້ວມເລິກ. ກອງບັນຊາການທະຫານນະຄອນໂຮ່ຈີມິນ ໄດ້ຊີ້ນໍາບັນດາກົມກອງຈັດສົ່ງພະນັກງານ, ນັກຮົບກວ່າ 500 ຄົນ ແລະຫຼາຍພາຫະນະສົມທົບກັບກໍາລັງຕ່າງໆເຂົ້າຮ່ວມການກູ້ຊີບ, ກູ້ໄພ ຢ່າງທັນການ, ແກ້ໄຂຜົນຮ້າຍຢ້ອຍຫຼັງຈາກນໍ້າຂຶ້ນສູງ ແລະຝົກຕົກໜັກ.