leftcenterrightdel
ສະຫາຍ  ໂຕເລິມ ເລຂາທິການໃຫຍ່ ຕ້ອນຮັບສະຫາຍ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການຕ້ອນຮັບ, ສະຫາຍ ເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນລາວ ໃນພາລະກິດປ່ຽນແປງໃໝ່, ພັດທະນາປະເທດຊາດຢ່າງແຂງແຮງ, ພ້ອມທີ່ຈະແບ່ງປັນບົດຮຽນ, ສະຫງວນບຸລິມະສິດສູງສຸດເພື່ອໜູນຊ່ວຍລາວ ຜັນຂະຫຍາຍບັນດາບັນຫາຍຸດທະສາດໃນອາຍຸການໃໝ່.

ສະຫາຍ ເລຂາທິການໃຫຍ່ ເນັ້ນໜັກວ່າ ວຽກງານທິດສະດີສວມບົດບາດສຳຄັນເປັນພິເສດສຳລັບທັງສອງພັກ. ຫົວຂໍ້ຂອງກອງປະຊຸມສຳມະນາປີນີ້ແມ່ນ “ສັບຊ້ອນ, ປັບປຸງກົງຈັກການຈັດຕັ້ງຂອງລະບົບການເມືອງຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາໃໝ່-ບົດຮຽນຂອງຫວຽດນາມ, ບົດຮຽນຂອງລາວ”, ແມ່ນເນື້ອໃນທີ່ມີລັກສະນະຍຸດທະສາດ, ໂດຍ ການນຳສອງພັກ, ສອງລັດ ມີຄວາມເອົາໃຈໃສ່ເປັນພິເສດ ແລະຊີ້ນຳຢ່າງໃກ້ຊິດ. ນີ້ແມ່ນໂອກາດເພື່ອໃຫ້ບັນດານັກຄຸ້ມຄອງ ແລະນັກວິທະຍາສາດສອງຝ່າຍແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງ, ເຮັດແຈ້ງບັນດາຈຸດຄ້າຍຄືກັນໃນການກຳນົດທິດປະຕິຮູບຂອງຫວຽດນາມ ແລະລາວ; ແລກປ່ຽນກ່ຽວກັບບັນດາການກຳນົດທິດສ້າງກົງຈັກໃຫ້ກະທັດຮັດ, ເປັນເອກະພາບ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ, ໃກ້ຊິດກັບປະຊາຊົນ, ເພື່ອປະຊາຊົນ.

leftcenterrightdel
ສະຫາຍ  ໂຕເລິມ ເລຂາທິການໃຫຍ່ ຕ້ອນຮັບສະຫາຍ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີລາວ. ພາບ: ສໍານັກຂ່າວສານຫວຽດນາມ

ຕາງໜ້າຄະນະ, ສະຫາຍ ກິແກ້ວ ໄຂຄຳພິທູນ ຂອບໃຈສະຫາຍ ເລຂາທິການໃຫຍ່ ໂຕເລິມ ທີ່ໄດ້ສະຫງວນເວລາຕ້ອນຮັບ ແລະແບ່ງປັນຂໍ້ມູນຂ່າວສານອັນລໍ້າຄ່າ, ສະແດງໃຫ້ເຫັນອາລົມຈິດອ້າຍນ້ອງສັດຊື່ບໍລິສຸດລະຫວ່າງສອງພັກ, ສອງຊາດ. ສະຫາຍ ໃຫ້ຮູ້ວ່າ, ກອງປະຊຸມສໍາມະນາທິດສະດີ ຄັ້ງທີ XII ແມ່ນການສືບທອດມູນເຊື້ອຂອງການຮ່ວມມືທາງດ້ານທິດສະດີໃນຫຼາຍປີມາ, ປະກອບສ່ວນເຮັດໃຫ້ຄັງສາງທິດສະດີຂອງສອງພັກມີຄວາມອຸດົມສົມບູນຕື່ມອີກ, ຮັບໃຊ້ວຽກງານນຳພາ, ຊີ້ນໍາພັດທະນາປະເທດຊາດໃນສະພາບການໃໝ່; ຢືນຢັນວ່າ, ຜົນການຮ່ວມມືທາງດ້ານທິດສະດີລະຫວ່າງສອງພັກ ບໍ່ພຽງແຕ່ປະກອບສ່ວນເຮັດໃຫ້ສາຍພົວພັນແບບພິເສດ ຫວຽດນາມ-ລາວ ເລິກເຊິ່ງກວ່າອີກເທົ່ານັ້ນ ຫາກຍັງຊ່ວຍໃຫ້ສອງຝ່າຍພ້ອມກັນປັບປຸງພື້ນຖານທິດສະດີໃຫ້ແກ່ວຽກງານກໍ່ສ້າງພັກ, ພັດທະນາປະເທດຊາດຕາມເສັ້ນທາງສັງຄົມນິຍົມ ອີກດ້ວຍ.

ໂດຍ: ເຈິ່ນຮວ່ຽນ