ກໍາປັ່ນທະຫານເຮືອຫວຽດນາມ ແລະນິວຊີແລນ ດຳເນີນການຝຶກແອບຮ່ວມ
ກປ.ອອນໄລ - ວັນທີ 27 ຕຸລາ, ຢູ່ເຂດທະເລທິດຕາເວັນອອກສ່ຽງໃຕ້ຂອງນະຄອນໂຮ່ຈີມິນ, ກຳປັ່ນ 379 ຂຶ້ນກັບກອງພົນນ້ອຍ 167, ທະຫານເຮືອເຂດ 2, ໂດຍທ່ານພັນເອກ ຟ້າມວັນເຟືອງ, ຮອງຫົວໜ້າການທະຫານ, ຫົວໜ້າເສນາທິການກອງພົນນ້ອຍ 167 ບັນຊາ ເຂົ້າຮ່ວມການຝຶກແອບຮ່ວມກັບກຳປັ່ນພະລາທິການ HMNZS Aotearoa ຂອງທະຫານເຮືອ ແຫ່ງລາຊະອານາຈັກ ນິວຊີແລນ ໂດຍທ່ານພັນໂທ Robert Welford ເປັນກັບຕັນ, ບັນຊາພ້ອມດ້ວຍລູກເຮືອ 109 ຄົນ.
ກ່ຳປັ່ນ 2 ລໍາໄດ້ດຳເນີນການຝຶກແອບຮ່ວມເຄື່ອນຍ້າຍກອງກໍາປັ່ນຮ່ວມ, ດຳເນີນລະບຽບການເຄົາລົບກັນຢູ່ທະເລ, ແລກປ່ຽນຂໍ້ມູນຂ່າວສານ, ຝຶກແອບແຈ້ງຂໍ້ມູນຂ່າວສານສັນຍານສາກົນ, ປະຕິບັດກົດແຫ່ງການປະພຶດຕໍ່ການພົບປະໂດຍບັງເອີນຢູ່ທະເລ (CUES). ບັນດາເນື້ອໃນໄດ້ປະສານສົມທົບຜັນຂະຫຍາຍຢ່າງແໜ້ນແຟ້ນ, ຄົບຊຸດ ແລະປະຕິບັດຖືກຕາມແຜນການ.
    |
 |
|
ນາຍທະຫານເສນາສອງຝ່າຍແລກປ່ຽນ, ປຶກສາຫາລືແຜນການຝຶກແອບຮ່ວມ. ພາບ: ສໍານັກຂ່າວສານຫວຽດນາມ |
ກ່ອນໜ້ານັ້ນ, ໃນລະຫວ່າງວັນທີ 23-27 ຕຸລາ, ກຳປັ່ນ HMNZS Aotearoa ໄດ້ເຂົ້າທຽບທ່າກຳປັ່ນ ຍາຣົ່ງ ເພື່ອຢ້ຽມຢາມນະຄອນໂຮ່ຈີມິນ. ໃນໄລຍະຢ້ຽມຢາມນະຄອນ, ລູກເຮືອຂອງກຳປັ່ນໄດ້ມີການເຄື່ອນໄຫວພົບປະແລກປ່ຽນ ກັບຜູ້ຕາງໜ້າກອງບັນຊາການທະຫານເຮືອເຂດ 2. ກອງພົນນ້ອຍ 167 ໄດ້ຈັດສົ່ງຄະນະປະຕິບັດງານມາຢ້ຽມຢາມ, ແລກປ່ຽນ ແລະປຶກສາຫາລືກ່ຽວກັບແຜນການ, ວິທີການຝຶກແອບຮ່ວມລະຫວ່າງສອງຝ່າຍ, ພ້ອມທັງຢ້ຽມຊົມ ແລະແລກປ່ຽນວຽກງານວິຊາສະເພາະ, ວຽກງານພະລາທິການຢູ່ກໍາປັ່ນ HMNZS Aotearoa.
ໂດຍ: ທູຈາງ