ບົດກ່າວປາໄສເປັນການສົ່ງສານສັນຕິພາບ, ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ ແລະຮ່ວມມືພັດທະນາ, ດຶງດູດຄວາມເອົາໃຈໃສ່. ເພື່ອຕອບສະໜອງຄວາມສົນໃຈຂອງເພື່ອນຜູ້ອ່ານ, ໜັງສືພິມກອງທັບປະຊາຊົນ ຂໍແນະນໍາບົດຂຽນທັງໝົດ ເພື່ອແນໃສ່ເຮັດແຈ້ງເນື້ອໃນນີ້.

ບົດທີ 1: ພື້ນຖານທົ່ວປວງຊົນປ້ອງກັນຊາດ, ຮອບດ້ານ

“ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຊ່ວຍຕົນເອງ” -  ຫຼັກການພື້ນຖານ ເພື່ອຮັກສາເອກະລາດແຫ່ງຊາດ

ເມື່ອແບ່ງປັນກັບນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ, ທ່ານພົນຈັດຕະວາ ຮສຈ.ປອ ຫວູເກືອງກວ໊ຽດ ຫົວໜ້າສະຖາບັນຍຸດທະສາດປ້ອງກັນຊາດ (ກະຊວງປ້ອງກັນປະເທດຫວຽດນາມ) ຢັ້ງຢືນວ່າ ບົດກ່າວປາໄສຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ສະແດງໃຫ້ເຫັນວິໄສທັດຍຸດທະສາດຕໍ່ກັບບັນຫາຄວາມໝັ້ນຄົງຢູ່ພາກພື້ນ ແລະໃນໂລກ, ຕິດພັນກັບພຶດຕິກໍາຕົວຈິງ ພ້ອມກັບສິ່ງທ້າທາຍ ເຊິ່ງຫວຽດນາມ ກໍາລັງປະເຊີນໜ້າດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ໃນນັ້ນ, ໄດ້ຢັ້ງຢືນທ່າອ່ຽງສັນຕິພາບ, ຮ່ວມມື ແລະພັດທະນາ ຍາມໃດກໍແມ່ນຄວາມປາດຖະໜາລວມຂອງມວນມະນຸດ, ແຕ່ບັນຫາຄວາມໝັ້ນຄົງແບບເກົ່າຍັງສັບສົນຫຼາຍຢ່າງ, ພົ້ນເດັ່ນແມ່ນການແກ່ງແຍ້ງຍຸດທະສາດ, ການຂັດແຍ້ງ, ການປະທະກັນ ກ່ຽວກັບຜົນປະໂຫຍດ, ການແກ່ງແຍ້ງອະທິປະໄຕຜືນແຜ່ນດິນລະຫວ່າງບັນດາປະເທດ ຍັງສືບຕໍ່ເກີດຂຶ້ນ.

ເພາະສະນັ້ນ, ການຍົກສູງກໍາລັງຄວາມສາມາດດ້ານປ້ອງກັນຊາດ ເພື່ອປົກປັກຮັກສາປະເທດຊາດ, ປົກປັກຮັກສາສັນຕິພາບຢ່າງແທ້ຈິງແມ່ນຄວາມຮຽກຮ້ອງຕ້ອງການຈຳເປັນພາວະວິໄສຂອງແຕ່ລະປະເທດ, ແຕ່ລະຊົນຊາດ. ແລະຫວຽດນາມ ກໍ່ນອນຢູ່ໃນນັ້ນ. ໃນສະພາບການລວມດັ່ງກ່າວນັ້ນ, ແຕ່ລະປະເທດ ໄດ້ຄັດເລືອກໃຫ້ແກ່ຕົນເອງຍຸດທະສາດຕອບໂຕ້ທີ່ແຕກຕ່າງກັນ ແລະຫວຽດນາມ ຢຶດໝັ້ນການຄັດເລືອກມາດຕະການສັນຕິພາບ, ສະແດງໃຫ້ເຫັນຢ່າງຈະແຈ້ງຢູ່ພື້ນຖານທົ່ວປວງຊົນປ້ອງກັນຊາດ, ມີລັກສະນະສັນຕິພາບ, ປ້ອງກັນຕົວ ແລະເພີ່ມທະວີກໍາລັງບົ່ມຊ້ອນດ້ານປ້ອງກັນຊາດ ເພື່ອປົກປັກຮັກສາປະເທດຊາດ.

leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ກ່າວຄໍາເຫັນທີ່ການເຈລະຈາ Shangri-La ຄັ້ງທີ 19. ພາບ: ທູຈາງ.

ເມື່ອແບ່ງປັນທັດສະນະດັ່ງກ່າວ, ແລກປ່ຽນກັບນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ, ທ່ານນາງ ຮວ່າງທິຮ່າ, ນັກຊ່ຽວຊານສະຖາບັນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ ຢູ່ສິງກະໂປ ໃຫ້ຮູ້ວ່າ ທີ່ການເຈລະຈາ Shangri-La ຄັ້ງທີ 19, ບັນດາປະເທດລ້ວນແຕ່ຍົກອອກຄວາມຈໍາເປັນຕ້ອງຍົກສູງກໍາລັງຄວາມສາມາດດ້ານປ້ອງກັນຊາດ, ການທະຫານ ເພື່ອປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະຜົນປະໂຫຍດຂອງຊາດ. ທ່ານນາງ ຮວ່າງທິຮ່າ ໃຫ້ຮູ້ວ່າ “ນີ້ແມ່ນຄວາມຕ້ອງການປ້ອງກັນຕົວອັນຊອບທໍາ ແລະນັ້ນກໍແມ່ນສານທີ່ສໍາຄັນຂອງທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ທີ່ເວທີປາໄສ. ຫຼັກການສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຊ່ວຍຕົນເອງ ແມ່ນສິ່ງທີ່ເປັນພື້ນຖານໃນການຮັກສາພື້ນຖານເອກະລາດແຫ່ງຊາດ”.

ຫວຽດນາມ ປາດຖະໜາຢາກເປີດເຜີຍ, ໂປ່ງໃສ ໃນການເພີ່ມທະວີກໍາລັງບົ່ມຊ້ອນດ້ານປ້ອງກັນຊາດ

ຕາມນັກຊ່ຽວຊານສະຖາບັນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ແລ້ວ, “ນີ້ແມ່ນສິ່ງທີ່ຄືວ່າຜິດ ແຕ່ບໍ່ຜິດຂອງການພົວພັນສາກົນໃນຍຸກປັດຈຸບັນ,  ເພື່ອຮັບປະກັນສັນຕິພາບຕ້ອງຍົກສູງກໍາລັງແຮງດ້ານການທະຫານ. ສິ່ງທີ່ຄືວ່າຜິດ ແຕ່ບໍ່ຜິດນີ້ ຈະມີຜົນຮ້າຍສັບສົນຕາມມາສອງດ້ານ. ທີໜຶ່ງ, ແມ່ນການຊ່ວງເສັງດ້ານອາວຸດ-ພິເສດແມ່ນລະຫວ່າງບັນດາປະເທດມະຫາອໍານາດ ຈະໄດ້ຮັບການຍູ້ແຮງ. ທີສອງແມ່ນຈະສືບຕໍ່ໄດ້ເຫັນສະພາບກິືນບໍ່ເຂົ້າຄາຍບໍ່ອອກດ້ານຄວາມໝັ້ນຄົງຢູ່ໃນລະດັບສູງກວ່າ - ໝາຍຄວາມວ່າ ເລື່ອງປະເທດໜຶ່ງ ຫຼື ກຸ່ມປະເທດຫັນຄວາມໝັ້ນຄົງຂອງຕົນເອງຢ່າງສຸດຂີດນັ້ນ ໄດ້ກໍ່ຄວາມວິຕົກກັງວົນ, ການລະແວງສົງໄສ ແລະຊ່ວງເສັງອາວຸດຈາກບັນດາປະເທດອື່ນ”.

ໃນບົດກ່າວປາໄສທີ່ການເຈລະຈາ Shangri-La ຄັ້ງທີ 19, ທ່ານລັດຖະມົນຕີ ຟານວັນຢາງ ເນັ້ນໜັກວ່າ ການເພີ່ມທະວີຄວາມສາມາດດ້ານປ້ອງກັນຊາດ ຕ້ອງຮັບປະກັນຄວາມໂປ່ງໃສ, ຫຼີກລ້ຽງການລະແວງສົງໄສ, ເຂົ້າໃຈຜິດ, ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຍຸດທະສາດລະຫວ່າງບັນດາປະເທດຫຼຸດລົງ. ສານຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຊິ່ງ ວົງການນັກຮຽນຮູ້ ໄດ້ຕີລາຄາວ່າມີຄວາມໝາຍຕໍ່ກັບເວທີປາໄສເພື່ອຊຸກຍູ້ການຮ່ວມມື, ເພື່ອສັນຕິພາບ, ພັດທະນາຄື Shangri-La, ເພາະວ່າໄດ້ປະກອບສ່ວນແກ້ໄຂຄວາມວິຕົກກັງວົນທີ່ປິ່ນອ້ອມບັນຫາເພີ່ມທະວີກໍາລັງບົ່ມຊ້ອນດ້ານປ້ອງກັນຊາດ, ກໍາລັງແຮງດ້ານການທະຫານຂອງບັນດາປະເທດ ເວົ້າລວມ.

ທ່ານພົນຈັດຕະວາ ຮສຈ.ປອ ຫວູເກືອງກວ໊ຽດ ຖືວ່າ ໃນສະພາບການນັ້ນ, ການເພີ່ມທະວີກໍາລັງບົ່ມຊ້ອນດ້ານການປ້ອງກັນຊາດ ແມ່ນທ່າອ່ຽງບໍ່ສາມາດຫຼີກລ້ຽງໄດ້ ແລະຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດແມ່ນສິ່ງທີ່ຈໍາເປັນເພື່ອເຮັດໃຫ້ທ່າອ່ຽງນັ້ນ ບໍ່ກາຍເປັນການຊ່ວງເສັງປະກອບອາວຸດ, ເພາະວ່າການຮ່ວມມືຍາມໃດ ກໍໄປຄຽງຄູ່ກັບການແກ່ງແຍ້ງ. ເພື່ອຮັກສາສັນຕິພາບ ແລະພັດທະນາວັດທະນາຖາວອນໃຫ້ແກ່ມວນມະນຸດ, ບັນດາປະເທດຕ້ອງຍົກສູງຄວາມຮັບຜິດຊອບ, ເພີ່ມທະວີກໍາລັງບົ່ມຊ້ອນດ້ານປ້ອງກັນຊາດ ເພື່ອຮັບປະກັນຄວາມເປີດເຜີຍ, ໂປ່ງໃສ.

ຕາມທ່ານພັນເອກພິເສດ ຫວູແທ່ງວັນ, ຫົວໜ້າກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດຫວຽດນາມ) ແລ້ວ, ໜຶ່ງໃນບັນດາຈຸດພົ້ນເດັ່ນໃນສານຂອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ທີ່ການເຈລະຈາ Shangri-La ຄັ້ງທີ 19 ນັ້ນແມ່ນເປັນການຢັ້ງຢືນວ່າ “ຫວຽດນາມ ປາດຖະໜາຢາກເປີດເຜີຍ, ໂປ່ງໃສໃນການເພີ່ມທະວີກໍາລັງຄວາມສາມາດດ້ານປ້ອງກັນຊາດ, ຫັນກອງທັບເປັນທັນສະໄໝ ແນໃສ່ຫຼີກລ້ຽງການລະແວງສົງໃສ, ເຂົ້າໃຈຜິດ, ການຂາດຄວາມໄວ້ເນື້ອເຊື່ອໃຈຍຸດທະສາດລະຫວ່າງບັນດາປະເທດ, ພາໃຫ້ການຊ່ວງເສັງປະກອບອາວຸດ, ນໍາເອົາຜົນຕາມມາທີ່ຄາດເດົາໄດ້ຍາກມາໃຫ້”. 

ຫວຽດນາມ ຫັນອາວຸດຍຸດໂທປະກອນເປັນທັນສະໄໝແມ່ນເພື່ອປົກປັກຮັກສາປະເທດຊາດ, ບໍ່ມີເຈດຕະນານາບຂູ່ນໍາໃຊ້ກໍາລັງອາວຸດ ຫຼື ນໍາໃຊ້ກໍາລັງ ອາວຸດ ເພື່ອຕ້ານຄືນປະເທດອື່ນ; ໂດຍຖືກຕ້ອງກັບນະໂຍບາຍປ້ອງກັນຊາດ “ 4 ບໍ່” ຂອງຫວຽດນາມ: ບໍ່ເຂົ້າຮ່ວມພັນທະມິດດ້ານການທະຫານ; ບໍ່ຮ່ວມກຸ່ມກັບປະເທດນີ້ເພື່ອຕ້ານປະເທດອື່ນ; ບໍ່ໃຫ້ປະເທດອື່ນຕັ້ງຖານທັບ ຫຼື ນໍາໃຊ້ຜືນແຜ່ນດິນຂອງຫວຽດນາມ ເພື່ອຕ້ານຄືນປະເທດອື່ນ; ບໍ່ນໍາໃຊ້ກໍາລັງອາວຸດ ຫຼື ນາບຂູ່ນໍາໃຊ້ກໍາລັງອາວຸດເຂົ້າໃນການພົວ ພັນສາກົນ. ຕາມທ່ານພັນເອກພິເສດ ຫວູແທ່ງວັນ ແລ້ວ: “ການປ້ອງກັນຊາດຂອງຫວຽດນາມ ແມ່ນພື້ນຖານທົ່ວປວງຊົນປ້ອງກັນຊາດ, ຮອບດ້ານ. ເພີ່ມທະວີຄວາມສາມາດດ້ານປ້ອງກັນຊາດ ແມ່ນເພີ່ມທະວີກໍາລັງບົ່ມຊ້ອນໃນທຸກດ້ານ, ຫາກບໍ່ພຽງແຕ່ເປັນການຫັນອາວຸດຍຸດໂທປະກອນ ເປັນທັນສະໄໝເທົ່ານັ້ນ”.

ທັງປົກປ້ອງຕົນເອງ, ທັງປະກອບສ່ວນປົກປັກຮັກສາສັນຕິພາບໂລກ

ທີ່ການເຈລະຈາ Shangri-La, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ອີກເທື່ອໜຶ່ງໄດ້ເນັ້ນໜັກເຖິງສານຂອງຫວຽດນາມ ທີ່ວ່າ “ໂດຍເຂົ້າໃຈຄຸນຄ່າຂອງສັນຕິພາບ, ປາດຖະໜາຢາກຮັກສາ ແລະຕັດສິນໃຈປົກປັກຮັກສາສັນຕິພາບຂອງປະເທດຊາດ, ຕັດສິນໃຈປົກປັກຮັກສາເອກະລາດ, ເສລີພາບ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຜົນປະໂຫຍດຂອງປະເທດ, ຂອງຊາດ”, ພາຍຫຼັງໄດ້ຜ່ານການຕໍ່ສູ້ປ້ອງກັນຕົວມາແລ້ວຫຼາຍຄັ້ງ, ໄດ້ຮັບຄວາມເຈັບປວດ, ເສຍຫາຍຫຼາຍຢ່າງ. ຫວຽດນາມ ປາດຖະໜາຢາກໃຫ້ໂລກ, ພາກພື້ນ, ທຸກປະເທດ, ທຸກຊົນຊາດລ້ວນແຕ່ໄດ້ຮັບສັນຕິພາບ, ເສລີພາບ, ຄວາມອີ່ມໜໍາສໍາລານ, ຄວາມຜາສຸກ.

ຕາມທ່ານພົນຈັດຕະວາ, ຮສຈ.ປອ ຫວູເກືອງກວ໊ຽດ ແລ້ວ, ສັນຕິພາບ, ສະຖຽນລະພາບ ແລະພັດທະນາຂອງຫວຽດນາມ ແມ່ນບໍ່ສາມາດຕັດແຍກອອກຈາກສັນຕິພາບຂອງພາກພື້ນ ແລະໃນໂລກ, ຄືດັ່ງປະທານ ໂຮ່ຈີມິນ ເຄີຍບອກເຕືອນວ່າ: “ຮັກສາສັນຕິພາບໂລກ ໝາຍຄວາມວ່າ ຮັກສາຜົນປະໂຫຍດຂອງປະເທດຕົນ”.  ຫວຽດນາມ ເພີ່ມທະວີກໍາລັງບົ່ມຊ້ອນດ້ານປ້ອງກັນຊາດ ເພື່ອແນໃສ່ຍົກສູງປະສິດທິຜົນການຮ່ວມມືເພື່ອຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງລວມ, ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ. ເພາະສະນັ້ນ, ຫວຽດນາມ ເພີ່ມທະວີກໍາລັງບົ່ມຊ້ອນດ້ານປ້ອງກັນຊາດ ເພື່ອປົກປັກຮັກສາປະເທດຊາດ ທັງເປັນການປົກປັກຮັກສາສັນຕິພາບຂອງຕົນ, ທັງປະກອບສ່ວນປົກປັກຮັກສາສັນຕິພາບຢູ່ພາກພື້ນ ແລະໃນໂລກ.

ສ່ວນທ່ານພັນເອກພິເສດ ຫວູແທ່ງວັນ ໃຫ້ຮູ້ວ່າ ໃນບົດກ່າວປາໄສຂອງຫວຽດນາມ ທີ່ການເຈລະຈາ Shangri-La ຄັ້ງຕ່າງໆ ຍາມໃດກໍເປັນການຖ່າຍທອດສານທີ່ມີຄວາມໝາຍ, ນັ້ນແມ່ນ: ປາດຖະໜາຢາກໃຫ້ພາກພື້ນ ແລະໃນໂລກ ຮັກສາສະຖຽນລະພາບ, ຍາມໃດກໍພ້ອມແລ້ວ ທີ່ຈະປະກອບສ່ວນໃຫ້ແກ່ພາລະກໍາລວມໃນການຮັກສາສັນຕິພາບ; ບັນດາປະເທດແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ, ບັນດາຄໍາໝັ້ນສັນຍາຢູ່ພາກພື້ນ, ຄື: ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນ, ຜົນປະໂຫຍດຂອງບັນດາປະເທດ.

ໂດຍ: ໄຊຊະນະ