ນັກຂ່າວ: ທີ່ການເຈລະຈາ Shangri-La 19 ເຊິ່ງຈັດຂຶ້ນຢູ່ສິງກະໂປ ທີ່ຜ່ານມາ, ທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງສູນກາງພັກ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີບົດກ່າວປາໄສດ້ວຍຫົວຂໍ້ “ເພີ່ມທະວີຄວາມສາມາດດ້ານປ້ອງກັນຊາດ ເພື່ອປົກປັກຮັກສາປະເທດຊາດ”. ບົດກ່າວປາໄສຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ດຶງດູດຄວາມສົນໃຈຈາກຜູ້ແທນ ແລະໄດ້ຮັບການຕີລາຄາສູງຈາກຫາງສຽງ. ບົດກ່າວປາໄສນີ້ມີສານໃດແດ່, ຂໍຮຽນສະຫາຍ?

ທ່ານພັນເອກພິເສດ ເຢືອງກຸ໊ຍນາມ: ພາຍຫຼັງ 2 ປີທີ່ໂຈະການປະຊຸມ ຍ້ອນພະຍາດໂຄວິດ-19 ຜັນແປຢ່າງສັບສົນ, ການເຈລະຈາ Shangri-La 19 ໄດ້ຈັດຕັ້ງດ້ວຍຂອບຂະໜາດໃຫຍ່ສຸດໃນຊຸມປີມໍ່ໆມານີ້. ເວທີປາໄສນີ້ ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນປະມານ 500 ຄົນ ເຊິ່ງແມ່ນເຈົ້າໜ້າທີ່ລັດຖະບານ, ເຈົ້າໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການທູດ, ນັກຊ່ຽວຊານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ມາຈາກກວ່າ 40 ປະເທດ ແລະເຂດແຄວ້ນ.

ເຂົ້າຮ່ວມການເຈລະຈາ Shangri-La 19, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີບົດກ່າວປາໄສທີ່ສໍາຄັນໃນວາລະປຶກສາຫາລື “ຫັນກອງທັບເປັນທັນສະໄໝ ແລະກໍາລັງຄວາມສາມາດດ້ານປ້ອງກັນຊາດໃໝ່” ດ້ວຍຫົວຂໍ້ “ເພີ່ມທະວີຄວາມສາມາດດ້ານປ້ອງກັນຊາດ ເພື່ອປົກປັກຮັກສາປະເທດຊາດ”.

ການເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການຂອງຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ທີ່ການເຈລະຈາ Shangri-La 19, ໂດຍສະເພາະແມ່ນບົດກ່າວປາໄສຂອງທ່ານລັດຖະມົນຕີ ຟານວັນຢາງ ທີ່ເວທີປາໄສນີ້ອີກເທື່ອໜຶ່ງຢັ້ງຢືນບົດບາດ ແລະຄວາມຮັບຜິດຊອບສູງຂອງຫວຽດນາມ ຕໍ່ກັບບັນດາບັນຫາພາກພື້ນ ແລະສາກົນ; ສະແດງໃຫ້ເຫັນເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ວ່າດ້ວຍ “ການເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມບັນດາກົນໄກຫຼາຍຝ່າຍກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຕາມຈິນຕະນາການໃໝ່ກ່ຽວກັບການປົກປັກຮັກສາປະເທດຊາດ”; ສະແດງໃຫ້ເຫັນຖືກກັບທັດສະນະຊີ້ນໍາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ກອງປະຊຸມການພົວພັນຕ່າງປະເທດ ທົ່ວປະເທດຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ.

ເນື້ອໃນບົດກ່າວປາໄສຂອງທ່ານລັດຖະມົນຕີ ກໍຊີ້ໃຫ້ເຫັນລັກສະນະພາວະວິໄສທີ່ຈໍາເປັນຂອງການຍົກສູງກໍາລັງຄວາມສາມາດດ້ານປ້ອງກັນຊາດ ເພື່ອປົກປັກຮັກສາປະເທດຊາດ; ເນັ້ນໜັກເຖິງເປົ້າໝາຍເພີ່ມທະວີກໍາລັງບົ່ມຊ້ອນດ້ານປ້ອງກັນຊາດຂອງຫວຽດນາມ ແມ່ນສັນຕິພາບ, ປ້ອງກັນຕົວ. ສິ່ງນີ້ໄດ້ຮັບການຢັ້ງຢືນໃນຕະຫຼອດໄລຍະປະຫວັດສາດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດຂອງຊາດຫວຽດນາມ.

leftcenterrightdel
ທ່ານພັນເອກພິເສດ ເຢືອງກຸ໊ຍນາມ. ພາບ: qdnd.vn

ບົດກ່າວປາໄສຂອງທ່ານລັດຖະມົນຕີ ສືບຕໍ່ຢັ້ງຢືນທັດສະນະເສີມຂະຫຍາຍກໍາລັງແຮງສັງລວມແຫ່ງຊາດໃນການສ້າງສາ ແລະປົກປັກຮັກສາປະເທດຊາດ, ລວມມີ: “ກໍາລັງແຮງຂອງທົ່ວກອງທັບ, ທົ່ວປວງຊົນ ແລະທົ່ວລະບົບການເມືອງ”; “ກໍາລັງແຮງຮອບດ້ານກ່ຽວກັບກໍາລັງບົ່ມຊ້ອນດ້ານການເມືອງ, ຈິດໃຈ, ກໍາລັງບົ່ມຊ້ອນດ້ານເສດຖະກິດ, ວິທະຍາສາດ, ເຕັກໂນໂລຢີ”; “ຫາກບໍ່ພຽງແຕ່ແມ່ນການຍົກສູງກໍາລັງແຮງດ້ານການທະຫານ”. ນີ້ແມ່ນທັດສະນະທີ່ໄດ້ຮັບການຕີລາຄາຢ່າງຕັ້ງໜ້າຫຼາຍທີ່ສຸດ, ໂດຍຖືວ່າ ນະໂຍບາຍປ້ອງກັນຊາດຂອງຫວຽດນາມ ສາມາດປຸກລຸກ ແລະໝູນໃຊ້ກໍາລັງແຮງສັງລວມຂອງທົ່ວປະເທດໄດ້.

ແຜນນະໂຍບາຍຫັນກອງທັບເປັນທັນສະໄໝຂອງຫວຽດນາມ ບໍ່ພຽງແຕ່ເພື່ອແນໃສ່ຮັບໃຊ້ການຫັນກໍາລັງປະກອບອາວຸດເປັນທັນສະໄໝ ເທົ່ານັ້ນ ຫາກຍັງຮັບໃຊ້ບັນດາເປົ້າໝາຍພົນລະເຮືອນຜ່ານ “ການພັດທະນາພື້ນຖານອຸດສາຫະກໍາປ້ອງກັນຊາດທີ່ທັນສະໄໝ, ມີຄຸນປະໂຫຍດສອງຢ່າງ” ບົນພື້ນຖານຖືເປັນສໍາຄັນປັດໄຈມະນຸດ ແລະພັດທະນາທິດສະດີ, ສິລະປະການທະຫານຫວຽດນາມ ອີກດ້ວຍ.

ໃນທ່າອ່ຽງໂລກາພິວັດພັດທະນາຢ່າງແຮງ, ຫວຽດນາມ ປາດຖະໜາຢາກຊຸກຍູ້ ແລະເປີດກວ້າງການພົວພັນຮ່ວມມືດ້ານປ້ອງກັນຊາດ, ເພີ່ມທະວີການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດກັບບັນດາປະເທດ ເພື່ອພ້ອມກັນແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງລວມ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງກັນ, ໃຫ້ສອດຄ່ອງກັບບັນດາຫຼັກການພື້ນຖານຂອງກົດໝາຍສາກົນ.

ນັກຂ່າວ: ໃນບົດກ່າວປາໄສທີ່ການເຈລະຈາ Shangri-La 19, ທ່ານລັດຖະມົນຕີ ຟານວັນຢາງ ເນັ້ນໜັກວ່າ “ການປ້ອງກັນຊາດຫວຽດນາມ ແມ່ນພື້ນຖານປ້ອງກັນຊາດທົ່ວປວງຊົນ, ມີລັກສະນະສັນຕິພາບ, ປ້ອງກັນຕົວ; ເພີ່ມທະວີກໍາລັງບົ່ມຊ້ອນດ້ານປ້ອງກັນຊາດ ເພື່ອປົກປັກຮັກສາປະເທດຊາດ”. ສະຫາຍ ຈົ່ງເຮັດແຈ້ງກວ່າເນື້ອໃນໃນສານຂອງທ່ານລັດຖະມົນຕີ?

ທ່ານພັນເອກພິເສດ ເຢືອງກຸ໊ຍນາມ: ຫວຽດນາມ ແມ່ນປະເທດທີ່ໄດ້ຜ່ານການຕໍ່ສູ້ປ້ອງກັນຕົວ ມາຫຼາຍຄັ້ງແລ້ວ, ສະນັ້ນ ຈຶ່ງເຂົ້າໃຈໄດ້ຄຸນຄ່າຂອງສັນຕິພາບ, ປາດຖະໜາຢາກຮັກສາ ແລະຕັດສິນໃຈຮັກສາສັນຕິພາບຂອງປະເທດຊາດ. ເພາະສະນັ້ນ, ການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ມີລັກສະນະສັນຕິພາບ, ປ້ອງກັນຕົວ ແມ່ນແຜນນະໂຍບາຍຍຸດທະສາດຂອງພັກ ແລະລັດ ເພື່ອແນໃສ່ເພີ່ມທະວີກໍາລັງແຮງດ້ານປ້ອງກັນຊາດ, ປົກປັກຮັກສາປະເທດຊາດ ໃນທຸກກໍລະນີ ຢ່າງໝັ້ນຄົງ.

ທີ່ການເຈລະຈາ Shangri-La 19, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເນັ້ນໜັກວ່າ: “ການປ້ອງກັນຊາດຫວຽດນາມ ແມ່ນພື້ນຖານທົ່ວປວງຊົນປ້ອງກັນຊາດ, ມີລັກສະນະສັນຕິພາບ, ປ້ອງກັນຕົວ; ເພີ່ມທະວີກໍາລັງບົ່ມຊ້ອນດ້ານປ້ອງກັນຊາດ ເພື່ອປົກປັກຮັກສາປະເທດຊາດ”. ສິ່ງນີ້ໄດ້ສະແດງໃຫ້ເຫັນທັດສະນະສະເໝີຕົ້ນສະເໝີປາຍຂອງພັກ ໃນວິວັດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ.

ນະໂຍບາຍປ້ອງກັນຊາດຂອງຫວຽດນາມ ແມ່ນສັນຕິພາບ, ປ້ອງກັນຕົວ, ປົກປັກຮັກສາປະເທດຊາດ. ສິ່ງນີ້ໄດ້ຢັ້ງຢືນຢ່າງຈະແຈ້ງໃນບັນດາເອກະສານຂອງພັກ, ເຊິ່ງໄດ້ຫັນເປັນລະອຽດໃນປື້ມປົກຂາວປ້ອງກັນຊາດຫວຽດນາມ. ຫວຽດນາມ ມີແຜນນະໂຍບາຍ “ເພີ່ມທະວີຄວາມສາມາດດ້ານປ້ອງກັນຊາດ ດ້ວຍກໍາລັງແຮງພາຍໃນ ແລະເງື່ອນໄຂ, ຄວາມສາມາດຂອງຕົນ, ບໍ່ເຂົ້າຮ່ວມພັນທະມິດການທະຫານ; ບໍ່ຮ່ວມກຸ່ມກັບປະເທດນີ້ເພື່ອຕ້ານປະເທດອື່ນ; ບໍ່ໃຫ້ປະເທດອື່ນຕັ້ງຖານທັບ ຫຼື ນໍາໃຊ້ຜືນແຜ່ນດິນຂອງຫວຽດນາມ ເພື່ອຕ້ານຄືນປະເທດອື່ນ; ບໍ່ນໍາໃຊ້ກໍາລັງອາວຸດ ຫຼື ນາບຂູ່ນໍາໃຊ້ກໍາລັງອາວຸດເຂົ້າໃນການພົວພັນສາກົນ. ສໍາລັບບັນດາການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນ, ຫວຽດນາມ ມີແຜນນະໂຍບາຍແກ້ໄຂໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ.

ນັກຂ່າວ: ໃນສະພາບບັນດາບັນຫາຄວາມໝັ້ນຄົງບໍ່ແມ່ນການທະຫານ ທີ່ນັບມື້ນັບເກີດຂຶ້ນຫຼາຍກວ່າ ດ້ວຍຜົນຮ້າຍຢ້ອນຫຼັງທີ່ໜັກໜ່ວງກວ່າ, ຮຽກຮ້ອງຕ້ອງມີການຮ່ວມແຮງຮ່ວມໃຈຂອງປະຊາຄົມສາກົນ, ບັນດາສານນີ້ມີຄວາມໝາຍຄືແນວໃດ ສຳລັບຄວາມໝັ້ນຄົງ, ສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ?

ທ່ານພັນເອກພິເສດ ເຢືອງກຸ໊ຍນາມ:  ໂລກ ກໍາລັງຢືນຢູ່ຕໍ່ໜ້າສິ່ງທ້າທາຍອັນໃຫຍ່ຫຼວງ ຈາກບັນດາບັນຫາຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ ທີ່ນັບມື້ນັບເພີ່ມຂຶ້ນ, ດ້ວຍບັນດາຜົນກະທົບທີ່ຄາດເດົາໄດ້ຍາກ ແລະກໍ່ຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງ. ສິ່ງນີ້ອາດເຫັນໄດ້ຢ່າງຈະແຈ້ງຜ່ານສອງປີກວ່າ ແຫ່ງການຕ້ານພະຍາດໂຄວິດ-19 ຫຼື ໄພພິບັດທໍາມະຊາດ ຍ້ອນການປ່ຽນແປງຂອງດິນຟ້າອາກາດຂອງຫຼາຍປະເທດ, ໃນນັ້ນມີຫວຽດນາມ.

ໃນໂລກໜຶ່ງທີ່ນັບມື້ນັບຂຶ້ນກັບກັນດ້ານຄວາມໝັ້ນຄົງນັ້ນ, ປະເທດໜຶ່ງດຽວແມ່ນບໍ່ສາມາດແກ້ໄຂໄດ້, ກ່າວປາໄສທີ່ການເຈລະຈາ Shangri-La 19, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ຢັ້ງຢືນອີກເທື່ອໜຶ່ງບົດບາດຂອງກໍາລັງປ້ອງກັນຊາດບັນດາປະເທດ ໃນການປະກອບ, ເຕົ້າໂຮມຊັບພະຍາກອນເພື່ອແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງລວມ, ລວມທັງຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ, ແທນທີ່ການຊ່ວງເສັງດ້ວຍກຳລັງອາວຸດທີ່ພາໃຫ້ສູນເສຍຊັບພະຍາກອນແຫ່ງຊາດ.

ດ້ວຍບົດບາດຫຼັກແຫຼ່ງແກ່ນສານໃນການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດຂອງກອງທັບປະຊາຊົນຫວຽດນາມ, ທ່ານລັດຖະມົນຕີ ຊີ້ແຈ້ງວ່າ: “ປັດຈຸບັນ, ກອງທັບປະຊາຊົນຫວຽດນາມ ປະຈັນບານໃນການຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ, ພິເສດແມ່ນການກູ້ໄພກູ້ຊີບ, ຕ້ານໄພພິບັດທໍາມະຊາດ, ຮັບມືກັບພະຍາດໂຄວິດ-19; ຈັດກໍາລັງເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບ ສະຫະປະຊາຊາດ”.

ໄລ່ຮອດຕົ້ນປີ 2022, ຫວຽດນາມ ໄດ້ສົ່ງນາຍທະຫານຈໍານວນ 76 ເທື່ອຄົນ ໄປປະຕິບັດໜ້າທີ່ສະຫະປະຊາຊາດ ຢູ່ຄະນະປະຕິບັດງານ ຊູດັງໃຕ້, ສາທາລະນະລັດ ອາຟຣິກາກາງ ແລະ UNISFA; ສົ່ງພະນັກງານ, ພາລະກອນການແພດຂອງໂຮງໝໍກາງສະໜາມ ຂັ້ນ 2 ຈໍານວນ 189 ເທື່ອຄົນໄປຍັງຄະນະປະຕິບັດງານຊູດັງໃຕ້. ນີ້ແມ່ນພະຍານຫຼັກຖານທີ່ສະແດງໃຫ້ເຫັນຢ່າງຈະແຈ້ງຄວາມຮັບຜິດຊອບຂອງຫວຽດນາມ, ຮ່ວມແຮງຮ່ວມໃຈແບ່ງປັນເພື່ອສ້າງສັນ, ຮັກສາສັນຕິພາບຢູ່ພາກພື້ນ ແລະໃນໂລກ.  

ສະນັ້ນ, ດ້ວຍສານທີ່ວ່າ ຫວຽດນາມ ມານະພະຍາຍາມພ້ອມກັບບັນດາປະເທດປົກປັກຮັກສາສັນຕິພາບ, ທ່ານລັດຖະມົນຕີ ຟານວັນຢາງ ຢາກຢັ້ງຢືນທັດສະນະຂອງຫວຽດນາມ, ທີ່ປາດຖະໜາວ່າ ບັນດາປະເທດເພີ່ມທະວີການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການຮ່ວມມືບົນພື້ນຖານສອງຝ່າຍ, ຫຼາຍຝ່າຍ ເພື່ອພ້ອມກັນຊອກຫາມາດຕະການຮັບມືກັບບັນດາສິ່ງທ້າທາຍໃນທົ່ວໂລກ ທີ່ນັບມື້ນັບຮ້າຍແຮງໃນປັດຈຸບັນ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ໄຊຊະນະ