ຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນເປັນເວລາ 2 ເດືອນ ດ້ວຍ 11 ຫົວຂໍ້ກ່ຽວກັບເຕັກນິກການປູກຝັງ, ການບົວລະບັດ ແລະຄວບຄຸມສັດຕູ ແລະພະຍາດພືດສະບຽງອາຫານ, ຕົ້ນໄມ້ອຸດສາຫະກຳ; ເຕັກນິກການລ້ຽງສັດປີກ, ສັດນໍ້າ, ສິນໃນນ້ຳຈືດ; ສ້າງແຜນການຜະລິດ, ດໍາເນີນທຸລະກິດໃນຂົງເຂດກະສິກຳ... ຊຸດຝຶກອົບຮົມໄດ້ຈັດຕັ້ງຢ່າງມີວິທະຍາສາດ, ແໜ້ນແຟ້ນ, ສົມທົບກັນລະຫວ່າງທິດສະດີກັບການຝຶກຫັດ, ຕິດພັນກັບການໄປທັດສະນະສຶກສາທີ່ບັນດາຮູບແບບການຜະລິດກະສິກຳທີ່ກົມກອງ ແລະທ້ອງຖິ່ນໃນບໍລິເວນແຂວງຢາລາຍ.

leftcenterrightdel
ທ່ານພັນເອກ ດ່າວແມ້ງຮຸ່ງ, ຮອງຫົວໜ້າຫ້ອງວ່າການແມ່ທັບນ້ອຍ 15 ແລະຮ້ອຍໂທ ເພັດສະຫວັນ ຈັນທະວົງ, ຜູ້ຊ່ວຍວຽກຫ້ອງຊ່ຽວຊານ-ນັກສໍາມະນາກອນ ກົມພົວພັນຕ່າງປະເທດລາວ ແລກປ່ຽນເອກະສານການມອບ-ຮັບ. ພາບ: qdnd.vn

ສິ້ນສຸດຊຸດຝຶກອົບຮົມ, ນັກຮຽນການທະຫານ 100% ສໍາເລັດຊຸດຝຶກອົບຮົມ. ບັນດານັກຮຽນການທະຫານຕີລາຄາສູງຄວາມເອົາໃຈໃສ່ ແລະການສ້າງເງື່ອນໄຂຮອບຄອບຖີ່ຖ້ວນຂອງແມ່ທັບນ້ອຍ 15 ແລະໂຮງຮຽນທາງດ້ານພື້ນຖານວັດຖຸ, ການດໍາເນີນຊີວິດ, ສະພາບແວດລ້ອມແຫ່ງການຮໍ່າຮຽນ ແລະການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ-ກິລາ.

leftcenterrightdel
ພະນັກງານແມ່ທັບນ້ອຍ 15 ແລະບັນດານັກຮຽນການທະຫານ ກະຊວງປ້ອງກັນປະເທດລາວ ຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ກ່າວຄຳເຫັນທີ່ກອງປະຊຸມ, ຕາງໜ້າກະຊວງປ້ອງກັນປະເທດລາວ, ຮ້ອຍໂທ ເພັດສະຫວັນ ຈັນທະວົງ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງມາຍັງແມ່ທັບນ້ອຍ 15 ແລະ ວິທະຍາໄລວິຊາຊີບເລກ 21 ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະສ້າງເງື່ອນໄຂສະດວກເພື່ອໃຫ້ນັກຮຽນປະຕິບັດສຳເລັດຊຸດຝຶກອົບຮົມ; ຢືນຢັນວ່າ ໝາກຜົນຂອງຊຸດຝຶກອົບຮົມແມ່ນແຫຼ່ງຄວາມຮູ້ອັນລ້ຳຄ່າ, ຊ່ວຍໃຫ້ພະນັກງານລາວ ຍົກສູງກໍາລັງຄວາມສາມາດດ້ານວິຊາສະເພາະ, ໝູນໃຊ້ເຂົ້າໃນວຽກງານຕົວຈິງ, ປະກອບສ່ວນພັດທະນາກະສິກຳ ແລະເສດຖະກິດຢູ່ທ້ອງຖິ່ນ.

ໂດຍ: ທູຈາງ