ຫວຽດນາມ ແລະ ອາເມລິກາ ລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການເພີ່ມທະວີການຮ່ວມມືໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ
ກປ.ອອນໄລ - ວັນທີ 31 ຕຸລາ, ທີ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ແລະກະຊວງສົງຄາມ ແລະກະຊວງການຕ່າງປະເທດ ອາເມລິກາ ໄດ້ດໍາເນີນພິທີລົງນາມບົດບັນທຶກຊ່ວຍຈໍາວ່າດ້ວຍການເພີ່ມທະວີການຮ່ວມມືໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.
ທ່ານພົນໂທ ຮວ່າງຊວນຈຽນ, ກຳມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະທ່ານ Marc Evans Knapper ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ຫວຽດນາມ ໄດ້ເປັນປະທານຮ່ວມພິທີລົງນາມ.
ທ່ານພົນໂທ ຮວ່າງຊວນຈຽນ ໄດ້ເນັ້ນໜັກວ່າ ພິທີລົງນາມບົດບັນທຶກຊ່ວຍຈໍາເພື່ອແນໃສ່ຫັນຄໍາໝັ້ນສັນຍາຂອງການນໍາຂັ້ນສູງສອງປະເທດໃນຖະແຫຼງການຮ່ວມ ປີ 2023 ກ່ຽວກັບການຍົກລະດັບການພົວພັນ ຫວຽດນາມ-ສະຫະລັດອາເມລິກາ ໃຫ້ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະການພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຈິງ, ພ້ອມທັງເປັນໜຶ່ງໃນບັນດາກິດຈະກຳທີ່ສຳຄັນ ແລະມີຄວາມໝາຍເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ.
    |
 |
|
ທ່ານພົນໂທ ຮວ່າງຊວນຈຽນ ແລະທ່ານເອກອັກຄະລັດຖະທູດ Marc Evans Knapper ມອບ-ຮັບບົດບັນທຶກຊ່ວຍຈໍາ. ພາບ: qdnd.vn |
ທ່ານພົນໂທ ຮວ່າງຊວນຈຽນ ໃຫ້ຮູ້ວ່າ ໃນໄລຍະຜ່ານມາ, ສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍການເຄື່ອນໄຫວຮ່ວມມືໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະບັນລຸຜົນງານທີ່ດີເດັ່ນ, ມີຄວາມໝາຍຫຼາຍຢ່າງ, ສະແດງໃຫ້ເຫັນຄວາມຕັດສິນໃຈທາງດ້ານການເມືອງຂອງລັດຖະບານ, ກະຊວງປ້ອງກັນປະເທດ, ອົງການ ແລະຫົວໜ່ວຍທີ່ກ່ຽວຂ້ອງຂອງຫວຽດນາມ ແລະຈິດໃຈຮ່ວມມືທີ່ເຈດຕະນາດີ, ມີປະສິດທິຜົນຂອງຝ່າຍສະຫະລັດອາເມລິກາ.
ກ່າວຄຳປາໄສທີ່ພິທີລົງນາມ, ທ່ານເອກອັກຄະລັດຖະທູດ Marc Evans Knapper ໄດ້ສະແດງຄວາມປະທັບໃຈຕໍ່ຜົນງານທີ່ສະຫະລັດອາເມລິກາ ແລະ ຫວຽດນາມ ບັນລຸໄດ້ໃນການຮ່ວມມືໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມໃນໄລຍະຜ່ານມາ; ເນັ້ນໜັກວ່າ ສະຫະລັດອາເມລິກາ ຮັບຮູ້, ຖືເປັນສໍາຄັນ ແລະຂອບໃຈການສົມທົບກັນ, ການປະກອບຂອງຫວຽດນາມ ໃນການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມເວົ້າລວມ, ໃນການຮ່ວມມືຊອກຫາທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ (MIA) ເວົ້າສະເພາະ.
ທ່ານເອກອັກຄະລັດຖະທູດ Marc Evans Knapper ຢືນຢັນວ່າ ການລົງນາມບົດບັນທຶກຊ່ວຍຈໍາ ຢືນຢັນຄືນໃໝ່ເຖິງຈິດໃຈຮ່ວມມືທີ່ແຮງລະຫວ່າງສະຫະລັດອາເມລິກາ ແລະ ຫວຽດນາມ. ການຮ່ວມມືໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມແມ່ນພື້ນຖານທີ່ເຂັ້ມແຂງເພື່ອສອງປະເທດສືບຕໍ່ພັດທະນາການພົວພັນ ສະຫະລັດອາເມລິກາ-ຫວຽດນາມ ໃນບັນດາຂົງເຂດອື່ນໆ, ຍົກລະດັບການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່ໃນໄລຍະຕໍ່ໄປ.
ໂດຍ: ຈາງຫງວຽນ