ກຳລັງຮັກສາສັນຕິພາບຫວຽດນາມ ບັນລຸໄດ້ຫຼາຍໝາກຜົນທີ່ພົ້ນເດັ່ນຕື່ມອີກ
ກປ.ອອນໄລ - ຕອນເຊົ້າວັນທີ 23 ຕຸລາ, ກົມຮັກສາສັນຕິພາບຫວຽດນາມ ໄດ້ຈັດພິທີຖະຫວາຍທູບທຽນຢູ່ອະນຸສາວະລີບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ (ຖະໜົນ ບັກເຊີນ, ຮ່າໂນ້ຍ) ແລະ ແຈ້ງຜົນງານຕໍ່ລຸງໂຮ່, ພາຍຫຼັງກອງຊ່າງແສງເລກ 3 ແລະ ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ປະຕິບັດສຳເລັດໜ້າທີ່ຮັກສາສັນຕິພາບ ສປຊ ກັບຄືນປະເທດ.
    |
 |
|
ບັນດາຜູ້ແທນ ພ້ອມດ້ວຍພະນັກງານ, ພາລະກອນກອງຊ່າງແສງເລກ 3 ແລະ ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ຖະຫວາຍທູບທຽນ ຢູ່ອະນຸສາວະລີບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ. ພາບ: qdnd.vn |
ຕໍ່ດວງວິນຍານຂອງລຸງໂຮ່, ທ່ານພົນຈັດຕະວາ ຟ້າມແມ້ງຖັ໊ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ໄດ້ແຈ້ງຜົນງານທີ່ຕັ້ງໜ້າໃນອາຍຸການປະຕິບັດງານຂອງກອງຊ່າງແສງເລກ 3 ປະຕິບັດໜ້າທີ່ຮັກສາສັນຕິພາບ ຢູ່ຄະນະປະຕິບັດງານປ້ອງກັນຄວາມສະຫງົບຊົ່ວຄາວຂອງສະຫະປະຊາຊາດ ຢູ່ Abyei (UNISFA) ແລະ ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ປະຕິບັດໜ້າທີ່ ຢູ່ຄະນະປະຕິບັດງານຮັກສາສັນຕິພາບ ສະຫະປະຊາຊາດ ຢູ່ຊູດັງໃຕ້ (UNMISS).
    |
 |
|
ພິທີແຈ້ງຜົນງານຕໍ່ລຸງໂຮ່ ຂອງກອງຊ່າງແສງເລກ 3 ແລະ ໂຮງໝໍກາງສະໜາມຂັ້ນ 2 ເລກ 6. ພາບ: qdnd.vn |
ສອງກົມກອງ ໄດ້ປະຕິບັດສຳເລັດໜ້າທີ່ທີ່ກະຊວງປ້ອງກັນປະເທດ ມອບໃຫ້ກ່ຽວກັບການຮັບປະກັນຄວາມສະຫງົບປອດໄພ; ເປັນເຈົ້າການກໍາແໜ້ນສະພາບການຢູ່ໃນບໍລິເວນ ແລະ ຄວາມຕັ້ງໃຈຂອງຄະນະປະຕິບັດງານ ເພື່ອຄົ້ນຄວ້າ ແລະເປັນເສນາທິການໃຫ້ການນໍາທຸກຂັ້ນ; ຮັບປະກັນດ້ານພະລາທິການ, ເຕັກນິກ, ການດໍາລົງຊີວິດ ແລະປະຕິບັດວຽກງານໂຄສະນາເຜີຍແຜ່, ການພົວພັນຕ່າງປະເທດ ແລະຂົນຂວາຍປະຊາຊົນ ໃຫ້ເປັນຢ່າງດີ.
    |
 |
|
ບັນດາຜູ້ແທນ ພ້ອມດ້ວຍພະນັກງານ, ພາລະກອນກອງຊ່າງແສງເລກ 3 ແລະໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ. ພາບ: qdnd.vn |
ໝາກຜົນທີ່ກອງຊ່າງແສງເລກ 3 ແລະໂຮງໝໍກາງສະໜາມຂັ້ນ 2 ເລກ 6 ບັນລຸໄດ້ໃນໄລຍະປະຕິບັດໜ້າທີ່ ຢູ່ຄະນະປະຕິບັດງານ ອີກຄັ້ງໜຶ່ງຢັ້ງຢືນກໍາລັງຄວາມສາມາດດ້ານວິຊາສະເພາະ, ຄຸນຄ່າອັນດີງາມຂອງມູນເຊື້ອວັດທະນະທໍາຂອງຊາດຫວຽດນາມ, ກອງທັບປະຊາຊົນຫວຽດນາມ ແລະຄຸນທາດອັນສູງສົ່ງຂອງທະຫານລຸງໂຮ່ ໃນຍຸກໃໝ່, ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃນໃຈເພື່ອນມິດສາກົນ.
ໂດຍ: ທູຈາງ