ພົນໂທ ເຈືອງທຽນໂຕ ຢ້ຽມຢາມຖາມຂ່າວ, ມອບຂອງຂວັນເພື່ອໜູນຊ່ວຍປະຊາຊົນໃນເຂດທີ່ຖືກນ້ຳຖ້ວມ
    
    
    
        
            
ກປ.ອອນໄລ - ຕອນບ່າຍວັນທີ 30 ຕຸລາ, ຄະນະປະຕິບັດງານຂອງກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ນຳໂດຍທ່ານພົນໂທ ເຈືອງທຽນໂຕ ຮອງຫົວໜ້າກົມໃຫຍ່ການເມືອງ ໄດ້ໄປຢ້ຽມຢາມຖາມຂ່າວ, ລະດົມກຳລັງໃຈ ແລະມອບຂອງຂວັນ ເພື່ອໜູນຊ່ວຍບັນດາຄອບຄົວຢູ່ນະຄອນ ດ່ານັງ ທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງຍ້ອນນ້ຳຖ້ວມ.
        
        
        
            
	ທ່ານພົນໂທ ເຈືອງທຽນໂຕ ໄດ້ໄປຢ້ຽມຢາມຖາມຂ່າວ, ລະດົມກຳລັງໃຈ ແລະມອບຂອງຂວັນ 100 ພູດຂອງກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ (ແຕ່ລະພູດມີມູນຄ່າ 2,5 ລ້ານດົ່ງ, ລວມທັງເງິນສົດ ແລະສິ່ງທີ່ຈຳເປັນຈໍານວນໜຶ່ງ) ໃຫ້ແກ່ຄອບຄົວນະໂຍບາຍ, ຄອບຄົວທຸກຍາກ ແລະຜູ້ທີ່ມີຄວາມສ່ຽງໃນເຂດທີ່ຖືກນ້ຳຖ້ວມໜັກຂຶ້ນກັບຕາແສງດ້ຽນບານ ແລະຕາແສງ ດ້າຍໂລກ. ຕາງໜ້າການນໍາກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ທ່ານພົນໂທ ເຈືອງທຽນໂຕ ໄດ້ແບ່ງປັນຢ່າງເລິກເຊິ່ງຕໍ່ການສູນເສຍ, ຄວາມເຈັບປວດຂອງປະຊາຊົນບັນດາແຂວງພາກກາງໃນໄພຝົນຕົກນ້ຳຖ້ວມຄັ້ງປະຫວັດສາດ; ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຈິດໃຈສາມັກຄີ, ເຈດຈຳນົງທີ່ຜ່ານຜ່າຄວາມຫຍຸ້ງຍາກ ແລະລຸກຂຶ້ນຢ່າງອົງອາດກ້າແກ່ນ, ພ້ອມກັບຄວາມເອົາໃຈໃສ່, ການໜູນຊ່ວຍ, ການລະດົມກໍາລັງໃຈຂອງລະບົບການເມືອງທັງໝົດ, ໃນນັ້ນ ມີພະນັກງານ, ນັກຮົບກຳລັງປະກອບອາວຸດ, ປະຊາຊົນພາກກາງ ຈະຜ່ານຜ່າໄລຍະທີ່ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍເທື່ອລະກ້າວ ເພື່ອເຮັດໃຫ້ຊີວິດກັບຄືນສູ່ສະພາບປົກກະຕິ.
	
		
			|     | 
		
			|  | 
		
			| ທ່ານພົນໂທ ເຈືອງທຽນໂຕ ລະດົມກຳລັງໃຈບັນດາກໍາລັງທີ່ປະຕິບັດໜ້າທີ່. ພາບ: qdnd.vn | 
	
	ທ່ານພົນໂທ ເຈືອງທຽນໂຕ ໄດ້ສະເໜີໃຫ້ກອງບັນຊາການທະຫານເຂດ 5 ແລະບັນດາອົງການ, ກົມກອງຂອງກອງທັບໃນບໍລິເວນ ຕ້ອງເປັນເຈົ້າການສົມທົບກັບຄະນະພັກ, ອຳນາດການປົກຄອງ, ກຳລັງທີ່ກ່ຽວຂ້ອງຂອງທ້ອງຖິ່ນລະດົມວັດຖຸ, ກໍາລັງຄົນໃຫ້ສູງສຸດ, ຍູ້ໄວຄວາມຄືບໜ້າໃນການຊ່ວຍເຫຼືອປະຊາຊົນຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກໄພພິບັດທຳມະຊາດ. ກ່ອນອື່ນໝົດ, ຄວນໃຫ້ບຸລິມະສິດຊ່ວຍເຫຼືອບັນດາໂຮງໝໍ, ໂຮງຮຽນ, ສໍານັກງານ, ຄອບຄົວນະໂຍບາຍ, ຄອບຄົວດ້ອຍໂອກາດ...
	ໂດຍ: ຈາງຫງວຽນ