ງານຕະຫຼາດນັດເຊື່ອມຕໍ່ການພົວພັນການຄ້າ ຫວຽດນາມ-ລາວ ຈະດໍໍາເນີນໃນເດືອນພະຈິກ ຈະມາເຖິງ
    
    
    
        
            
ກປ.ອອນໄລ - ວັນທີ 30 ຕຸລາ, ທີ່ຮ່າໂນ້ຍ, ຄະນະຈັດຕັ້ງ “ງານຕະຫຼາດນັດເຊື່ອມຕໍ່ການພົວພັນການຄ້າ ແລະໂຄສະນາຜະລິດຕະພັນວິສາຫະກິດຫວຽດນາມ-ລາວ ປີ 2025” ຈັດຕັ້ງກອງປະຊຸມກວດກາຄືນວຽກງານກະກຽມຈັດຕັ້ງງານຕະຫຼາດນັດ. ທ່ານພົນຈັດຕະວາ ນາງ ຟານທິຮວ່າຍເວີນ, ຮອງຫົວໜ້າກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ, ຮອງຫົວໜ້າຜູ້ປະຈໍາການຄະນະຈັດຕັ້ງງານຕະຫຼາດນັດເປັນປະທານກອງປະຊຸມ.
        
        
        
            
	ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງການລາຍງານໝາກຜົນວຽກງານຜັນຂະຫຍາຍກະກຽມຈັດຕັ້ງງານຕະຫຼາດນັດ, ຄາດວ່າຈະດໍາເນີນໃນລະຫວ່າງວັນທີ 20 ຮອດວັນທີ 23 ພະຈິກ ຢູ່ສູນວາງສະແດງສິນຄ້າ ລາວໄອເຕັກ ຢູ່ນະຄອນຫຼວງວຽງຈັນ, ລາວ.
	ງານຕະຫຼາດນັດ ມີເຂດວາງສະແດງແນະນຳກ່ຽວກັບການພົວພັນມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນ ແລະກອງທັບສອງປະເທດຫວຽດນາມ-ລາວ; ແນະນຳ ແລະໂຄສະນາຮູບພາບ ແລະຜະລິດຕະພັນຂອງວິສາຫະກິດກອງທັບຫວຽດນາມ ແລະລາວ, ເຂດວາງສະແດງສິນຄ້າ ບໍລິໂພກ, ຜະລິດຕະພັນກະສິກຳ, ອາຫານ... ຂອງວິສາຫະກິດສອງປະເທດ. ໃນຂອບເຂດງານຕະຫຼາດນັດຈະດໍາເນີນຫຼາຍກອງປະຊຸມສໍາມະນາ, ລາຍການເຊື່ອມຕໍ່ການພົວພັນການຄ້າທີ່ມີລັກສະນະສາກົນ, ດຶງດູດວິສາຫະກິດຂອງບາງປະເທດໃນພາກພື້ນເຂົ້າຮ່ວມ.
	
		
			|     | 
		
			|  | 
		
			| ທ່ານພົນຈັດຕະວາ ນາງ ຟານທິຮວ່າຍເວີນ ເປັນປະທານກອງປະຊຸມ. ພາບ: qdnd.vn | 
	
	ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນຈັດຕະວາ ນາງ ຟານທິຮວ່າຍເວີນ ຢືນຢັນວ່າ ງານຕະຫຼາດນັດແມ່ນການເຄື່ອນໄຫວທາງດ້ານການເມືອງ-ສັງຄົມ ປະກອບສ່ວນໂຄສະນາຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອຫວຽດນາມ-ລາວ, ພ້ອມທັງແມ່ນໂອກາດ ເພື່ອໃຫ້ວິສາຫະກິດຫວຽດນາມ ເວົ້າລວມ ແລະວິສາຫະກິດກອງທັບຫວຽດນາມ ເວົ້າສະເພາະ ມີໂອກາດແລກປ່ຽນຕື່ມອີກ, ເປີດກວ້າງການພົວພັນການຄ້າກັບບັນດາຄູ່ຮ່ວມມື, ວິສາຫະກິດລາວ ແລະວິສາຫະກິດບັນດາປະເທດໃນໂລກ. ທ່ານພົນຈັດຕະວາ ນາງ ຟານທິຮວ່າຍເວີນ ເນັ້ນໜັກວ່າ ວຽກງານຈັດຕ້ັງຕ້ອງຮັບປະກັນລັກສະນະເປັນມືອາຊີບ, ສ້າງຈຸດພົ້ນເດັ່ນ ແລະຄວາມປະທັບໃຈ, ສະແດງໃຫ້ເຫັນຢ່າງຈະແຈ້ງຈິດໃຈມິດຕະພາບ ແລະການຮ່ວມມື; ເອົາໃຈໃສ່ວຽກງານຄວາມໝັ້ນຄົງ, ຄວາມປອດໄພ; ຍູ້ແຮງວຽກງານສື່ສານ, ໂຄສະນາເຫດຫານ...
	ໂດຍ: ໄຊນີດາ