ທີ່ການພົບປະເຈລະຈາ, ລັດຖະມົນຕີສອງທ່ານ ເຫັນດີເປັນເອກະພາບຖືວ່າ ບົນຈິດໃຈບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື ແລະແລກປ່ຽນດ້ານປ້ອງກັນຊາດສອງຝ່າຍທີ່ໄດ້ລົງນາມເມື່ອເດືອນຕຸລາ 2011 ແລະຖະແຫຼງການວິໄສທັດຮ່ວມວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດມຸ່ງໄປເຖິງທົດສະວັດຕໍ່ໄປລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ທີ່ໄດ້ລົງນາມເມື່ອເດືອນເມສາ 2018, ຜ່ານຜ່າຜົນກະທົບຈາກພະຍາດໂຄວິດ-19, ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດຕາມທິດຮອບດ້ານ, ແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດອັນເລິກເຊິ່ງກວ້າງຂວາງລະຫວ່າງສອງປະເທດ.

leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານລັດຖະມົນຕີ Kishi Nobuo. ພາບ: ແທງຕຸ່ງ.

ລັດຖະມົນຕີສອງທ່ານ ໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການໂລກ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີຄວາມສໍາຄັນຂອງຄວາມເສລີໃນການເດີນທະເລ ແລະການບິນຕໍ່ໜ້າການຜັນແປຢ່າງສັບສົນທີ່ກໍາລັງເກີດຂຶ້ນຢູ່ພາກພື້ນ ແລະໃນໂລກ. ສອງຝ່າຍຢັ້ງຢືນເຖິງຄວາມສໍາຄັນຂອງການເຄົາລົບກົດໝາຍສາກົນ, ລວມທັງສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ໃນການແກ້ໄຂຄວາມບໍ່ລົງລອຍກັນລະຫວ່າງຝ່າຍຕ່າງໆທີ່ກ່ຽວຂ້ອງຢູ່ບັນດາພາກພື້ນທີ່ຍັງມີການຂັດແຍ້ງກັນ ຄື ທະເລຕາເວັນອອກ ແລະ ທະເລຮວາຕຸງ, ພ້ອມທັງປາດຖະໜາຢາກໃຫ້ບັນດາຝ່າຍທີ່ກ່ຽວຂ້ອງລະງັບໃຈ, ບໍ່ນໍາໃຊ້ກໍາລັງອາວຸດ ຫຼື ນາບຂູ່ນໍາໃຊ້ກໍາລັງອາວຸດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ.

leftcenterrightdel
ທ່ານລັດຖະມົນຕີ ຟານວັນຢາງ ພົບປະເຈລະຈາກັບທ່ານລັດຖະມົນຕີ Kishi Nobuo. ພາບ: ແທງຕຸ່ງ.

ທ່ານລັດຖະມົນຕີ ຟານວັນຢາງ ສະໜັບສະໜູນການສະເໜີຂອງກະຊວງປ້ອງກັນປະເທດຍີ່ປຸ່ນ ກ່ຽວກັບການຈັດຕັ້ງການພົບປະບໍ່ເປັນທາງການລະຫວ່າງລັດຖະມົນຕີປ້ອງກັນປະເທດອາຊຽນ - ຍີ່ປຸ່ນ; ສະໜັບສະໜູນເລື່ອງຍີ່ປຸ່ນ ຕັ້ງໜ້າເຂົ້າຮ່ວມບັນດາກົນໄກຮ່ວມມືດ້ານປ້ອງກັນຊາດຫຼາຍຝ່າຍ ໂດຍອາຊຽນ ສວມບົດບາດໃຈກາງ, ປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ, ພິເສດແມ່ນກົນໄກ ADMM+, ໃນນັ້ນ ຫວຽດນາມ ແລະຍີ່ປຸ່ນ ເປັນປະທານຮ່ວມກອງປະຊຸມກຸ່ມຊ່ຽວຊານຮັກສາສັນຕິພາບ ສປຊ ໃນຂອບເຂດ ADMM+ ໄລຍະ 4, ໄລຍະ 2021-2023; ຊົມເຊີຍໂຄງການຮ່ວມມືຍີ່ປຸ່ນ - ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທໍາ, ກູ້ຊ່ວຍໄພພິບັດ ແລະໂຄງການຮ່ວມມືຍີ່ປຸ່ນ - ອາຊຽນ ກ່ຽວກັບການຍົກສູງກໍາລັງຄວາມສາມາດໃນຂົງເຂດຄວາມໝັ້ນຄົງທາງອິນເຕີເນັດ ໂດຍ ຍີ່ປຸ່ນ ສະເໜີ, ພ້ອມທັງສະເໜີໃຫ້ຝ່າຍຍີ່ປຸ່ນ ສືບຕໍ່ທາບທາມຄຳເຫັນບັນດາປະເທດອາຊຽນ ເພື່ອຈັດຕັ້ງການເຄື່ອນໄຫວນີ້ໃນໄລຍະຈະມາເຖິງ.

ລັດຖະມົນຕີສອງທ່ານ ຕີລາຄາສູງຜົນການເຈລະຈານະໂຍບາຍປ້ອງກັນຊາດ ຄັ້ງທີ 8 ຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ທີ່ໄດ້ຈັດຂຶ້ນກ່ອນໜ້ານັ້ນ; ເຫັນດີເປັນເອກະພາບມອບໃຫ້ອົງການທີ່ກ່ຽວຂ້ອງຂອງສອງຝ່າຍຜັນຂະຫຍາຍເນື້ອໃນທີ່ໄດ້ເປັນເອກະພາບຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງແທດຈິງເຂົ້າໃນການປັບປຸງການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ຍີ່ປຸ່ນ ໃນໄລຍະພັດທະນາໃໝ່.

ພາຍຫຼັງການພົບປະເຈລະຈາ, ລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ໄດ້ເປັນສັກຂີພິຍານພິທີລົງນາມບົດບັນທຶກຊ່ວຍຈໍາລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດຍີ່ປຸ່ນ ວ່າດ້ວຍການຮ່ວມມືໃນຂົງເຂດເສນາຮັກ, ບົດບັນທຶກຊ່ວຍຈໍາລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດຍີ່ປຸ່ນ ວ່າດ້ວຍການຮ່ວມມືໃນຂົງເຂດຄວາມໝັ້ນຄົງທາງອິນເຕີເນັດ.

ໂດຍ: ໄຊຊະນະ