ໃນບັນຍາກາດທີ່ເຕັມໄປດ້ວຍນໍ້າໃຈສາມັກຄີມິດຕະພາບ, ການນໍາແມ່ທັບນ້ອຍ 15 ໄດ້ຢືນຢັນເຖິງສາຍພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງພັກ, ສອງລັດ, ສອງກອງທັບ ເວົ້າລວມ, ແລະລະຫວ່າງແມ່ທັບນ້ອຍ 15 ກັບທະຫານເຂດ 1 ເວົ້າສະເພາະ, ເຊິ່ງນັບມື້ນັບພັດທະນາ, ມີປະສິດທິຜົນ. ພ້ອມທັງສະແດງຄວາມຂອບໃຈຕໍ່ຄວາມເອົາໃຈໃສ່, ການຊ່ວຍເຫຼືອຂອງທະຫານເຂດ 1 ແລະອໍານາດການປົກຄອງ, ປະຊາຊົນກຳປູເຈຍ ຕໍ່ກັບບັນດາໂຄງການຂອງແມ່ທັບນ້ອຍ 15 ໃນໄລຍະຜ່ານມາ.

leftcenterrightdel
ທ່ານພັນເອກພິເສດ ຫງວຽນຮົ່ງລາມ, ຮອງຜູ້ບັນຊາການແມ່ທັບນ້ອຍ 15 ແລະຄະນະປະຕິບັດງານຢ້ຽມຢາມ, ອວຍພອນປີໃໝ່ກອງບັນຊາການທະຫານເຂດ 1, ກອງທັບແຫ່ງ ລາຊະອານາຈັກ ກຳປູເຈຍ. ພາບ: qdnd.vn

ສອງຝ່າຍໄດ້ຢືນຢັນຈະສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດການທູດປ້ອງກັນຊາດ, ການພັດທະນາເສດຖະກິດທີ່ຕິດກັບການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນ, ສ້າງເງື່ອນໄຂທີ່ສະດວກໃຫ້ແກ່ບັນດາການເຄື່ອນໄຫວຂອງແມ່ທັບນ້ອຍ 15 ຢູ່ກຳປູເຈຍ, ເປັນຕົ້ນແມ່ນໃນການປະຕິບັດລະບຽບການລົງທຶນ, ການເຂົ້າອອກເມືອງ ແລະການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພຢູ່ເຂດຂອງໂຄງການ. ການຢ້ຽມຢາມ, ອວຍພອນບຸນປີໃໝ່ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງອາລົມຈິດຄວາມຮັກແພງ, ຄວາມຮັບຜິດຊອບຂອງແມ່ທັບນ້ອຍ 15 ຕໍ່ກັບປະເທດເພື່ອນກຳປູເຈຍ ເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນການເຮັດໃຫ້ສາຍພົວພັນລະຫວ່າງຫວຽດນາມ - ກຳປູເຈຍ ເລິກເຊິ່ງກວ່າອີກ; ພ້ອມທັງຢືນຢັນບົດບາດຂອງແມ່ທັບນ້ອຍ 15 ໃນການປະຕິບັດໜ້າທີ່ສົມທົບການພັດທະນາເສດຖະກິດກັບການປ້ອງກັນຊາດ, ການທູດປ້ອງກັນຊາດ, ແລະການສ້າງ “ທ່າຮົບໃນຈິດໃຈປະຊາຊົນ” ທີ່ໝັ້ນແກ່ນຢູ່ເສັ້ນຊາຍແດນ.

ໂດຍ: ຈາງຫງວຽນ