ບັນດາກົມກອງກອງທັບເປັນເຈົ້າການການຮັບມືກັບໄພທຳມະຊາດ
ກປ.ອອນໄລ - ກົມກູ້ຊີບ-ກູ້ໄພ, ກົມໃຫຍ່ເສນາທິການ ຫາກໍ່ສົ່ງໂທລະເລກທາງການເຖິງອົງການ, ກົມກອງກ່ຽວກັບການເປັນເຈົ້າການຮັບມືກັບລົມໃຕ້ຝຸ່ນ, ຟ້າຜ່າ ແລະຝົນໝາກເຫັບ.
ຕາມນັ້ນແລ້ວ, ກົມກູ້ໍຊີບ-ກູ້ໄພ ສະເໜີໃຫ້ບັນດາກົມກອງຕິດຕາມສະພາບອາກາດ, ການແຈ້ງເຕືອນໄພ, ພະຍາກອນອາກາດຈາກສູນອຸຕຸນິຍົມວິທະຍາ ແລະອຸທົກກະສາດແຫ່ງຊາດ ຢ່າງແໜ້ນແຟ້ນ. ຮັກສາລະບອບການເວນຍາມຢ່າງເຂັ້ມງວດ; ເປັນເຈົ້າການໃນການສ້າງ, ກວດຄືນວິທີການ, ແຜນການ ເພື່ອຮັບປະກັນຄວາມປອດໄພສຳລັບຜູ້ຄົນ ແລະພາຫະນະໃນການເຂົ້າຮ່ວມຊ່ວຍເຫຼືອປະຊາຊົນຜ່ານຜ່າຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ. ຈັດຕັ້ງກວດກາ, ກວດຄືນ, ປ້ອງກັນຕ້ານຟ້າຜ່າໃຫ້ຖືກຕາມມາດຕະຖານເຕັກນິກທີ່ຄ້າຍທະຫານ, ເຮືອນຢູ່, ຄັງສາງ, ປ້ອມ,...; ກຽມພ້ອມກຳລັງ, ພາຫະນະເພື່ອຜັນຂະຫຍາຍກູ້ຊີບ-ກູ້ໄພເມື່ອເກີດຂຶ້ນກໍລະນີ.
ບັນດາທະຫານເຂດຊີ້ນໍາກອງບັນຊາການທະຫານບັນດາແຂວງ, ນະຄອນໃຫ້ເປັນເສນາທິການຕໍ່ຄະນະພັກ, ອຳນາດການປົກຂອງທ້ອງຖິ່ນກຳແໜ້ນສະພາບອາກາດ; ກວດກາພື້ນທີ່ມີໄພອັນລາຍທີ່ເກີດພາຍຸຝົນຟ້າຄະນອງ, ລົມໃຕ້ຝຸ່ນ, ຟ້າຜ່າ ແລະຝົນໝາກເຫັບ; ເປັນເຈົ້າການປະສານສົມທົບກັບບັນດາກົມກອງທີ່ຕັ້ງທັບໃນບໍລິເວນ, ກຽມພ້ອມໜູນຊ່ວຍອຳນາດການປົກຄອງ, ປະຊາຊົນໃນການຮັບມື, ແກ້ໄຂຜົນຮ້າຍ. ກອງບັນຊາການທະຫານຊາຍແດນ ຊີ້ນຳໃຫ້ທະຫານຊາຍແດນບັນດາແຂວງ, ນະຄອນ ກະກຽມກຳລັງ, ພາຫະນະຢ່າງພຽງພໍ, ກຽມພ້ອມທີ່ຈະເຂົ້າຮ່ວມໃນການແກ້ໄຂຜົນຮ້າຍຖ້າມີກໍລະນີເກີດຂຶ້ນ.
ໂດຍ: ຈອນນີ່ ສະເຫຼີມສັກ