ການຢ້ຽມຢາມຍີ່ປຸ່ນ ເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ດໍາເນີນໃນສະພາບການອາຊີ-ປາຊີຟິກ ສືບຕໍ່ແມ່ນພາກພື້ນພັດທະນາທີ່ຂະຫຍັນຂັນເຄື່ອນທີ່ສຸດ, ເປັນສູນກາງຂອງການຮ່ວມສຳພັນເສດຖະກິດໃໝ່, ໃນຂະນະທີ່ຍີ່ປຸ່ນ ໄດ້ຈັດການເລືອກຕັ້ງໃຫຍ່ສອງຄັ້ງ. ທ່ານ Kishida Fumio ແມ່ນຜູ້ທີ່ຮັກສາຕຳແໜ່ງເລຂາທິການໃຫຍ່ສະຫະພັນສະມາຊິກລັດຖະສະພາຍີ່ປຸ່ນ-ຫວຽດນາມ ຫຼາຍປີ, ໄດ້ໄປຢ້ຽມຢາມຫວຽດນາມ 3 ເທື່ອ ແລະໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຍົກລະດັບການພົວພັນລະຫວ່າງສອງປະເທດ.

leftcenterrightdel
ພາບປະກອບຈາກ: cand.com.vn

ຫວຽດນາມ ແລະຍີ່ປຸ່ນ ໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 21 ກັນຍາ 1973. ເດືອນ ມິນາ 2014, ສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ ກວ້າງຂວາງ ເພື່ອສັນຕິພາບ ແລະວັດທະນາຖາວອນຢູ່ອາຊີ.

ໃນຊຸມປີມໍ່ໆມານີ້, ການພົວພັນຫວຽດນາມ-ຍີ່ປຸ່ນ ສືບຕໍ່ໄດ້ຮັບການພັດທະນາຢ່າງໄວ, ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ. ການນໍາຂັ້ນສູງສອງປະເທດສືບຕໍ່ຮັກສາການຢ້ຽມຢາມ ແລະພົບປະທີ່ບັນດາເວທີປາໄສສາກົນ ແລະພາກພື້ນ. ສອງປະເທດກໍ່ມີກົນໄກຮ່ວມມືສໍາຄັນ, ຄື: ຄະນະກໍາມະການຮ່ວມມືຫວຽດນາມ-ຍີ່ປຸ່ນ; ການເຈລະຈາຄູ່ຮ່ວມມືຍຸດທະສາດຫວຽດນາມ-ຍີ່ປຸ່ນ ກ່ຽວກັບດ້ານການທູດ-ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນຮອງລັດຖະມົນຕີຕ່າງປະເທດ; ການເຈລະຈາດ້ານປ້ອງກັນຊາດຫວຽດນາມ-ຍີ່ປຸ່ນ ຂັ້ນຮອງລັດຖະມົນຕີ...

ບົນພື້ນຖານການພົວພັນສອງປະເທດກໍາລັງຢູ່ໃນໄລຍະອັນດີງາມທີ່ສຸດນັບແຕ່ເມື່ອສ້າງຕັ້ງການພົວພັນດ້ານການທູດ, ຫວຽດນາມ ຢັ້ງຢືນວ່າພ້ອມແລ້ວທີ່ຈະພ້ອມກັບຍີ່ປຸ່ນ ເປີດໄລຍະພັດທະນາໃໝ່ຢ່າງແທດຈິງ, ມີປະສິດທິຜົນກວ່າໃນບັນດາຂົງເຂດ, ໂດຍສະເພາະແມ່ນເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ທ້ອງຖິ່ນ, ພົບປະແລກປ່ຽນປະຊາຊົນ. ສອງປະເທດມີການພົບປະຢ່າງເປັນປະຈໍາບົນຈິດໃຈຈິງໃຈ, ມິດຕະພາບ, ໄວ້ເນື້ອເຊື່ອໃຈ ແລະກົງໄກກົງມາ, ແທດຈິງ, ມີປະສິດທິຜົນໃນຂົງເຂດຈຸດສຸມ, ໂດຍສະເພາະແມ່ນການຮ່ວມມືດ້ານເສດຖະກິດ, ການແພດ, ວັກຊິນ ແລະຢຸກຢາປົວໂຄວິດ-19; ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະການຮ່ວມມືຢູ່ເວທີປາໄສຫຼາຍຝ່າຍກ່ຽວກັບບັນດາບັນຫາສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ກ່ຽວກັບການຮ່ວມມືດ້ານເສດຖະກິດ, ຍີ່ປຸ່ນ ແມ່ນຄູ່ຮ່ວມມືດ້ານເສດຖະກິດສໍາຄັນແຖວໜ້າຂອງຫວຽດນາມ ແລະແມ່ນປະເທດອຸປະຖໍາ ODA ໃຫຍ່ທີ່ສຸດ, ເປັນນັກລົງທຶນໃຫຍ່ທີສອງ, ເປັນຄູ່ຮ່ວມມືດ້ານການທ່ອງທ່ຽວທີສາມ, ຄູ່ຮ່ວມມືດ້ານການຄ້າໃຫຍ່ທີສີ່ຂອງຫວຽດນາມ. ໃນເດືອນ ກັນຍາ 2021, ວົງເງິນນໍາເຂົ້າ-ສົ່ງອອກລະຫວ່າງຫວຽດນາມ ແລະຍີ່ປຸ່ນ ບັນລຸ 31 ຕື້ໂດລາສະຫະລັດ; ໃນນັ້ນ ຫວຽດນາມ ສົ່ງອອກໄປຍັງຍີ່ປຸ່ນ ບັນລຸ 14,7 ຕື້ໂດລາສະຫະລັດ ແລະນຳເຂົ້າບັນລຸ 16,3 ຕື້ໂດລາສະຫະລັດ.

ຄຽງຂ້າງກັນນັ້ນ, ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ລະຫວ່າງສອງປະເທດ ສືບຕໍ່ເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ; ການຮ່ວມມືໃນຫຼາຍຂົງເຂດອື່ນ, ຄື: ແຮງງານ, ກະສິກໍາ, ວິທະຍາສາດເຕັກໂນໂລຢີ, ການສຶກສາ-ບໍາລຸງສ້າງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດກໍ່ບຸກທະລຸ; ການຮ່ວມມືທ້ອງຖິ່ນ, ພົບປະແລກປ່ຽນວັດທະນະທໍາ, ພົບປະແລກປ່ຽນປະຊາຊົນກໍ່ຄ່ອຍໆຈັດຕັ້ງຄືນໃໝ່ເທື່ອລະກ້າວພາຍຫຼັງທີ່ໄດ້ຮັບຜົນສະທ້ອນຈາກພະຍາດໂຄວິດ-19. ສອງປະເທດກໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສສາກົນ, ພາກພື້ນ, ໂດຍສະເພາະແມ່ນ ສປຊ ແລະອາຊຽນ; ຊຸກຍູ້ການຮ່ວມສຳພັນເສດຖະກິດ, ພ້ອມກັນເຊັນສັນຍາຄູ່ຮ່ວມມືດ້ານເສດຖະກິດຮອບດ້ານພາກພື້ນ (RCEP).

ນັບແຕ່ປີ 2020, ໃນສະພາບພະຍາດໂຄວິດ-19 ສົ່ງຜົນກະທົບ, ຫວຽດນາມ ແລະຍີ່ປຸ່ນ ຍັງຮັກສາການແລກປ່ຽນຂັ້ນສູງ ແລະທຸກຂັ້ນດ້ວຍຫຼາຍຮູບການທີ່ມີໄຫວພິບ, ພົ້ນເດັ່ນແມ່ນຕັ້ງໜ້າແລກປ່ຽນ, ສົມທົບກັນໃນວຽກງານທີ່ກ່ຽວຂ້ອງເຖິງພະຍາດໂຄວິດ-19.

ສາມາດຢັ້ງຢືນໄດ້ວ່າ, ການຢ້ຽມຢາມຍີ່ປຸ່ນ ຄັ້ງນີ້ຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ແມ່ນບາດກ້າວຜັນຂະຫຍາຍແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາເຊິ່ງໄດ້ຢັ້ງຢືນທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກ.

ຍິ່ງໄປກວ່ານັ້ນ, ແມ່ນໄດ້ດໍາເນີນໃນສະພາບການເຄື່ອນໄຫວຮ່ວມມືລະຫວ່າງຫວຽດນາມ ແລະຍີ່ປຸ່ນ ພວມໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ, ນັບມື້ນັບນຳເອົາຜົນປະໂຫຍດທີ່ໃຫຍ່ກວ່າມາໃຫ້ປະຊາຊົນສອງປະເທດ, ການຢ້ຽມຢາມຍີ່ປຸ່ນ ຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ຍັງເພີ່ມກໍາລັງໜູນໃຫ້ແກ່ການຮ່ວມມືໃນອະນາຄົດລະຫວ່າງສອງປະເທດ, ພ້ອມທັງນຳມາເຊິ່ງຈິດໃຈຫວຽດນາມ ຍາມໃດກໍ່ແມ່ນເພື່ອນ, ຄູ່ຮ່ວມມືທີ່ສະໜິດສະໜົມ, ໄວ້ເນື້ອເຊື່ອໃຈ ແລະສະໜັບສະໜູນຍີ່ປຸ່ນ ເສີມຂະຫຍາຍບົດບາດໃຫ້ເໝາະສົມຢູ່ພາກພື້ນ ແລະໃນໂລກ; ກຽມພ້ອມ ກັບຍີ່ປຸ່ນ ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ.

ໂດຍ: ໄຊນີດາ