ເພີ່ມທະວີການໝູນໃຊ້ເຕັກໂນໂລຊີ ແລະ ຂຸດຄົ້ນພື້ນຖານຂໍ້ມູນແຫ່ງຊາດ ກ່ຽວກັບປະຊາກອນ, ຕົວລະບຸຕົວຕົນ, ການຢັ້ງຢືນ ແລະກວດສອບເອເລັກໂຕນິກບໍ່ພຽງແຕ່ຮັບໃຊ້ໜ້າທີ່ການເມືອງສຳຄັນຂອງປະເທດຢ່າງມີປະສິດທິຜົນ, ໃນນັ້ນມີການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ການເລືອກຕັ້ງສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031 ເທົ່ານັ້ນ, ຫາກຍັງປະກອບສ່ວນໜູນຊ່ວຍວິສາຫະກິດ, ສ້າງຄວາມສະດວກໃຫ້ແກ່ປະຊາຊົນ.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນກວກຕວ໊ານ, ຫົວໜ້າຫ້ອງວ່າການ, ໂຄສົກກະຊວງຕຳຫຼວດ ແຈ້ງໃຫ້ບັນດາອົງການສື່ມວນຊົນຮັບຊາບ ກ່ຽວກັບສະພາບການ, ໝາກຜົນທຸກດ້ານວຽກງານຂອງກໍາລັງຕຳຫຼວດ ໃນໄຕມາດທີ I ປີ 2026. ພາບ:ສໍານັກຂ່າວສານຫວຽດນາມ

ໃນໄຕມາດທີ  I, ກໍາລັງຕຳຫຼວດ ໄດ້ເປີດການນໍາໃຊ້, ມອບ-ຮັບ ແລະໜູນຊ່ວຍເງິນເພື່ອກໍ່ສ້າງເຮືອນ 500 ຫຼັງ ໃຫ້ແກ່ປະຊາຊົນ ທີ່ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວນະໂຍບາຍ; ຕັ້ງໜ້າເຂົ້າຮ່ວມບັ້ນເຄື່ອນໄຫວກວາງຈູງ, ກໍ່ສ້າງເຮືອນ 419 ຫຼັງໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນສະທ້ອນຈາກພາຍຸນໍ້າຖ້ວມ; ຜັນຂະຫຍາຍບັນດາໂຄງການ, ຄື: “ລູກລ້ຽງຂອງຕາແສງ”, “ຊ່ວຍນ້ອງໄປໂຮງຮຽນ” ຢ່າງມີປະສິດທິຜົນ... ເຊິ່ງໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກປະຊາຊົນ.

ໂດຍ: ທູຈາງ