ຜູ້ແທນຊາວໝຸ່ມທີ່ພົ້ນເດັ່ນທົ່ວກອງທັບເຂົ້າສຸສານໄວ້ອາໄລປະທານ ໂຮ່ຈີມິນ
ກປ.ອອນໄລ - ເນື່ອງໃນໂອກາດຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຈັດຕັ້ງພິທີຍ້ອງຍໍຊົມເຊີຍຊາວໝຸ່ມທີ່ພົ້ນເດັ່ນ, ຊາວໝຸ່ມທີ່ມີແງ່ຫວັງທົວກອງທັບໃນປີ2025, ໃນວັນທີ 1 ເມສາ, ຄະນະຊາວໝຸ່ມກອງທັບ (ກົມໃຫຍ່ການເມືອງ) ໄດ້ຈັດຕັ້ງຄະນະຜູ້ແທນຊາວໝຸ່ມທີ່ເຂົ້າຮ່ວມພິທີຍ້ອງຍໍຊົມເຊີຍ ເຂົ້າສຸສານໄວ້ອາໄລປະທານ ໂຮ່ຈີມິນ.
ໃນບັນຍາກາດທີເຄັ່ງຂຶນ, ບັນດາຜູ້ແທນໄດ້ວາງພວງມາລາຢ່າງເຄົາລົບ, ໄວ້ອາໄລຫາຄຸນງາມຄວາມດີທີ່ຍິງໃຫຍ່ຂອງປະທານ ໂຮ່ຈີມິນ - ຜູ້ນຳທີ່ຮັກແພງຂອງປະເທດຊາດ, ວິລະຊົນປົດປ່ອຍຊາດ, ນັກວັດທະນາທຳທີ່ພົ້ນເດັ່ນ, ຜູ້ທີ່ຍາມໃດກໍ່ເອົາໃຈໃສ່, ບໍາລຸງ, ແນະນໍາໃຫ້ຮຸ້ນໝຸ່ມຂອງປະເທດຊາດ, ໃນນັ້ນລວມມີໄວໝຸ່ມກອງທັບພັດທະນາ, ເຕີບໃຫຍ່.
    |
 |
|
ຜູ້ແທນຊາວໝຸ່ມທີ່ພົ້ນເດັ່ນທົ່ວກອງທັບເເຂົ້າສຸສານໄວ້ອາໄລປະທານ ໂຮ່ຈີມິນ. ພາບ: qdnd.vn |
ຕໍ່ໜ້າດວງວິນຍານຂອງປະທານ ໂຮ່ຈີມິນ, ບັນດາຜູ້ແທນທີ່ພົ້ນເດັ່ນຂອງໄວໝຸ່ມກອງທັບໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ; ໃຫ້ຄຳໝັ້ນສັນຍາວ່າຈະຈົ່ງຮັກພັກດີຢ່າງເດັດຂາດຕໍ່ພັກ, ປະເທດຊາດ ແລະປະຊາຊົນ; ຮໍ່ຮຽນຢ່າງບໍ່ຢຸດຢັ້ງ ແລະເຮັດຕາມແນວຄວາມຄິດ, ຄຸນສົມບັດ, ວິທີການຂອງປະທານ ໂຮ່ຈີມິນ; ສືບຕໍ່ເສີມຂະຫຍາຍຄຸນນະທາດອັນສູງສົ່ງຂອງທະຫານ ລຸງໂຮ່ ໃນຍຸກໄໝ່.
ໃນຂອບເຂດຂອງລາຍການ, ບັນດາຜູ້ແທນຊາວໝຸ່ມທີ່ພົ້ນເດັ່ນທົ່ວກອງທັບໄດ້ຢ້ຽມຊົມບໍລິເວນທຳນຽບປະທານປະເທດ, ເບິ່ງຮູບເງົາເອກະສານ, ຮັບຟັງການແນະນຳກ່ຽວກັບຊີວິດ, ພາລະກິດການປະຕິວັດທີ່ຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ.
ໂດຍ: ທອງສີ ສຸຕິວົງ