ສອງກົມສູ້ຮົບກອງທັບປະຊາຊົນຫວຽດນາມ ແລະລາວ ດໍາເນີນການພົບປະສອງຝ່າຍ
ກປ.ອອນໄລ - ຕອນເຊົ້າວັນທີ 2 ເມສາ, ຢູ່ຮ່າໂນ້ຍ, ທ່ານພົນຕີ ຫງວຽນຮຸຍແກ໊ງ, ຫົວໜ້າກົມສູ້ຮົບ, ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ໄດ້ມີການພົບປະສອງຝ່າຍກັບທ່ານພົນຈັດຕະວາ ທອງສະໄໝ ສຸກປະເສີດ, ຫົວໜ້າກົມສູ້ຮົບ, ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ.
ທີ່ການພົບປະສອງຝ່າຍ, ທ່ານພົນຕີ ຫງວຽນຮຸຍແກ໊ງ ແລະທ່ານພົນຈັດຕະວາ ທອງສະໄໝ ສຸກປະເສີດ ຕີລາຄາວ່າ, ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໄດ້ຮັບການຜັນຂະຫຍາຍຢ່າງມີຄວາມໄຫວພິບ, ບັນລຸໄດ້ໝາກຜົນທີ່ຕັ້ງໜ້າ, ປະກອບສ່ວນປັບປຸງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ, ຮັກສາຄວາມສະຖຽນລະພາບ ແລະຍົກສູງທີ່ຕັ້ງສາກົນຂອງແຕ່ລະປະເທດ.
    |
 |
|
ທ່ານພົນຕີ ຫງວຽນຮຸຍແກ໊ງ ພ້ອມດ້ວຍຜູ້ແທນຝ່າຍຫວຽດນາມ ທີ່ການພົບປະສອງຝ່າຍ. ພາບ: qdnd.vn |
    |
 |
|
ທ່ານພົນຈັດຕະວາ ທອງສະໄໝ ສຸກປະເສີດ ພ້ອມດ້ວຍຜູ້ແທນຝ່າຍລາວ ທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ສອງກົມສູ້ຮົບໄດ້ຊາບຊຶມ, ເປັນເສນາທິການໃຫ້ກົມໃຫຍ່ເສນາທິການ ແລະກະຊວງປ້ອງກັນປະເທດຂອງແຕ່ລະປະເທດ ຊີ້ນໍາການປະຕິບັດໜ້າທີ່ຕາມອະນຸສັນຍາ ໄລຍະ 2025-2029 ຢ່າງມີປະສິດທິຜົນ, ໃນນັ້ນມີການເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ຍູ້ແຮງການແຮກສ່ຽວລະຫວ່າງບັນດາທ້ອງຖິ່ນ, ກົມກອງທີ່ຕິດຈອດກັບຊາຍແດນ; ສົມທົບກັນໃນວຽກງານຄົ້ນຄວ້າ, ຕີລາຄາ ແລະຄາດຄະເນສະພາບການ, ເປັນເສນາທິການ, ສະເໜີໃຫ້ກົມໃຫຍ່ເສນາ ທິການ, ກະຊວງປ້ອງກັນປະເທດ, ພັກ ແລະລັດ ຂອງແຕ່ລະປະເທດຢ່າງທັນການກ່ຽວກັບບັນດາແຜນນະໂຍບາຍ, ມາດຕະການແກ້ໄຂຍຸດທະສາດ, ປົກປັກຮັກສາຜົນປະໂຫຍດຂອງຊາດ-ຊົນຊາດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງຂອງພາກພື້ນ; ເປັນເສນາທິການ, ຊີ້ນຳການຜັນຂະຫຍາຍບັນດາໜ້າທີ່ທີ່ໄດ້ກຳນົດໃນແຜນການຮ່ວມມືປີ 2025 ລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ຢ່າງມີປະສິດທິຜົນ.
    |
 |
|
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn |
ສອງຝ່າຍເຫັນດີໃນໄລຍະຈະມາເຖິງສືບຕໍ່ຊາບຊຶມ, ເປັນເສນາທິການໃຫ້ກົມໃຫຍ່ເສນາທິການ ແລະກະຊວງປ້ອງກັນປະເທດຂອງແຕ່ລະປະເທດ ປະຕິບັດໜ້າທີ່ຕາມອະນຸສັນຍາໄລຍະ 2025-2029 ຢ່າງມີປະສິດທິຜົນ; ເພີ່ມທະວີການປະສານສົມທົບໃນວຽກງານຄົ້ນຄວ້າ, ຕີລາຄາ, ຄາດຄະເນສະພາບການ; ເປັນເສນາທິການ, ຊີ້ນໍາການຜັນຂະຫຍາຍໜ້າທີ່ທີ່ໄດ້ກຳນົດໃນແຜນການຮ່ວມມືປີ 2026 ລະຫວ່າງກະຊວງປ້ອງກັນປະເທດສອງປະເທດ ຢ່າງມີປະສິດທິ ຜົນ.
ໂດຍ: ທູຈາງ